ແຫລ່ງຂ່າວຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 18 ມິຖຸນາ ນີ້, ຫລາຍພາກ ສ່ວນທັງພາກລັດ ແລະ ພາກເອກະຊົນ ຍັງສືບຕໍ່ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ເພື່ອຊ່ວຍເຫລືອບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມຢູ່ແຂວງໄຊຍະບູລີ ລວມມູນຄ່າເກືອບ 400 ລ້ານກີບ, ໃນນັ້ນປະກອບມີ: ນໍ້າດື່ມ, ເຂົ້າສານ, ອາຫານແຫ້ງ, ເຄື່ອງເຮືອນຄົວ, ເຄື່ອງ ນຸ່ງ-ຮົມ ແລະ ເງິນສົດ, ເຊິ່ງຕາງໜ້າຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ປະທານຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມຄະນະ.
ພາກສ່ວນຕ່າງໆທີ່ມາມອບເຄື່ອງຊ່ວຍ ເຫລືອໃນນັ້ນປະກອບມີ: ບໍລິສັດ ບີເອັມ ກໍ່ສ້າງຂົວ-ທາງ, ເຄຫາສະຖານ ແລະ ຊົນ ລະປະທານຈໍາກັດ, ກຸ່ມບໍລິສັດ ອ່າງທອງ ຈໍາກັດ ແຂວງ ຫລວງພະບາງ, ໂຮງແຮມເຈືອງ 2 ນະຄອນຫລວງວຽງຈັນ, ພະ ແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ, ບໍລິສັດ ທັນສະຫວັດ ຈາກແຂວງ ຫຼວງ ພະບາງ, ອົງການປົກ ຄອງ ເມືອງປາກລາຍ, ບໍລິສັດ ໂຊກແສງຄໍາ, ອົງການປົກຄອງເມືອງທົ່ງມີໄຊ, ສະ ມາຄົມຂົນສົ່ງໂດຍສານທາງບົກ, ບໍລິສັດ ສີປະເສີດ ກໍ່ສ້າງຂົວທາງຈໍາກັດ, ບໍລິສັດ ວິໄຣພອນ ກໍ່ສ້າງຂົວທາງ, ບໍລິສັດເຮີຍແອງ ຫວຽດນາມ, ບໍລິສັດ ອຸທຸມພອນ ກໍ່ສ້າງຂົວທາງຈໍາກັດ, ບໍລິສັດສີຈະເລີນ ກໍ່ສ້າງຂົວທາງ, ເມືອງ ແກ່ນທ້າວ, ໂຮງ ງານ ນໍ້າດື່ມ ນໍ້າ 5 ແຂວງ ຫລວງນໍ້າທາ, ສະມາຄົມຄົນຫວຽດນາມປະຈໍາແຂວງ ໄຊຍະບູລີ, ບໍລິສັດ ດວງຈັນຮຸ່ງເຮືອງ, ສະມາຄົມນັກທຸລະກິດໜຸ່ມ, ບໍລິສັດ ຈັນທະວົງ ກໍ່ສ້າງຂົວທາງ, ນັກທຸລະກິດໜຸ່ມເມືອງ ແກ່ນທ້າວ, ບໍລິສັດ ໂຊກໄຊ ສົ່ງເສີມກະສິກໍາ ເມືອງແກ່ນທ້າວ, ສະຖາ ບັນການເງິນ ຈຸລະພາກທີ່ຮັບເງິນຝາກເອກພັດທະນາ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອຈໍາກັດ, ທີມງານ ພ້ອມໃຈ, ບໍລິສັດ ບາລະມີ ຈາກ ປະເທດໄທ, ບໍລິສັດທີທີພາວເວີໂຕໂທ ຈໍາກັດ ແລະ ບໍລິສັດ ທີທີ ພາວເວີ 45 ຈໍາກັດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ


