ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີດັ່ງກ່າວຈັດຂື້ນໃນ ວັນທີ 20 ພະຈິກ 2023 ທີ່ ປະຕູໄຊ, ນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີທ່ານ ນາງອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ, ຜູ້ປະຈຳການ ຄຊກມດ, ມີທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບປະຈຳລາວ, ມີບັນດາທ່ານ ຄະນະນໍາ ຕາງໜ້າຈາກບັນດາກະຊວງ-ອົງການ, ທ່ານຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ແລະ ອົງການຈັດຕັ້ງສາກົນ, ບັນດາຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ພິທີຍ້ອມໄຟສີຟ້າທີ່ປະຕູໄຊມື້ນີ້ ໄປພ້ອມໆກັບປະຊາຊາດໃນທົ່ວໂລກເພື່ອສະເຫຼີມສະຫຼອງວັນຄົບຮອບ 34 ປີຂອງສົນທິສັນຍາ ວ່າດ້ວຍ ສິດທິເດັກ (ວັນເດັກໂລກ 20ພະຈິກ) ແລະ ໂອກາດສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການພົວພັນຮ່ວມມື ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບປະຈຳ ສປປ ລາວ; ໃນປີນີ້ ພວກເຮົາສະເຫຼີມສະຫຼອງພາຍໃຕ້ຄຳຂັວນທີ່ວ່າ “ການລົງທຶນໃນອານາຄົດ ຄືການລົງທຶນໃສ່ເດັກ (Investing in Our Future means Investing in Our Children)”
ຄຽງຄູ່ກັບກິດຈະກຳຄັ້ງນີ້, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກໄດ້ມີຫຼາຍໆກິດຈະກໍາ ໂດຍຮ່ວມມືກັບບັນດາ ຄກມດ ກະຊວງ/ອົງການ, ແຂວງ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດເອກະຊົນ ລວມທັງຄູອາຈານ ແລະ ນ້ອງໆທີ່ເປັນຕົວແທນເດັກຫຼາຍກຸ່ມຄື ເດັກໃນຕົວເມືອງ, ເດັກຊົນນະບົດ, ເດັກຊົນເຜົ່າ ແລະ ເດັກພິການ
ຊຶ່ງກິດຈະກຳທັງໝົດລວມມີ : ການປະກວດຮູບແຕ້ມຂອງເດັກ, ກອງປະຊຸມຕົວແທນເດັກ ໃນຫົວຂໍ້ທີ່ກ່ຽວຂ້ອງກັບເດັກ ໃນ 03 ຫົວຂໍ້ຄື: ຜົນກະທົບຕໍ່ເດັກຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ການແຕ່ງດອງແຕ່ອາຍຸຍັງນ້ອຍ ແລະ ການຖືພາຂອງເດັກ, ເດັກກັບສື່ສັງຄົມອອນລາຍ,
ທ່ານ ນາງອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ, ຜູ້ປະຈຳການ ຄຊກມດ ກ່າວວ່າ : ” ການຍ້ອມໄຟສີຟ້າໃສ່ສຳນັກງານອົງການ ແລະ ສະຖານທີ່ສຳຄັນ ເພື່ອປູກຈິດສໍານຶກ, ປຸກລະດົມສັງຄົມ ແລະ ທຸກຄົນ ເຂົ້າຮ່ວມ, ລົງທຶນໃສ່ເດັກ, ສົ່ງເສີມສິດທິເດັກ, ສ້າງຄວາມເຂັ້ມແຂງ, ສົ່ງເສີມສິດທິເດັກ ແລະ ຄວາມເປັນຢູ່ທີ່ດີສໍາລັບເດັກ ແລະ ເພື່ອເປັນສັນຍາລັກເຖິງສິດທິເດັກ ຮ່ວມກັບບັນດາປີຊາຊາດໃນທົ່ວໂລກ ໃນໂອກາດສະເຫຼີມສະຫຼອງວັນຄົບຮອບສົນທິສັນຍາ ວ່າດ້ວຍ ສິດທິເດັກ (ວັນເດັກໂລກ 20 ພະຈິກ) “
May be an image of 4 people and text
May be an image of 5 people, child, map and text
May be an image of the Arc de Triomphe