ໃນວັນທີ 08 ເມສາ 2022, ສະ ຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດ ແລະ ມອບໃບຢັ້ງຢືນ ໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມພະນັກງານໃໝ່, ຊຸດທີ 24, ຂອງກະຊວງການຕ່າງປະເທດ ແລະ ຄະນະພົວ ພັນຕ່າງປະເທດສູນກາງພັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະ ທານຂອງ ທ່ານ ທອງຜ່ານ ສະ ຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ນອກນັ້ນ, ຍັງມີບັນດາຫົວໜ້າ, ຄະນະກົມຈາກກະຊວງການຕ່າງປະ ເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຮັບ ຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນ ເຂົ້າຮ່ວມທັງໝົດ ປະມານ 40 ທ່ານ. ຊຸດຝຶກອົບຮົມດັ່ງກ່າວ, ແມ່ນໄດ້ດໍາເນີນມາແຕ່ວັນທີ 07 ມີນາ 2022 ເປັນເວລາ 05 ອາທິດ, ເຊີ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 28 ທ່ານ, ຍິງ 15 ທ່ານ ທີ່ມາຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ.
ໃນພິທີ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຂຶ້ນອ່ານຜ່ານບົດສະ ຫຼຸບລາຍງານຜົນການຝຶກອົບຮົມຕະຫຼອດໄລຍະ 05 ອາທິດ, ຊຶ່ງໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນຂອງໂຄງການຫຼັກສູດຝຶກອົບຮົມໃນຄັ້ງນີ້ ໂດຍສະເພາະແມ່ນ ເນັ້ນໃສ່ສົ່ງເສີມຂີດຄວາມສາມາດໃຫ້ພະນັກງານໜຸ່ມນ້ອຍ ໄດ້ຮຽນຮູ້ກ່ຽວກັບການເຄື່ອນໄຫວວຽກ ງານການຕ່າງປະເທດ, ການພົວພັນການທູດສອງຝ່າຍ ແລະ ຫຼາຍຝ່າຍ, ວຽກງານຊາຍແດນແຫ່ງຊາດ, ວຽກງານກົງສຸນ, ວຽກ ງານພິທີການ, ວຽກງານການຂີດຂຽນເອກະສານທາງການເປັນພາ ສາລາວ ແລະ ພາສາອັງກິດ ແລະ ອື່ນໆ. ແຕ່ລະວິຊາຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນເອົານັກວິທະຍາກອນ ຜູ້ທີ່ມີປະສົບການ ແລະ ຊ່ຽວຊານຈາກຫຼາຍພາກ ສ່ວນ ມາຂຶ້ນຫ້ອງບັນຍາຍເປັນຕົ້ນ: ບັນດາທ່ານທູດອາວຸໂສບຳ ນານ, ມະຫາວິທະຍາໄລແຫ່ງ ຊາດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພາຍໃນ, ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ກົມຕ່າງໆ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ. ນອກຈາກນັ້ນ, ຜູ້ເຂົ້າຝຶກອົບຮົມຍັງໄດ້ເຂົ້າຮັບຟັງປາຖະກະຖາ ຈາກຄະນະນຳກະຊວງການຕ່າງປະເທດ ໂດຍໄດ້ຮັບກຽດຂຶ້ນຫ້ອງບັນຍາຍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດ ຖະມົນຕີກະຊວງການຕ່າງປະ ເທດ ໃນຫົວຂໍ້: “ບົດຮຽນການເຄື່ອນໄຫວການທູດ: ການຈັດຕັ້ງປະຕິບັດການທູດປ້ອງກັນເຫດ ແລະ ບຸກທະລຸເພື່ອປົກປັກຮັກສາ ແລະ ພັດທະນາປະເທດ”.
ໃນພິທີອັນມີຄວາມໝາຍນີ້ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານພິທີກໍໄດ້ສະ ແດງຄວາມຊົມເຊີຍຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມ, ຄະນະຮັບຜິດຊອບ ກໍຄືສະຖາບັນການຕ່າງປະເທດ ພ້ອມດ້ວຍວິທະຍາກອນ ທີ່ໄດ້ເອົາໃຈໃສ່ສິດສອນ ແລະ ຖ່າຍທອດຄວາມຮູ້ພື້ນຖານດ້ານວຽກງານການຕ່າງປະເທດ ໃຫ້ແກ່ພະນັກງານໃໝ່ໄດ້ເປັນຢ່າງດີ. ພ້ອມດຽວກັນນັ້ນ, ທ່ານປະທານຍັງໄດ້ໃຫ້ກຽດໂອ້ລົມຕໍ່ພະນັກ ງານໃໝ່ ທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການຂອງການເຄື່ອນໄຫວວຽກງານຕ່າງປະເທດໃນໄລຍະໃໝ່ ທີ່ມີຄວາມຮຽກຕ້ອງການພະນັກງານນັກການທູດທີ່ຫ້າວຫັນ ແລະ ມີຄວາມຮູ້ຄວາມສາມາດຢ່າງເລີກເຊິງ ເພື່ອຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ຖະບານໂດຍສະເພາະ ນະໂຍບາຍການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ ແລະ ເຮັດໃຫ້ຖານະບົດບາດຂອງ ສປປ ລາວສູງເດັ່ນຂື້ນໃນເວທີສາກົນຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍ ທ່ານປະທານພິທີ ໄດ້ໃຫ້ທິດຊີ້ນໍາໂດຍຮຽກຮ້ອງໃຫ້ພະນັກງານລັດຖະກອນໃໝ່ທີ່ໄດ້ຜ່ານການຝຶກອົບຮົມຄັ້ງນີ້ ນຳເອົາບົດຮຽນ ທີ່ບັນດາຄູອາຈານໄດ້ຖ່າຍທອດໃຫ້ ເພື່ອໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດອອກຜົນຢ່າງແທ້ຈິງ.
ຂ່າວ;ພາບ: ກົມການຂ່າວກະຊວງການຕ່າງປະເທດ


