ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍຂອງວັນທີ 1 ກັນຍາ 2021, ຢູ່ທີ່ ຫ້ອງການບໍລິການສະຖານກົງສຸນໃຫຍ່, ນະຄອນຄຸນມິງ, ແຂວງ ຢຸນນານ ໄດ້ມີການຈັດພິທີມອບ-ຮັບເຄື່ອງຊ່ວຍເຫລືອດ້ານອຸປະກອນການແພດ ທີ່ສະມາຄົມມິດຕະພາບກັບນານາຊາດ ປະຊາຊົນ ແຂວງຢຸນນານ, ສປ ຈີນ ມອບໃຫ້ແກ່ ກະຊວງສາທາລະນະສຸກ ແລະ 4 ແຂວງພາກເຫນືອຂອງ ສປປ ລາວ.
ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ນາງ ຢາງ ມູ້, ຫົວຫນ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ, ທ່ານ ນາງ ມະນີລາ ສົມບັນດິດ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນຄຸນມິງ ແລະ ພະ ນັກງານທີ່ກ່ຽວຂ້ອງຂອງສອງຝ່າຍຈໍານວນຫນຶ່ງ.
ໃນໂອກາດນີ້, ທ່ານກົງສຸນໃຫຍ່ ໄດ້ຕາງຫນ້າໃຫ້ພັກ-ລັດ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກ-ລັດ ແລະ ປະຊາຊົນແຂວງຢູນນານ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ທຸກຄັ້ງ ທີ່ມີການແຜ່ລະບາດຂອງພະຍາດໂຄວິດ ຕະຫລອດໄລຍະທີ່ຜ່ານມາ ແລະ ຄັ້ງນີ້ ສະມາຄົມມິດຕະພາບກັບນານາຊາດ ປະຊາຊົນ ແຂວງຢູນນານ ກໍ່ໄດ້ໃຫ້ການຊ່ວຍເຫລືອອຸປະກອນດ້ານການແພດ ມູນຄ່າ 1 ລ້ານຢວນ ແກ່ ກະຊວງສາທາລະນະສຸກ ແລະ 4 ແຂວງພາກເຫນືອຂອງລາວ, ແລະ ເຊື່ອຫມັ້ນວ່າ ການຊ່ວຍເຫລືອດັ່ງກ່າວນີ້ ຈະປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການຮັດແຫນ້ນໄມຕີຈິດມິດຕະພາບ ທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານ ຫນັ້ງຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.