ພິທີມອບ-ຮັບໂຄງການກໍ່ສ້າງລະບົບສູນຝຶກວິຊາສະເພາະຕຳຫລວດປ້ອງກັນທີ່ຕັ້ງ, ກະຊວງປ້ອງກັນຄວາມສະຫງົບ ຢູ່ ບ້ານດ່ານຊີ ເມືອງ ນາຊາທອງ ນະຄອນຫລວງວຽງຈັນ, ຈັດຂຶ້ນໃນຕອນເຊົ້າວັນທີ 6 ເມສາ 2021, ໂດຍເປັນກຽດເຂົ້າເຂົ້າຮ່ວມຂອງ ພົນໂທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ , ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຜູ້ອຳນວຍການບໍລິສັດ ລິດປັນຍາອອກແບບ-ກໍ່ສ້າງຈຳກັດຜູ້ດຽວ ພ້ອມດ້ວຍນາຍ ແລະ ພົນຕຳຫລວດຈາກກົມກອງອ້ອມຂ້າງເຂົ້າຮ່ວມ.
ທ່ານ ນາງ ສຸນັດຕາ ລິດປັນຍາ ຜູ້ອຳນວຍການບໍລິສັດລິດປັນຍາອອກແບບ-ກໍ່ສ້າງ ຈຳກັດຜູ້ດຽວ ໄດ້ຂຶ້ນມີຄຳເຫັນກ່າວມອບໂຄງການກໍ່ສ້າງລະບົບສູນຝຶກວິຊາສະເພາະຕຳຫລວດປ້ອງກັນທີ່ຕັ້ງວ່າ: ໂຄງການກໍ່ສ້າງລະບົບສູນຝຶກວິຊາສະເພາະຕໍາຫຼວດປ້ອງກັນທີ່ຕັ້ງໄດ້ດຳເນີນກໍ່ສ້າງນັບແຕ່ ວັນທີ 01 ສິງຫາ 2016 ຮອດວັນທີ 18 ກຸມພາ 2020 ໄດ້ສໍາເລັດ 100% ເປັນມູນຄ່າທັງໝົດ 44.999.000.000 ກີບ.
ພາຍຫຼັງສໍາເລັດ ໜ້າວຽກ 100% ທາງບໍລິສັດ ກໍ່ໄດ້ມີການປະສານສົມທົບກັບຄະນະຮັບຜິດຊອບທຸກພາກສ່ວນເປັນຕົ້ນແມ່ນເຈົ້າຂອງໂຄງການ, ບໍລິສັດທີ່ປຶກສາໄດ້ກວດຜ່ານດ້ານວິຊາການເຫັນວ່າໜ້າວຽກທຸກຢ່າງໄດ້ສໍາເລັດຕາມສັນຍາທຸກປະການ, ສະນັ້ນ ມື້ນີ້ຈຶ່ງໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງລະບົບສູນຝຶກວິຊາສະເພາະຕຳຫຼວດປ້ອງກັນທີ່ຕັ້ງ ນີ້ຂື້ນຢ່າງເປັນທາງການ.
ຕໍ່ຜົນສໍາເລັດທີ່ຍາດມາໄດ້ແມ່ນຍ້ອນຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ, ບໍລິສັດທີ່ປຶກສາ, ກົມໃຫ່ຍພະລາທິການ, ພະນັກງານວິຊາການ, ຄະນະຮັບຜິດຊອບທຸກພາກສ່ວນທີ່ກ່ຽວຂ້ອງ ອີກອັນໜຶ່ງ ກໍ່ຍ້ອນບໍລິສັດມີວິຊາການເຕັກນິກ, ນາຍຊ່າງທີ່ມີປະສົບການ ແລະ ມີທຶນຮອນ ສາມາດຕອບສະໜອງໄດ້ທັນກັບຄວາມຮຽກຮ້ອງຕ້ອງການຂອງເຈົ້າຂອງໂຄງການ. ຜ່ານການຈັັດຕັ້ງປະຕິບັດໂຄງການກໍ່ມີຂໍ້ຫຍຸ້ງຍາກບາງດ້ານເຊັ່ນ: ໂຄງການດັ່ງກ່າວໄດ້ຍ້າຍສະຖານທີ່ກໍ່ສ້າງ ຈາກບ້ານຖິ່ນຄໍາ, ເມືອງ ທຸລະຄົມ, ແຂວງ ວຽງຈັນ ມາກໍ່ສ້າງຢູ່ບ້ານດານຊີ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ ຈຶ່ງໄດ້ມີການປັບປຸງດັດແກ້ແຜນຜັງ, ແບບອາຄານບາງສ່ວນຄືນໃໝ່ ແລະ ດັດແກ້ໜ້າວຽກໃໝ່ຈໍານວນໜຶ່ງທີ່ຈໍາເປັນນໍາໃຊ້ ເພື່ອໃຫ້ແທດເໝາະກັບສະພາບແວດລ້ອມພື້ນທີ່ຕົວຈິງ, ສະຖານທີ່ດັ່ງກ່າວກໍ່ເປັນດິນຄ້ອຍ, ຊັນ, ພະລານຫີນ, ມີຕົ້ນໄມ້ອຸດສະຫະກໍາ, ເຮືອນປະຊາຊົນ, ເຊິ່ງໄດ້ໃຊ້ເວລາໃນການໄກ່ເກ່ຍ ແລະ ອີກດ້ານໜຶ່ງກໍ່ຍ້ອນມີຜົນກະທົບຈາກໄພທໍາມະຊາດ, ພະຍາດໂຄວິດລະບາດເປັນບາງໄລຍະຕື່ມອີກ. ແຕ່ແນວໃດກໍດີທາງບໍລິສັດຮັບເໝົາກໍ່ສ້າງ, ເຈົ້າຂອງໂຄງການ, ບໍລິສັດທີ່ປຶກສາ ແລະ ກໍາມະການທຸກພາກສ່ວນໄດ້ຮ່ວມກັນປຶກສາຫາລືແກ້ໄຂໃຫ້ສອດຄ່ອງຕາມລະບຽບຫຼັກການ.
ໂອກາດນີ້ ພົນຈັດຕະວາ ໄຊສີ ແກ້ວສະຫງ່າ ຫົວຫນ້າກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບມີຄຳເຫັນກ່າວຮັບໂຄງການວ່າ:ພາຍຫລັງສຳເລັດການມອບ-ຮັບໂຄງການກໍ່ສ້າງລະບົບສູນຝຶກວິຊາສະເພາະຕຳຫລວດປ້ອງກັນທີ່ຕັ້ງຈະໄດ້ເລີ່ມນຳໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບໃຫ້ຖືກຕ້ອງຕາມຈຸດປະສົງເປົ້າຫມາຍທີ່ໄດ້ກຳນົດໄວ້ແລະໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ,ໂດຍຍົກສູງຄວາມຮັບຜິດຊອບເອົາໃຈໃສ່ໃນການຄຸ້ມຄອງປົກປັກຮັກສາໃຫ້ດີທີ່ສຸດເພື່ອໃຫ້ໄດ້ນຳໃຊ້ຍາວນານ.
May be an image of 6 people, people sitting and people standing
May be an image of 10 people, people standing and military uniform
May be an image of 1 person, standing, flower and outdoors
May be an image of outdoors
Loading...