ໃນຕອນວັນທີ 09 ຕຸລາ 2021 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ໄດ້ຈັດກອງປະຊຸມເຊື່ອມຊຶມ ເເລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງໃຫ້ກຽດເປັນປະທານ ໂດຍ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ,ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ, ມີຄະນະໜ່ວຍພັກ, ສະມາຊິກພັກ ເເລະພະນັກງານຂອງສະຖານທູດ ລວມທັງໝົດຈຳນວນ 12 ສະຫາຍ ຍິງ 4 ສະຫາຍເຂົ້າຮ່ວມ.

 

ໃນກອງປະຊຸມດັ່ງກ່າວ  ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາ ຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ  ປະຈໍາ ສ.ຣັດເຊຍ ໄດ້ເຜີຍເເຜ່ຕໍ່ກອງປະຊຸມຊາບ ກ່ຽວກັບເອກະສານບົດເເນະນໍາ ໃນການຈັດຕັ້ງເຊື່ອມຊຶມເເລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຂອງຄະນະພັກກະຊວງການຕ່າງປະເທດ ສະບັບເລກທີ 301/ຄພ.ຕປທ, ລົງວັນທີ 02 ມິຖຸນາ 2021 ເເລະ ບົດລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.ພ້ອມນີ້, ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດທີ່ຍາດມາໄດ້, ບັນຫາທີ່ຄົງຄ້າງ, ບົດຮຽນທີ່ສາມາດຖອດຖອນໄດ້ໃນໄລຍະທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງພັກປະຊາຊົນປະຕິວັດລາວ.

 

ກອງປະຊຸມຍັງໄດ້ຮັບຟັງການບັນຍາຍ ເອກະສານ ກ່ຽວກັບ ມະຕິກອງປະຊຸມໃຫຍ່ຜູ້ເເທນທົ່ວປະເທດ ຄັ້ງທີ XI  ຂອງພັກປະຊາຊົນປະຕິວັດລາວ ເເລະ ເອກະສານຈັດຕັ້ງເຊື່ອມຊຶມ ເເລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຊຶ່ງສະເໜີໂດຍ ສະຫາຍ ພັນເອກ ສີສະໄຫວ ສິມມະລິວົງ, ຮອງເລຂາໜ່ວຍພັກ, ທີ່ປຶກສາທູດຝ່າຍປ້ອງກັນຊາດ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ.

 

ເອກະສານທີນຳມາເຊື່ອມຊຶ່ມໃນຄັ້ງນີ້ມີ: ມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີXI ຂອງພັກໂດຍສະເພາະແມ່ນເນື້ອໃນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຈະຕ້ອງໄດ້ຊີ້ນຳ-ນຳພາໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ໃນ 5 ປີຕໍ່ໜ້າ, ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI, ວັດຖຸປະສົງຂອງພັກແມ່ນນຳພາປວງຊົນລາວທັງຊາດດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍຂອງພັກ ຍາມໃດກໍ່ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ ແລະ ມູນເຊື້ອອັນສະຫງ່າງາມຂອງພັກ ເປັນພື້ນຖານທິດສະດີ ຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງຮອບດ້ານທີມີຫຼັກການຂອງເຂົ້າສູ່ລວງເລິກ ສືບຕໍ່ບູລະນະລະບອບປະຊາທິປະໄຕໃຫ້ກ້າວຂື້ນສູ່ຈຸດໝາຍສັງຄົມນີຍົມ.

ຜ່ານການຈັດຕັ້ງການເຊື່ອມຊຶມຂອງມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້ ຄະນະໜ່ວຍພັກເຮົາໄດ້ຢັ້ງຢືນໃຫ້ເຫັນວ່າ ຍາມໃດພັກເຮົາກໍ່ຍຶດໝັ້ນໃນທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ກຳແໜ້ນສະພາວະຄວາມເປັນຈິງຂອງປະເທດຊາດ ກໍ່ຄືຄວາມມຸ່ງມາດປາດຖະໜາຂອງປະຊາຊົນລາວບັນດາເຜົ່າໃນທົວປະເທດ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ທັງໄດ້ເນັ້ນໜັກເຖິງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ້ປະກົດຜົນເປັນຈິງ ເພື່ອສ້າງໃຫ້ໜ່ວຍພັກຂອງສະຖານທູດເຮົາກາຍເປັນ 1. ໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຕາມແຜນການ ແລະ ເປົ້າໝາຍທີ່ໜ່ວຍພັກໄດ້ວາງໄວ້; 2. ເສີມຂະຫຍາຍແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເຄື່ອນໄຫວວຽກງານຢ່າງເປັນເຈົ້າການ ແລະ ເປັນເຈົ້າການຕົນເອງ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄຳຖາມ ເຮັດໃຫ້ເນື້ອໃນການເຊື່ອມຊຶມເອກະສານຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຄັ້ງນີ້ມີຄວາມເລິກເຊິ່ງ.

Loading...