ໃນຕອນເຊົ້າວັນທີ 25 ມີນາ 2023 ທີ່ໂຮງແຮມປາກເຊ ນະຄອນປາກເຊ ແຂວງຈຳປາສັກ ສະມາຄົມກາເຟລາວ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ຈັດພິທີມອບລາງວັນການປະກວດກາເຟໝາກຊ້ອມລາວ ຄັ້ງທີ 3 ປະຈຳປີ 2023 ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ,ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສ ປປ ລາວ (-H.E. Dr. Peter Haymond,) ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະ ມາຄົມກາເຟລາວພ້ອມຄະນະ,ທ່ານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈຳລາວ,ມີກົມ ປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ,ມີຫົວໜ້າ ແລະຄະນະພະ ແນກການກ່ຽວຂ້ອງຂອງແຂວງ ບໍລິສັດ, ສະຫະກອນ,ຜູ້ປະກອບການການຜະລິດ – ປຸງແຕ່ງຈາກທົ່ວປະເທດ ແລະ ຊ່ຽວ ຊານດ້ານກາເຟພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະມາຄົມກາເຟລາວ ໄດ້ກ່າວວ່າ:
ການກາເຟ ປະຈຳປີ 2023 (Specialty coffee) ຄັ້ງທີ 3 ໄດ້ຈັດຂື້ນ ພາຍໃຕ້ການນຳພາຊີ້ນຳ ຂອງກົມ ປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ແລະ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍຮ່ວມ ກັບ ໂຄງການ CLEAN Project (WINROCK INTERNATIONAL), ໂຄງການ ARISE Plus ປະຈຳ ສປປ ລາວ, ແລະ ສະຖາບັນຄຸນນະພາບກາເຟ, ໂດຍມີຜູ້ເຂົ້າຮ່ວມແມ່ນຕົວແທນ ຊາວກະສິກອນ, ກຸ່ມສະຫະກອນ, ແລະ ບໍລິສັດ ທີ່ເປັນສະມາຊິກ ຂອງສະມາຄົມກາເຟລາວ.
ງານດັ່ງກ່າວໄດ້ຊ່ວຍເສີມສ້າງຊື່ສຽງ ຂອງກາເຟພິເສດໂຣບັສຕ້າ ແລະ ອະລາບິກາ ຈາກ ສປປ ລາວ ໃຫ້ເປັນທີ່ ຮູ້ຈັກຂອງຜູ້ຊື້ ຈາກສາກົນ. ໄດ້ເຮັດໃຫ້ກາເຟຂອງລາວ ເປັນທີ່ຮູ້ຈັກ ໃນຖານະ “ກາເຟອາຣາບິກາ ຄຸນນະພາບ ພິເສດ” ແລະ ໂຣບັສຕ້າ ຄຸນນະພາບດີ.
ປະຈຸບັນ ຕະຫຼາດກາເຟ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງພາຍໃນ ແລະ ສາກົນ, ເປັນການສ້າງໂອກາດໃຫ້ແກ່ຜູ້ຜະລິດ ໃຫ້ສາມາດເຂົ້າເຖີງ ຕະຫຼາດຜູ້ບໍລິໂພກກາເຟພິເສດ ແລະ ກໍ່ແມ່ນການຍົກຄຸນຄ່າພິເສດຂອງລົດຊາດກາລາວ, ຂ້າພະເຈົ້າເຊື່ອໝັ້ນວ່າ, ການສົ່ງເສີມ ການຜະລິດກາເຟຄຸນະພາບພິເສດນີ້ ຈະໄດ້ສືບຕໍ່ຮັບການສະໜັບ ສະໜູນ ຈາກ ອົງການຈັດຕັ້ງສາກົນ ກໍ່ຄື ລັດຖະບານ ສະຫາລັດອາເມລິກາ ແລະ ສະຫະພາບເອີຣົບ ໃນການອຸປະຖຳຈັດການປະກວດໃນຄັ້ງນີ້ສ່ວນສະມາຄົມກາເຟລາວ ຈະໄດ້ນໍາເອົາຜົນສຳເລັດ ຂອງງານໃນຄັ້ງນີ້ ໄປເຜີຍແຜ່ສູ່ສະມາຊິກ, ຊາວສວນຜູ້ຜະລິດ ໃຫ້ຮັບຮູ້ຢ່າງກວ້າງຂວາງ ເພື່ອສ້າງໃຫ້ເຂົາເຈົ້າມີຄວາມໝັ້ນໃຈ ແລະ ມີຄວາມພ້ອມໃນການ ແຂ່ງຂັນໃນປີຕໍ່ໆໄປ ແລະ ຂໍໃຫ້ທຸກພາກສ່ວນ ຈົ່ງຮ່ວມແຮງ ຮ່ວມໃຈກັນ ສືບຕໍ່ໃຫ້ການຊຸກຍູ້ ສົ່ງເສີມ ແລະ ນຳໃຊ້ກາເຟລາວ ໃຫ້ນັບມື ນັບຫລາຍຂື້ນ.
ສຳລັບການປະກວດແຂ່ງຂັນກາເຟໝາກຊ້ອມໃນຄັ້ງນີ້ ມີ ບໍລິສັດ,ສະຫະກອນ,ຜູ້ປະກອບການການຜະລິດ – ປຸງແຕ່ງກາເຟຈາກທົ່ວປະເທດ 62 ຕົວຢ່າງ ສົ່ງເຂົ້າປະກວດ ຊີງລາງວັນໃນ 8 ລາຍການ
ຊຶ່ງດຳເນີນການຄັດເລືອກ ຕົວຢ່າງກາເຟແຕ່ລະພາກສ່ວນດ້ວຍລະບົບທັນສະໄໝ ທີ່ສະມາຄົມກາເຟລາວ ນັບແຕ່ວັນທີ 10 ຫາວັນທີ 25 ມີນາ ແລະ ມີຄະນະກຳມະການທີ່ເປັນຊ່ຽວຊານດ້ານກາເຟ ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຕັດສິນ. ສຳລັບຜົນການປະກວດແຂ່ງຂັນ ມີພາກສ່ວນໄດ້ຮັບລາງວັນຊະນະເລີດດັ່ງນີ້.
1. ທ່ານ ຕີຢາງເບຼຍເກັງ ຜູ້ປະກອບການກາເຟ ຈາກເມືອງຊຳເໜືອ ແຂວງຫົວພັນ ໄດ້ ລາງວັນຊະນະເລີດໃນລາຍການປະກວດ ARABICA SEMI -WASHED .
2.ທ່ານ ທ໋ອດຊັນເດີ ຜູ້ປະກອບການກາເຟຈາກແຂວງຊຽງຂວາງ ໄດ້ຮັບລາງວັນຊະນະເລີດ ໃນລາຍການປະກວດ CATIMOR NATURAL
3.ທ່ານ ສະເເກັດ ສໍຄຳຮັກສາ ຜູ້ປະກອບການກາເຟ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ລາງວັນຊະນະເລີດ ໃນລາຍການປະກວດ CATIMOR HONEY
4 ທ່ານ ສັງທອງ ໄພພົມຄ່ອງ ຜູ້ປະກອບການກາເຟ ຈາກເມືອງເລົ່າງາມ ແຂວງສາລະວັນ ໄດ້ລາງວັນຊະນະເລີດ ໃນລາຍານປະກວດ CATURR ANAROBIC
5 ທ່ານ ຄຳພັນ ແກ້ວທະວີ ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ CPC ໄດ້ລາງວັນຊະນະເລີດ ໃນລາຍການປະກວດ ,ROBUSTA SEMI -WASHED
6.ທ່ານ ນາງ ໂພມະນີ ແກ້ວປະເສີດ ຜູ້ປະກອບການກາເຟບໍລະເວນ ໄດ້ຮັບລາງວັນຊະນະເລີດ ໃນລາຍການະກວດ ROBUSTA NATURAL
7. ທ່ານ ສະເເກັດ ສໍຄຳຮັກສາ ຜູ້ປະກອບການກາເຟ ບໍລະເວນ ເມືອງາກຊ່ອງ ແຂວງຈຳປາສັກ ໄດ້ລາງວັນຊະນະເລີດ ໃນລາຍານປະກວດ ROBUSTA HONEY
8. ທ່ານ ນາງ ເພັດອານົງ ມູນລະໄມ ຜູ້ປະກອບການ ກາເຟນໍ້າແບ່ງ ເມືອງທ່າແຕ່ງ ແຂວງເຊກອງ ໄດ້ລາງວັນຊະນະເລີດ ໃນລາຍການປະກວດ ROBUSTA OTHER.
ໃນພິທີພາຍຫຼັງຄະນະປະທານຈັດການປະກວດແຂ່ງຂັນ,ຜູ້ໃຫ້ການອຸປະຖຳ,ຄະນະຮັບຜິດຊອບ ແລະ ຂະແໜງການກ່ຽວຂ້ອງມີຄຳເຫັນແລ້ວ ກໍໄດ້ຜັດປ່ຽນກັນມອບໂລ້ລາງວັນໃຫ້ແຕ່ລະພາກສ່ວນທີ່ຈັດໃນອັນດັບທີ 1ທີ 2 ທີ 3 ແຕ່ລະລາຍການປະກວດຕາມລຳດັບ.
ຂ່າວ;ພາບ: ເກດສະໜາ ແກ້ວສຸວັນນະແສງ




