ໂດຍເຫັນໄດ້ເຖິງຜົນຮ້າຍໃນການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ແລະ ເສດຖະກິດໃນທົ່ວໂລກເວົ້າລວມ,ເວົ້າສະເພາະກໍ່ຄື ສປປ ລາວ ໃນປະຈຸບັນທີ່ໄດ້ຖືກຄຸກຄາມຈາກພະຍາດດັ່ງກ່າວເຊິ່ງໄດ້ກວດພົບຜູ້ຕິດເຊື້ອ , ຜູ້ສໍາຜັດໃກ້ຊິດ ແລະ ກຸ່ມສ່ຽງອື່ນໆຢູ່ໃນສັງຄົມທີ່ນັບມື້ນັບມີຈໍານວນເພິ້ມຂຶ້ນ ທັງນີ້ກໍ່ເພື່ອເປັນການສະກັດກັ້ນການແຜ່ເຊື້ອຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍວົງກວ້າງອອກໄປສູ່ເຂດອື່ນເຊິ່ງຈະສ້າງຄວາມຫຍຸ້ງຍາກໃນການຄວບຄຸມເຊັ່ນ : ຈໍານວນແພດ-ໝໍຜູ້ເຮັດໜ້າທີ່ໃນການປິ່ນປົວ , ສະຖານທີ່ຮອງຮັບຜູ້ຕິດເຊື້ອ , ອຸປະກອນການແພດ ,ງົບປະມານ ແລະ ອື່ນໆ…
ເມື່ອເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນອັນເລັ່ງດ່ວນຂອງວຽກງານດັ່ງກ່າວຄືແນວນັ້ນໃນວັນທີ 28 – 29 ເມສາ 2021 ຢູ່ທີ່ຫ້ອງຮັບແຂກຂອງຫ້ອງວ່າການແຂວງຄໍາມ່ວນພາກສ່ວນຕ່າງໆໄດ້ມອບເງິນປະກອບສ່ວນໃຫ້ແກ່ຄະນະສະເພາະກິດຂອງແຂວງເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 .
ໃນນັ້ນວັນທີ 28 ເມສາ 2021 ທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ໂດຍສົມທົບກັບ 04 ທະນາຄານພາຍໃນແຂວງຄໍາມ່ວນຄື : ທະນາຄານພັດທະນາລາວ , ທະນາຄານການຄ້າຕ່າງປະເທດລາວ , ທະນາຄານສົ່ງເສີມກະສິກໍາ ແລະ ທະນາຄານນະໂຍບາຍເຊິ່ງເງິນທີ່ເອົາມາມອບແມ່ນມີຈໍານວນ 10 ລ້ານກີບເຊິ່ງຮັບໂດຍທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຄໍາມ່ວນໃນນາມຫົວໜ້າຄະນະສະເພາະກິດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ຂັ້ນແຂວງ ແລະ ເປັນກຽດມອບໂດຍທ່ານ ວົງພະຈັນ ແສງສຸວັນ ຫົວໜ້າ ສາຂາ ທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ .
ໃນວັນທີ 29 ເມສາ 2021 ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດໄດ້ເອົາເງິນມາປະກອບສ່ວນຈໍານວນ 50 ລ້ານກີບມາມອບໃຫ້ແກ່ຄະນະສະເພາະກິດຂອງແຂວງເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຊິ່ງຮັບໂດຍທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າງແຂວງໆຄໍາມ່ວນ ແລະ ມອບໂດຍຕາງໜ້າບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ . ນອກຈາກນັ້ນຍັງມີບໍລິສັດ ດວງປະເສີດ ຂຸດຄົ້ນແຮ່ທາດ ຈໍາກັດໄດ້ເອົາເງິນມາປະກອບສ່ວນຈໍານວນ 10 ລ້ານກີບເຊິ່ງຮັບໂດຍທ່ານ ໝັ້ນຍືນ ຄີນສະໝອນ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຄໍາມ່ວນ ແລະ ເປັນກຽດມອບໂດຍທ່ານ ຮວ້າງ ຈ້ອງ ແທ່ງ ຜູ້ອໍານວຍການບໍລິສັດ ດວງປະເສີດ ຂຸດຄົ້ນແຮ່ທາດ ຈໍາກັດ .
ພາບ-ຂ່າວ:ນັກຂ່າວວິທະຍຸແຂວງຄໍາມ່ວນ
Loading...