ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບ-ຮັບກົນຈັກກະສິກໍາຢູ່ເມືອງປາກລາຍ ແຂວງໄຊຍະບູລີພາຍໃຕ້ການສະໜັບສະໜູນໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປລາວໄດ້ຈັດຂື້ນໃນວັນທີ່ 29 ເມສາ 2022, ທີ່ເດີ່ນໂຮງຮຽນປະຖົມບ້ານປ່າໄລ່ ໂດຍ ເປັນກຽດເຂົ້າຮວ່ມຂອງທ່ານ ກອງສີ ວົງສີ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງໆປາກລາຍ, ມີທ່ານ ຄໍາເກິ່ງ ພັນລັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄະນະຊີ້ນໍາໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປລາວ ປະຈໍາແຂວງໄຊຍະບູລີ, ມີບັນດາການນໍາຂອງເມືອງ, ພະນັກງານຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ,ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ,ວິຊາການປະສານງານໂຄງການ ເລຂາໜວ່ຍພັກບ້ານພ້ອມດວ້ຍກຸ່ມຜະລິດກະສິກໍາພາຍໃນເມືອງເຂົ້າຮວ່ມ.
ທ່ານ ສຸລິຈັນ ສີປະມວນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານປະຫວັດຄວາມເປັນມາຂອງໂຄງການ ແລະ ການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຜະລິດກະສິກໍາຢູ່ເມືອງປາກລາຍ ໂຄງ ການຜະລິດກະສິກໍາເປັນສິນຄ້າຢູ່ ສປປລາວ ເປັນໂຄງການທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກຈໍານວນ29,3 ລ້ານໂດລາ ເຊິ່ງໄດ້ເຊັນສັນຍາ ແລະ ອານຸມັດໃນ ເດືອນພຶດສະພາ 2018 ມີ 5 ແຂວງເປົ້າໝາຍ ຄື: ແຂວງ ໄຊຍະບູລີ, ວຽງຈັນ, ນະຄອນຫຼວງ, ບໍລິຄໍາໄຊ ແລະ ຄໍາມວ່ນ ໂດຍສະເພາະແມ່ນເຂົ້າ, ສາລີ ແລະ ພືດຜັກ ສໍາລັບຢູ່ເມືອງປາກລາຍພືດທີ່ເປັນຈຸດສຸມໃນການສົ່ງເສີມແມ່ນການຜະລິດສາລີ ເປັນສິນຄ້າຕິດພັນກັບການປູກພຶດຕະກຸນຜົ່ວໄດ້ກໍານົດກຸ່ມການຜະລິດ ມີ 31 ກຸ່ມ ມີ 10 ບ້ານເປົ້າໝາຍ, ມີເນື້ອທີ່ 3.942ແຮັກຕາ, ມີ 1.504 ຄອບຄົວໂດຍໄດ້ຂື້ນແຜນຄວາມຕ້ອງການລົດໄຖນາໃຫຍ່ 31 ຄັນ ໃນໂອກາດນີ້ອົງການປົກຄອງເມືອງກໍ່ຄືພະແນກກະສິກໍາ ແລະ ປ່າໄມ້ແຂວງໄດ້ມອບລົດໄຖນາໃຫຍ່ຈໍານວນ 11 ຄັນໃນຮອບທີ່ 1ໃຫ້ກຸ່ມການຜະລິດ ບ້ານປ່າໄລ,ບ້ານບວມເລົາ-ຜາແກ້ວ,ບ້ານຂອນແກ່ນ,ບ້ານແສນພົນ ແລະ ບ້ານລາດສະຫວ່າງ ລວມມູນຄ່າ 2 ຕື້້ ກວ່າກີບໃຫ້ກຽດມອບໂດຍທ່ານກອງສີ ວົງສີ ເຈົ້າເມືອງໆປາກລາຍ ແລະ ຮັບໂດຍຫົວໜ້າກຸ່ມຜະລິດກະສິກໍາໃນ 5 ບ້ານ ເຊິ່ງໂຄງການໄດ້ສົມທົບທຶນ 80 ສວ່ນຮ້ອຍ ສ່ວນ 20 ສວ່ນຮອ້ຍ ແມ່ນມອບໃຫ້ກຸ່ມການຜະລິດກະສິກໍາເປັນຜູ້ຮັບຜິດຊອບເພື່ອຮັບໃຊເຂົ້າໃນການຜະລິດກະສິກໍາໃຫ້ມີຄວາມສະດວກສະບາຍພ້ອມທັງຮັບປະກັນທາງດ້ານຜົນຜະລິດເພິ່ມຂື້ນ ຫັນການຜະລິດກະສິກໍາໄປສູ່ທັນສະໄໝເທຶ່ອລະກ້າວ.
ພາບ-ຂ່າວ: ກ່າ ຄຸດທະວົງສັກ