ໃນຕອນບ່າຍ, ວັນທີ 27 ພຶດສະພາ 2022, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປີດຊຸດຝຶກອົບຮົມ“ Minute Taking and Report Writing ’’ ໃຫ້ແກ່ ພະນັກງານກະຊວງການຕ່າງປະເທດ ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ທ່ານ Dan Heldon, ຮອງຫົວໜ້າສໍານັກງານ, ສະຖານທູດອົດສະຕຣາລີ ປະຈໍາ ສ ປປ ລາວ. ນອກນັ້ນ, ຍັງມີບັນດາຫົວໜ້າກົມ, ຄະນະກົມ, ຄະນະສະຖາ ບັນ, ຜູ້ຕາງໜ້າຈາກສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ, ຕາງໜ້າຈາກສະຖາບັນລາວ-ອົດສະຕຣາລີ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ນັກວິທະຍາກອນ ແລະ ນັກສໍາມະນາກອນຂອງຊຸດຝຶກອົບຮົມ ເຂົ້າຮ່ວມທັງໝົດ ປະມານ 50 ທ່ານ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດຳເນີນມາແຕ່ວັນທີ 16 ພຶດສະພາ 2022 ເປັນຕົ້ນມາ, ເຊີ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 25 ທ່ານ, ຍິງ 15 ທ່ານ ທີ່ມາ ຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງຂະແໜງການຕ່າງໆອ້ອມຂ້າງສູນກາງ. ຈຸດປະສົງ ຂອງຊຸດຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮູ້, ທັກສະ ແລະ ເຕັກນິກວິທີການບັນທຶກກອງປະຊຸມ ແລະ ການເຮັດບົດລາຍງານກອງປະຊຸມສາກົນ ເປັນພາສາອັງກິດ, ເຊິ່ງເປັນຫົວຂໍ້ທີ່ສຳຄັນ ແລະ ຈຳເປັນສຳລັບພະນັກງານນັກການທູດໜຸ່ມນ້ອຍ ເພື່ອກໍາໄດ້ຫຼັກການ, ຮູບແບບ ແລະ ໂຄງຮ່າງໃນການຂຽນບົດລາຍງານກອງປະຊຸມສາກົນ ໃຫ້ມີຄວາມກະທັດຫັດ, ເຂົ້າໃຈງ່າຍ ແລະ ມີເນື້ອໃນຄົບຖ້ວນສົມບູນ. ການຈັດຝຶກອົບຮົມນີ້ແມ່ນ 01 ໃນ 06 ແຜນງານໃນການພັດທະນາຊັບພະຍາກອນມະນຸດຂອງກະຊວງການຕ່າງປະເທດ ໂດຍໄດ້ຮັບການຮ່ວມມື ສະໜັບສະໜູນຈາກສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສະຖາບັນລາວ-ອົດສະຕຣາລີ (Laos-Australia Institute) ເພື່ອປະກອບ ສ່ວນໃນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ກໍຄືເປັນກິດຈະກຳໃນການສະເຫຼີມ ສະຫຼອງ 70 ປີການພົວພັນການທູດລາວ-ອົດສະຕຣາລີ.
ໃນພິທີ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ໄດ້ຂື້ນກ່າວສະຫຼຸບລາຍງານຜົນການຝຶກອົບຮົມຕະຫຼອດໄລຍະ 10 ວັນ, ຊຶ່ງໄດ້ຍົກໃຫ້ເຫັນເນື້ອໃນສຳຄັນຂອງການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນສົ່ງເສີມການສ້າງຂິດຄວາມສາມາດໃຫ້ແກ່ພະນັກງານໜຸ່ມນ້ອຍຂອງກະຊວງການຕ່າງປະເທດ ກໍຄືພະນັກງານຂອງບັນດາກະຊວງອ້ອມຂ້າງສູນກາງທີ່ເຮັດວຽກໃນຂົງເຂດການພົວພັນຕ່າງປະເທດ, ໂດຍເນັ້ນໃສ່ລົງເລິກວິທີການບັນທຶກ ແລະ ການຂຽນບົດລາຍງານກອງປະຊຸມສາກົນ ແລະ ທັກສະອື່ນໆທີ່ປິ່ນອ້ອມ ທີ່ຕິດພັນການປະຕິບັດວຽກງານຕົວຈິງປະຈຳວັນ ເປັນຕົ້ນ, ການຂຽນບົດຄໍາເຫັນ, ການຂຽນບົດປາໄສໃນກອງປະຊຸມ, ການເປັນປະທານນໍາພາກອງປະຊຸມ, ການສະຫລຸບຫຍໍ້ກອງປະຊຸມ, ການກະກຽມ Talking points, ການຂຽນບົດລາຍງານກອງປະຊຸມສາກົນອື່ນໆໃນຂອບສະຫະປະຊາຊາດ ແລະ ລາຍງານການພົບປະອື່ນໆ. ນອກຈາກນັ້ນ, ຍັງໄດ້ມີການຝຶກຊ້ອມ ການເຮັດຈໍາລອງຕົວຈິງໃນການສົນທະນາປຶກສາຫາລື ແລະ ການກະກຽມຖະແຫຼງການຕ່າງໆ. ເຊິ່ງບັນດາຫົວຂໍ້ທີ່ກ່າວມານັ້ນ, ແມ່ນໄດ້ຮັບການຖ່າຍທອດບົດຮຽນ ແລະ ປະສົບການຕົວຈິງຈາກບັນດາທ່ານທູດອາວຸໂສ, ຄະນະກົມພາຍໃນກະຊວງການຕ່າງປະເທດ, ຊຶ່ງລ້ວນແລ້ວແຕ່ເປັນຜູ້ທີ່ມີປະສົບການໃນການເຄື່ອນໄຫວວຽກງານການທູດ ແລະ ບົດຮຽນຕົວຈິງມາແລ້ວຫຼາຍສິບປີ. ນອກຈາກນັ້ນ, ໃນໜຶ່ງອາທິດເບື້ອງຕົ້ນ ຜ່ານມາຜູ້ເຂົ້າຮ່ວມຍັງໄດ້ຮໍ່າຮຽນພາກທິດສະດີ, ທັກສະ, ເທັກນິກ ແລະ ຫຼັກການທີ່ຖືກຕ້ອງ ຈາກຄູອາຈານຂອງວິທະຍາໄລວຽງຈັນ (Vientiane College).
ໃນພິທີອັນມີຄວາມໝາຍນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານພິທີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງຊຸດຝຶກອົບຮົມ ພ້ອມທັງໄດ້ໃຫ້ທິດຊີ້ນໍາທີ່ມີຄວາມໝາຍສຳຄັນ ແລະ ເນື້ອໃນເລິກເຊິ່ງ ໂດຍທ່ານໄດ້ກ່າວວ່າ ການບັນທຶກ ແລະ ການຂຽນບົດລາຍງານ ລວມທັງການກະກຽມເອກະສານຕ່າງໆໃນການເຂົ້າຮ່ວມກອງປະຊຸມສາກົນ ເປັນວຽກທີ່ສໍາຄັນຢ່າງຍິ່ງ ແລະ ຕັດສິນຕໍ່ຜົນສຳເລັດ ຂອງການປະຕິບັດໜ້າທີ່ວຽກງານຂອງທຸກຂະແໜງການ ໂດຍສະເພາະແມ່ນຂະແໜງການຕ່າງປະເທດ. ຖ້າມີການກະກຽມເອກະສານດີ, ຮອບດ້ານ ແລະ ເຂົ້າໃຈເຖິງວິທີການຂັ້ນຕອນ ກໍຈະໃຫ້ການປະຕິບັດວຽກງານໄດ້ຮັບປະສິດທິພາບ, ປະສິດທິຜົນສູງ. ກົງກັນຂ້າມ ຖ້າກໍາບໍ່ໄດ້ເນື້ອໃນ ແລະ ບໍ່ເຂົ້າໃຈວິທີການ ແມ່ນຈະເຮັດໃຫ້ການເຄື່ອນໄຫວວຽກງານບໍ່ມີປະສິດທິພາບ ແລະ ປະສິດທິຜົນສູງ. ສະນັ້ນ, ການຈັດຊຸດຝຶກອົບຮົມນີ້ ຈຶ່ງມີຄວາມສໍາຄັນທີ່ສຸດ ທັງນີ້ກໍເພື່ອຍົກສູງຄວາມຮູ້-ຄວາມສາມາດ ແລະ ຄວາມເຂົ້າໃຈທີ່ເປັນເອກະພາບຕໍ່ເນື້ອໃນ, ຮູບແບບຂອງເອກະສານແຕ່ລະປະເພດ ເພື່ອນໍາໃຊ້ໃນວຽກງານຕົວຈິງໃຫ້ມີຄຸນນະພາບສູງຍິ່ງໆຂື້ນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ


