ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 03 ທັນວາ 2021, ທີ່ ດ່ານສາກົນ ໜອງນົກຂຽນ- ຕຣາປຽງກຣຽນ, ໄດ້ມີພິທີມອບ-ຮັບ ວັກແຊງ ແລະ ລົດຂົນສົ່ງວັກແຊງ ຈາກລັດ ຖະບານ ແລະ ປະຊາຊົນ ແຫ່ງ ຣາຊະ ອານາຈັກ ກໍາປູເຈຍ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ໂດຍປະກອບມີ ວັກແຊງ ຊີໂນແວກ ຈຳນວນ 500.000 ໂດສ ແລະ ລົດຂົນສົ່ງວັກແຊງຈໍານວນ 03 ຄັນ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ ໃນປະຈຸບັນ.
ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໂດຍການມອບໝາຍ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ແມ່ນພະນະທ່ານ ສາດສະດາຈານ ມອມ ບຸນເຮງ, ລັດຖະມົນຕີ ກະຊວງສຸກຂາພິບານ ແລະ ຕາງ ໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວຮັບໂດຍ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະ ມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄອບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຊ້ອງໜ້າພະນະທ່ານ ສຈ ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກ ລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄອບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມີການນໍາຂັ້ນສູງຈາກພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຂອງລາວ ແລະ ກໍາປູເຈຍ ເຂົ້າຮ່ວມຢ່າງພ້ອມພຽງ.
ການຊ່ວຍເຫຼືອ ຈາກລັດຖະບານ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງນີ້ ເປັນຄັ້ງທີ່ສາມ ພາຍຫຼັງທີ່ ສປປ ລາວ ໄດ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນໄລຍະຜ່ານມາ, ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງຄວາມຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນຍາມທີ່ປະເທດ ຂອງພວກເຮົາ ພວມປະເຊີນໜ້າກັັບການລະບາດຂອງພະຍາດ ໂຄວິດ-19, ທັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ ໃນປະຈຸບັນ. ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໄດ້ຕີລາຄາສູງ ແລະ ໃຫ້ຄວາມສໍາຄັນຕໍ່ການຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈ, ສະແດງຄວາມຮູ້ບຸນຄຸນຢ່າງສູງ ແລະ ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ເພື່ອນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ພາຍໃນປະເທດ ໃຫ້ມີຜົນສໍາເລັດຢ່າງຈົບງາມ.
___________________