ໃນຕອນເຊົ້າຂອງວັນທີ 28 ສິງຫາ 2021, ຂຶ້ນ 6 ຄ່ຳ ເດືອນສິບ ພສ 2564.ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ ໄດ້ຈັດພິທີທາງພຸດທະສາສະໜາເພື່ອເປັນສິຣິມົງຄຸນໃຫ້ສະຖານທູດ ແລະ ສູດຄາຖາຕໍ່ຊາຕາໃຫ້ແກ່ບ້ານເມືອງ, ສະຖານທູດແລະ ວົງຄະນະຍາດລາວ ປະຈໍາປະເທດຝຣັ່ງ ໃນຍາມໄພພິບັດ ພະຍາດໂຄວິດ-19.
ໂດຍໄດ້ອາຣັດຕະນານິມົນ ພຣະອາຈານ ສະຫວັດ ວິໃນທອນ ນິໃສບັດດິດ ແລະພຣະອາຈານທີ່ເດີນທາງມາແຕ່ວັດອື່ນໆຈໍານວນ 12 ອົງ ໃນຂອບເຂດທົ່ວປະເທດຝຣັ່ງ, ໂດຍການເປັນເຈົ້າສັດທາ ຂອງ ທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳນະຄອນຫຼວງປາຣີ ພ້ອມດ້ວຍພັນລະຍາ ແລະ ພະນັກງານສະຖານທູດທຸກຄົນ.
ການຈັດງານໃນຄັ້ງນີ້ໄດ້ມີ ສະມາຊິກແນວລາວສ້າງຊາດປະຈໍາປະເທດຝຣັ່ງ, ບັນດາສະມາຄົມຄົນເຊື້ອຊາດລາວຢູ່ຝຣັ່ງ, ພ້ອມດ້ວຍບາງສະຖານທູດໃນຂອບວຽກອາຊຽນປະຈຳປະເທດຝຣັ່ງ,ບັນດາພີ່ນ້ອງຊາວລາວ ທີ່ຢູ່ໃກ້ ແລະ ໄກ ເຂົ້າຮ່ວມ ຈໍານວນ 100 ກວ່າຄົນ.
ໃນໂອກາດນີ້, ທ່ານ ຢົງ ຈັນທະລັງສີເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳນະຄອນຫຼວງປາຣີ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດງານສຳຄັນທາງສາສະໜາ ຄັ້ງນີ້ ເພື່ອເປັນການເຕົ້າໂຮມບັນດາພຣະສົງພາຍໃນປະເທດຝຣັ່ງ, ເຕົ້າໂຮມຄວາມສາມັກຄີພີ່ນ້ອງຊາວລາວພາຍໃນປະເທດຝຣັ່ງ ໄດ້ມາຢື້ຢາມຖາມຂ່າວ, ພົບປະແລກປ່ຽນເຊິ່ງກັນ ແລະ ກັນ ພາຍຫຼັງ ນະຄອນຫຼວງປາຣີ ໄດ້ມີມາດຕະການຜ່ອນຜັນການລະບາດຂອງພະຍາດໂຄວິດ-19. ຂະນະດຽວກັນ ທັງເປັນການສືບຕໍ່ປະຕິບັດ ຮັກສາຮີດຄອງປະເພນີຂອງຄົນລາວທີ່ຜ່ານມາ ໃນຍາມຈຳພັນສາ, ສະຖານທູດ ເຄີຍໄດ້ອາຣັດຕະນານິມົນພະສົງ ມາສູດມົນໄຫ້ວພະ ຮັບສິນ, ສູດປະຣິຕະມຸງຄຸນ, ສູດຄາຖາປ້ອງກັນໄພ, ຖວາຍສັງຄະທານ, ພັດຕາຫານເພນ ເພື່ອລະນຶກຫາຜູ້ມີພະຄຸນຂອງແຕ່ລະຄົນ ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນສິລິມົງຄຸນໃຫ້ແກ່ສະຖານທູດ ແລະ ວົງຄະນາຍາດພີ່ນ້ອງລາວທີ່ອາໄສຢູ່ປະເທດຝຣັ່ງທຸກຖ້ວນໝ້າ.
ການຈັດພິທີດັ່ງກ່າວຖືເປັນຄວາມສຳເລັດໜຶ່ງໃນວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ໂດຍສະເພາະຢູ່ປະເທດຝຣັ່ງ ເນື່ອງຈາກສາສະໜາພຸດ ກໍ່ເປັນສິ່ງສຳຄັນໜຶ່ງທີ່ຍຶດໜ່ຽວຈິດໃຈ ໃຫ້ປະຊາຊົນຄົນລາວ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກສາຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດລາວເຮົາຕະຫຼອດມາ ພ້ອມທັງ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດຂອງພວກເຮົາເຊັ່ນດຽວກັນ.



