ວັນທີ 30 ສິງຫາ 2023, ທີ່ເຮືອນຮັບແຂກລັດຖະບານໄດ້ມີພິທີປະດັບ ຫຼຽນໄຊແຮງງານຊັ້ນ I ຈາກພັກ ແລະ ລັດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ສະຫາຍແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປັນກຽດປະດັບໂດຍ ສະຫາຍ ບຸຍ ແທັງ ເຊີນ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງ ປະເທດຫວຽດນາມ.
ໃນພິທີປະດັບຫຼຽນໄຊ, ສະຫາຍ ບຸ່ຍ ແທງ ເຊີນ ໄດ້ຕີລາຄສູງຕໍ່ຜົນງານການເຄື່ອນໄຫວ ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໃນຕະຫຼອດໄລຍະທີ່ມາດຳລົງຕຳແໜ່ງ ເປັນເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຊຶ່ງເປັນໄລຍະທີ່ມີລັກສະນະພິເສດ ເນື່ອງຈາກວ່າຖືກກັບໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ທົ່ວໂລກ ກໍຄືຢູ່ ລາວ ແລະ ຫວຽດນາມ ເຊິ່ງໄດ້ສົ່ງຜົນກະທົບ ຢ່າງຮ້າຍແຮງ ຕໍ່ມວນມະນຸດ ໂດຍສະເພາະແມ່ນການໄປມາຫາສູ່ ແລະ ລວມທັງກະທົບ ຕໍ່ການເຄື່ອນໄຫວ ວຽກຕ່າງໆ, ແຕ່ເຖິງຢ່າງໃດກໍຕາມ ຕະຫຼອດໄລຍະປະຈໍາການ ຢູ່ຫວຽດນາມ ສະຫາຍເອກອັກ ຄະລັດຖະທູດ ໄດ້ໃຫ້ຄວາມສຳຄັນ ເປັນຢ່າງຍິ່ງ ຕໍ່ການຊຸກຍູ້ ສົ່ງເສີມສາຍ ພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ, ເປັນຕົ້ນການກະກຽມໃຫ້ແກ່ການແລກປ່ຽນ ການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ ຂອງເລຂາ ທິການໃຫຍ່, ປະທານ ປະເທດ, ນາຍົກລັດຖະມົນຕີ, ປະທານສະພາ ຕະຫຼອດຮອດ ບັນດາການນຳ, ວິຊາການ ຂອງບັນດາກະຊວງ, ຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ; ຊຸກຍູ້ການຈັດຕັ້ງປະຕິບັດ ການຕົກລົງຂອງການນໍາຂັ້ນສູງ ກໍ່ຄືຂໍ້ຕົກລົງຂອງບັນດາ ກະຊວງ ຂະແໜງການສູນກາງ ແລະ ທ້ອງຖິ່ນ ຂອງສອງຝ່າຍ, ຊຸກຍູ້ອໍານວຍຄວາມສະດວກໃຫ້ແກ່ ການໄປມາຫາສູ່ເຊິ່ງກັນແລະກັນ ລະຫວ່າງປະຊາຊົນສອງປະເທດ, ອັນສໍາຄັນ ໄດ້ກະກຽມໃຫ້ແກ່ການພົບປະ ລະຫວ່າງ ສອງກົມການ ເມືອງປະຈໍາປີ 2020; 2021; 2022 ແລະ 2023; ກອງປະຊຸມ ຄັ້ງທີ 42, 43, 44, 45 ຂອງຄະນະກໍາມະການ ຮ່ວມມືລະຫວ່າງສອງລັດຖະບານ ເປັນຕົ້ນ. ພິເສດ ແມ່ນຊຸກຍູ້ການຈັດກິດຈະກໍາ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບປີ 2022 ເພື່ອ ສະເຫຼີມສະຫຼອງສອງວັນປະຫວັດສາດ ທີ່ສຳຄັນ ຂອງສອງຊາດຄື: ວັນສ້າງຕັ້ງສາຍພົວ ພັນການທູດ ຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາ ມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977 – 18/7/2022). ຫຼາຍກິດຈະກໍາ ຢ່າງເປັນຂະບວນຄຶກຄື້ນ ໃນຂອບເຂດ ທົ່ວປະເທດ ຂອງທັງສອງປະເທດ. ເຫັນໄດ້ຜົນງານການປະກອບສ່ວນອັນສຳຄັນດັ່ງກ່າວ ຂອງສະຫາຍ ເອກອັກຄະລັດຖະທູດ ເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ – ຫວຽດນາມ, ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຈຶ່ງໄດ້ຕົກລົງປະດັບຫຼຽນໄຊແຮງງານ ຊັ້ນ 1 ໃນໂອກາດສໍາເລັດໜ້າທີ່ປະຈຳການ ຄັ້ງນີ້.
ສະຫາຍເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງ ສຸດໃຈ ມາຍັງພັກ, ລັດ ຫວຽດນາມ ທີ່ໃຫ້ຄວາມສຳຄັນ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນຂອງຕົນ ໂດຍໄດ້ ໃຫ້ການປະດັບຫຼຽນໄຊແຮງງານ ຊັ້ນ I ອັນສູງສົ່ງຄັ້ງນີ້, ຜົນງານຜົນສຳເລັດດັ່ງກ່າວ ໄດ້ມາກໍ່ຍ້ອນການໃຫ້ການຮ່ວມມື, ສະໜັບສະໜູນ ຊ່ວຍເຫຼືອທີ່ດີ ຈາກການນຳ ກໍ່ຄືບັນດາ ກະຊວງຂະແໜງການ ແຕ່ສູນກາງ ຮອດທ້ອງຖິ່ນຂອງຫວຽດນາມ ໃນນັ້ນພິເສດ ແມ່ນ ກະຊວງການຕ່າງປະເທດ ແລະ ຄະນະພົວພັນການຕ່າງປະເທດ ສູນກາງພັກ.
ຖືໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຄອບອຳລາ ສະຫາຍ ລັດຖະມົນຕີ ບຸຍ ແທັງ ເຊີນ ຢ່າງເປັນທາງການ ພາຍຫຼັງສຳເລັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ພາຍຫຼັງກັບຄືນປະເທດ ບໍ່ວ່າຕົນເອງຢູ່ໃນສະຖານະ ຫຼືຕຳແໜ່ງໃດກໍ່ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນອັນພິເສດ ຂອງສອງ ປະເທດ ທີ່ມີໜຶ່ງບໍ່ມີສອງໃນໂລກ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ເນື່ອງໃນໂອກາດວັນຊາດຫວຽດນາມຄົບຮອບ 78 ປີ (ວັນທີ 02/09/1945 -02/09/2023) ໄກ້ຈະມາເຖິງນີ້ ສະຫາຍເອກອັກຄະລັດຖະທູດໄດ້ຕາງໜ້າການນໍາພັກ, ລັດ ກອງທັບ ແລະ ປະຊາຊົນລາວ ອວຍພອນ ມາຍັງການນຳພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດ ສ່ອງໃສຂອງພັກກອມມູນິດ ຫວຽດນາມ ໂດຍມີສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພາ, ສສ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ເພື່ອໃຫ້ບັນລຸຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ວາງອອກ ກໍຄືວິໄສທັດຮອດປີ 2045 ເພື່ອໃຫ້ຫວຽດນາມ ກາຍເປັນປະເທດພັດທະນາ ທີ່ມີລາຍຮັບສູງ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມຕະຫຼອດກາລະນານ. ພາຍຫຼັງສຳເລັດພິທີປະດັບຫຼຽນໄຊ, ສະຫາຍບຸ່ຍ ແທງ ເຊີນ ໄດ້ຈັດພາເຂົ້າສົ່ງ ສະຫາຍແສງເພັດ ຮຸ່ງບຸນຍວງ ດ້ວຍບັນຍາກາດໄມຕີຈິດ ມິດຕະພາບ ອັນດູດດື່ມ.
ໃນວັນທີ 31/8/2023, ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະນຳ ແລະ ພະນັກງານ ສະຖານທູດໄດ້ເຂົ້າອວຍພອນ ສະຫາຍ ເລ ຮ່ວາຍ ຈູງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມຄົບຮອບ 78 ປີ ແລະ ຢ້ຽມອຳລາໃນໂອກາດຈະໝົດວາລະປະຈຳການ ເປັນເອກອັກ ຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ພ້ອມທັງເຂົ້າຮ່ວມ ພາເຂົ້າສາມັກຄີສົ່ງສະຫາຍແສງເພັດ ຮຸ່ງບຸນຍວງ ພ້ອມພັນລະຍາພາຍຫຼັງສຳເລັດການປະຕິບັດໜ້າທີ່ການທູດຕະຫຼອດໄລຍະ 4 ປີ.
ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ



