ໃນຕອນເຊົ້າຂອງວັນທີ 14 ກຸມພາ 2022, ຢູ່ທີ່ເຂດດ່ານບໍ່ເຕັນ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ໄດ້ມີການຈັດພິທີມອບ-ຮັບວັກຊີນ ທີ່ ລັດຖະບານ ແຫ່ງ ສປ ຈີນ ມອບໃຫ້ແກ່ ບັນ ດາແຂວງພາກເໜືອຂອງ ສປປ ລາວ.
ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຊ່ຽວ ເພີ້ງຫວຍ, ຮອງຜູ້ຕາງໜ້າກະຊວງການຄ້າ ປະຈຳນະຄອນຄຸນມິງ; ທ່ານ ນ. ຂຸ້ນ ໝິ່ນ, ຮອງຫົວໜ້າພະແນກການຄ້າ ແຂວງຢຸນນານ; ທ່ານ ຫູ ຊ້ຽງຈິ່ງ. ຮອງເຈົ້າກິ່ງແຂວງສິບສອງພັນນາ ແລະ ທ່ານ ນາງ ມະນີລາ ສົມບັນດິດ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຄຸນມິງ ພ້ອມດ້ວຍພະນັກງານຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງສອງຝ່າຍ ຈຳນວນໜຶ່ງ.
ໃນໂອກາດນີ້, ທ່ານກົງສຸນໃຫຍ່ ໄດ້ຕາງໜ້າໃຫ້ພັກ-ລັດ ກໍຄື ປະ ຊາຊົນລາວ ໂດຍສະເພາະອຳນາດການປົກຄອງ ແລະ ປະຊາຊົນ ຂອງບັນດາແຂວງພາກເໜືອ ສະ ແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກ-ລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານການແພດ ເປັນຈຳນວນຫຼວງຫຼາຍ ແກ່ ສປປ ລາວ ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ແລະ ຄັ້ງນີ້ ລັດຖະ ບານ ແຫ່ງ ສປ ຈີນ ກໍ່ໄດ້ໃຫ້ການຊ່ວຍເຫຼືອດ້ານວັກຊີນຈຳນວນ 423,200 ໂດສ ພ້ອມດ້ວຍເຂັມສັກຢາ ຈຳນວນ 425,600 ອັນ ແກ່ບັນດາແຂວງພາກເໜືອຂອງລາວ (ແຂວງຫຼວງພະບາງ, ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ) ແລະ ເຊື່ອໝັ້ນວ່າ ການຊ່ວຍເຫຼືອດັ່ງກ່າວນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີການຮັດແໜ້ນໄມຕີຈິດມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານໝັ້ັນຄົງຍາວນານ ຕາມທິດ 4 ດີ ກໍ່ຄື ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ