ວັນທີ 17 ທັນວາ 2021, ຢູ່ທີສະໂມສອນໃຫຍ່ ຂອງເມືອງຊະນະຄາມແຂວງວຽງຈັນ ໄດ້ເປີດພິທີປະກາດ ຮັບຮອງເອົາ 05 ບ້ານ ຄື: ບ້ານ ໂນນສະຫວັນ, ບ້ານ ນໍ້າກວນ, ບ້ານ ຄົກເຂົ້າດໍ, ບ້ານ ປາກພາງ, ບ້ານ ຜາລາດ ເປັນບ້ານປ້ອງກັນຊາດເຂັ້ມແຂງ, ໂດຍການເປັນປະທານ ຂອງທ່ານ ສະໝານ ວິເສດຍະພົງສ໌ ກຳມະ ການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆ ຊະນະຄາມ ປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ພິທີດັ່ງກ່າວ ຍັງໄດ້ເປັນກຽດຕ້ອນຮັບ ທ່ານ ພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການທະຫານ ທະ ຫານແຂວງວຽງຈັນ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອຳ ນາດການປົກຄອງບ້ານ ທີ່ໄດ້ຮັບການຮັບຮອງເຂົ້າຮ່ວມ ພ້ອມທັງຮັກສາມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.
ໃນພິທີດັ່ງກ່າວທ່ານນາຍບ້ານໆໂນນສະຫວັນໄດ້ຕ່າງໜ້າອຳນາດການປົກຄອງ 05 ບ້ານໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດ ຂອງການຈັດຕັງປະຕິບັດ ວຽກງານປ້ອງກັນຊາດເຂັ້ມແຂງໃນໄລຍະຜ່ານມາເຫັນໄດ້ວ່າ ທັງ 05 ບ້ານໄດ້ມີການຈັດຕັ້ງ ແລະເຄື່ອນໄຫວມີຜົນສຳເລັດຕາມເງື່ອນໄຂ ມາດ ຖານທີ່ທາງກອງບັນຊາການ ປກຊ ວາງອອກເຊັ່ນ: ທັງ 05 ບ້ານ ມີຈຳນວນຄອບຄົວທັງໝົດ 1.620 ຄົນ. ມີຄອບຄົວປ້ອງກັນຊາດເຂັ້ມແຂງປະເພດ 1 ນັບແຕ່ 95 -ຫາ 100 ມີ 1.388 ຄອບຄົວ, ຄອບຄົວປ້ອງກັນຊາດເຂັ້ມແຂງປະເພດ 2 ນັບແຕ່ 85% ຫາ 95% ມີ 232 ຄອບຄົວ, ປະແພດ ຄອບ ຄົວຫຼຸດຄາດໝາຍນັບແຕ່ 84% ລົງມາມີ 0 ຄອບຄົວ ຜ່ານການປະເມີນ ເຫັນໄດ້ວ່າໃນຈຳນວນ 05 ບ້ານ ມີຄວາມພ້ອມຕາມເງື່ອນ 95%, ໃນກອງປະຊຸມດັ່ງກ່າວໄດ້ຜ່ານຂໍ້ຕົກລົງ ຂອງທ່ານ ເຈົ້າເມືອງ-ເມືອງຊະນະຄາມ ວ່າດ້ວຍການຮັບຮອງເອົາຄອບຄົວ ແລະບ້ານປ້ອງກັນຊາດເຂັ້ມແຂງ ແລະຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ແຂວງວຽງຈັນວ່າດ້ວຍການຢັ້ງຢືນ ແລະຮັບຮອງເອົາ 05 ບ້ານ ຂອງເມືອງຊະນະຄາມ ແຂວງວຽງຈັນ ເປັນບ້ານປ້ອງກັນຊາດເຂັ້ມແຂງ ພ້ອມທັງຈັດພິທີ ມອບ-ຮັບໃບຢັ້ງຢືນຢ່າງສົມກຽດ.
ຕອນທ້າຍໃນພິທີ ພົນຈັດ ຕະວາ ບຸນມາ ວົງດາລາແສນ ຮອງປະທານປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງວຽງຈັນ ໄດ້ໃຫ້ກຽດເປີດປ້າຍເພື່ອຮັບຮອງເອົາ 05 ບ້ານເປັນບ້ານປ້ອງກັນຊາດເຂັ້ມແຂງຢ່າງເປັນທາງການ ພ້ອມທັງລັ່ນຄ້ອງ 09 ບາດ ເພື່ອເປັນສິລິມຸງຄຸນ.
Loading...