ພິທີຖະແຫຼງຂ່າວງານວາງສະແດງ ແລະ ຈັບຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກໍາ ລາວ-ຫວຽດນາມ ຈັດຂື້ນໃນຕອນບ່າຍວັນທີ 21 ມີນາ 2023 ນີ້, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາການນໍາອາວຸໂສ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກງານພາຍໃນກະຊວງພ້ອມດ້ວຍແຂກຮັບເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້, ແມ່ນເພື່ອຊຸກຍູ້ການຮ່ວມມືດ້ານການນຳໃຊ້, ການຖ່າຍທອດເຕັກໂນໂລຊີນະວັດຕະກຳ ແລະ ຊອກຄູ່ຮ່ວມມືລະ ຫວ່າງໜ່ວຍງານຄົ້ນຄວ້າວິໄຈ ແລະ ບັນດາວິສາຫະກິດຂອງສອງປະເທດ, ເພີ່ມທະວີການພົວພັນຮ່ວມມືຮອບດ້ານບົນພື້ນຖານນ້ຳໃຈມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດທີ່ເປັນມູນເຊື້ອອັນຍາວນານລະຫວ່າງ ລາວ- ຫວຽດນາມ ທັງເປັນການເຊື່ອມໂຍງກັບບັນດານັກຄົ້ນຄວ້າວິໄຈ ແລະ ນັກພັດ ທະນາເຕັກໂນໂລຊີນະວັດຕະກຳຂອງຫວຽດ ນາມກັບບັນດາອົງການຂອງລັດ ແລະ ບັນດາຫົວໜ່ວຍທຸລະກິດຂອງລາວ ເພື່ອຊຸກຍູ້ສົ່ງເສີມດ້ານການຄ້າ ແລະ ການລົງທຶນດ້ານເຕັກໂນໂລຊີນະວັດຕະກຳໃນຂົງເຂດທີ່ສຳຄັນຂອງລາວ.
ງານວາງສະແດງ,ຊອກຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳລາວ-ຫວຽດນາມ ຫຼື Tech-Innovation Vietnam-Laos ປະຈໍາປີ 2023 ຈະໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 4 ຫາ 5 ເມສາໜ້ານີ້,ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ICTC ນະຄອນຫຼວງງວຽງຈັນ ເຊິ່ງໃນງານຄັ້ງນີ້ເປັນການຮ່ວມມືລະຫວ່າງ 2 ກະຊວງກໍ່ຄືກະຊວງເຕັກໂນໂລຊີແລະການສື່ສານສານຂອງລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີປະເທດຫວຽດນາມ ໂດຍຈະໄດ້ມີການເຊື້ອເຊີນບັນດາສະຖາບັນການຄົ້ນຄວ້າ, ສະຖາບັນການສຶກສາ, ພາກສ່ວນທຸກິດ ແລະ ຜູ້ປະກອບກິດຈະການທຸລະກິດ ຫຼື Startup ທີ່ມີຊື່ສຽງຈາກ 2 ປະເທດເຂົ້າຮ່ວມ ພາຍໃນງານຈະຈັດຫຼາຍກິດຈະກໍາ ເຊັ່ນ: ງານວາງສະແດງກ່ຽວກັບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕ໋ອນ, ພະລັງງານທົດແທນ, ການບຳບັດສິ່ງແວດລ້ອມ, ການເກັບຮັກສາອາຫານ-ເຕັກໂນໂລຊີປຸງແຕ່ງ, ຂົງເຂດການທ່ອງທ່ຽວ, ການຄ້າເອເລັກໂຕນິກ ຫຼື E-commerce, ເຕັກໂນໂລຊີ ນະວັດຕະກຳໃໝ່, ຜົນງານການຄົ້ນຄ້ວາ ແລະ ຜະລິດຕະພັນຈາກຫົວຄິດປະດິດສ້າງຂອງທຸລະກິດ Startup ຈາກ ສປປ ລາວ ແລະ ສສ ຫວຽດນາມ ຈຳນວນ 60 ກວ່າຮ້ານວາງສະແດງ ໃນນັ້ນ ຄາດວ່າ ຈະມີຮ້ານວາງສະແດງ ຈາກປະເທດຫວຽດນາມຈຳນວນ 30 ຮ້ານ ແລະ ຮ້ານວາງສະແດງຂອງຄູ່ຮ່ວມມືລາວ ຈໍານວນ 30 ຮ້ານ ນອກນັ້ນຈະໄດ້ມີການຈັດກອງປະຊຸມສຳມະນາກ່ຽວກັບວິຊາການ ໃນຫົວຂໍ້ຕ່າງໆເຊັ່ນ: ການເປີດກ້ວາງການຮ່ວມມື ແລະ ກຳນົດແຜນພັດທະນາ ລະ ບົບນິເວດນະວັດຕະກຳ ແລະ ຜູ້ປະກອບການທຸລະກິດ Startup, ເວທີເສວະນາການເຊື່ອມໂຍງດ້ານເຕັກໂນໂລຊີ ແລະ ຜູ້ປະກອບການທຸລະກິດ Startup, ຂຸດຄົ້ນຊອກຮູ້, ການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳຢູ່ ສສ ຫວຽດນາມ, ຊຸກຍູ້ສົ່ງເສີມຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ຂອງ ສປປ ລາວ, ກຳ ນົດແຜນຮ່ວມມື ເພື່ອພັດທະນາລະບົບນິເວດ ນະວັດຕະກຳໃໝ່ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສສ ຫວຽດນາມ ລວມທັງການພັດທະນາລະບົບນິເວດນະວັດຕະກຳໃໝ່ ສສ ຫວຽດນາມ ແລະ ເປີດກ້ວາງຮ່ວມກັບ ສປປ ລາວ ແລະ ອື່ນໆ.
Loading...