ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍວັນທີ 25 ກຸມພານີ້, ກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມຮ່ຳຮຽນລວມໝູ່ຄັ້ງທີ 37 ໃນຫົວຂໍ້ເສັ້ນທາງການພັດທະນາສິດທິມະນຸດຂອງຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເປັນປະທານ ແລະໄດ້ກ່າວເນັ້ນໜັກວ່າ: ການເຄົາລົບແລະຮັບປະກັນດ້ານສິດທິມະນຸດເປັນການສະແຫວງຫາຢ່າງບໍ່ລົດລະຂອງຊາວພັກກອມມູນິດຈີນ. ພວກເຮົາຄວນຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນແລະຄວາມຮີບດ່ວນຂອງວຽກງານດ້ານສິດທິມະນຸດໃຫ້ດີ, ຍຶດໝັ້ນເສັ້ນທາງການພັດທະນາສິດທິມະນຸດຂອງຈີນຢ່າງໝັ້ນໜຽວບໍ່ປ່ຽນແປງ, ເອົາໃຈໃສ່ເຄົາລົບແລະຮັບປະກັນດ້ານສິດທິມະນຸດໃຫ້ຫຼາຍກວ່າເກົ່າ, ຊຸກຍູ້ການພັດທະນາພາລະກິດດ້ານສິດທິມະນຸດຂອງຈີນໃຫ້ດີກວ່າເກົ່າ.
ທ່ານສີຈິ້ນຜິງກ່າວວ່າ: ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເມື່ອປີ 2012 ເປັນຕົ້ນມາ, ພວກເຮົາໄດ້ຍຶດໝັ້ນການຖືເອົາການເຄົາລົບແລະຮັບປະກັນດ້ານສິດທິມະນຸດເປັນວຽກງານສຳຄັນໃນການບໍລິຫານປະເທດ, ຊຸກຍູ້ໃຫ້ພາລະກິດດ້ານສິດທິມະນຸດຂອງຈີນໄດ້ຮັບຜົນສຳເລັດເປັນຄັ້ງປະຫວັດສາດ. ສະຫຼຸບໄດ້ດັ່ງນີ້:
1, ໄດ້ພັດທະນາປະຊາທິປະໄຕປະຊາຊົນໃນທຸກຂັ້ນຕອນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ສິດທິມະນຸດໃຫ້ມີການຮັບປະກັນທາງດ້ານກົດໝາຍ, ປົກປັກຮັກສາຄວາມຍຸດຕິທຳແລະຄວາມເປັນທຳໃນສັງຄົມຢ່າງເດັດດ່ຽວ, ປະຊາຊົນມີສິດປະຊາທິປະໄຕທີ່ກວ້າງຂວາງກວ່າເກົ່າ, ຫຼາຍກວ່າເກົ່າ ແລະຮອບດ້ານກວ່າເກົ່າ.
2, ໄດ້ຊຸກຍູ້ການປະກອບອາຊີບຢ່າງເຕັມສ່ວນກວ່າເກົ່າ ແລະມີຄຸນນະພາບສູງກວ່າເກົ່າ, ສ້າງລະບົບການສຶກສາ, ລະບົບປະກັນສັງຄົມ, ລະບົບການປິ່ນປົວພະຍາດ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ, ໄດ້ສຸມກຳລັງເຂົ້າໃນການປັບປຸງສະພາບແວດລ້ອມການດຳລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນ.
3, ໄດ້ຍຶດໝັ້ນການຖືເອົາປະຊາຊົນ ແລະຊີວິດຂອງປະຊາຊົນເປັນສິ່ງສຳຄັນທີ່ສຸດ, ໄດ້ຮັບມືກັບສະພາບພະຍາດໂຄວິດ-19 ຢ່າງແຂງແຮງ, ໄດ້ປົກປ້ອງຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນຢ່າງສຸດຂີດ.
4, ໄດ້ຈັດຕັ້ງປະຕິບັດນະໂຍບາຍຊົນເຜົ່າແລະນະໂຍບາຍສາສະໜາຂອງພັກຢ່າງຮອບດ້ານ, ໄດ້ຍຶດໝັ້ນການເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສະເໝີພາບກັນ, ເຄົາລົບການເຊື່ອຖືດ້ານສາສະໜາຂອງປະຊາຊົນ, ຮັບປະກັນໃຫ້ປະຊາຊົນບັດດາເຜົ່າມີສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ.
5, ໄດ້ຊຸກຍູ້ການປະຕິຮູບລະບົບຕຸລາການໃຫ້ເຂົ້າສູ່ລວງເລິກ, ເພີ່ມທະວີການສ້າງປະເທດຈີນທີ່ມີຄວາມສະຫງົບ ແລະປະເທດຈີນທີ່ປົກຄອງຕາມກົດໝາຍ, ລົງເລິກຍົກລະດັບການສຶກສາໃຫ້ກັບຖັນແຖວຜູ້ເຮັດວຽກການເມືອງແລະກົດໝາຍ, ດຳເນີນການເຄື່ອນໄຫວປາບປາມກຸ່ມແກ້ງອາຊະຍາກຳໃນສັງຄົມຢ່າງຮອບດ້ານ, ປາບປາມການກະທຳຜິດກົດໝາຍປະເພດຕ່າງໆຢ່າງເຂັ້ມງວດ ເພື່ອຮັກສາສະຖຽນລະພາບທາງສັງຄົມໃນໄລຍະຍາວ ແລະຮັກສາຄວາມປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນຢ່າງແທ້ຈິງ.