ໃນຕອນເຊົ້າຂອງວັນທີ 20 ເມສາ 2021 ທີ່ສະໂມສອນ ຫ້ອງວ່າການແຂວງ ໄຊຍະບູ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ຫົວໜ້າພະແນກການຕ່າງປະເທດລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ເຂົ້າຮ່ວມເປັນກຽດໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ,ມີຫົວໜ້າ, ຮອງຫົວໜ້າ ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ພະນັກງານວິຊາການພາຍໃນພະແນກການຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ສໍາລານ ສຸວັນນະໂຊດ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 557 ແລະ 553/ຈຂ.ຊຍ, ລົງວັນທີ 9 ເມສາ 2021 ວ່າດ້ວຍ ການອານຸມັດໃຫ້ພະນັກງານ-ລັດຖະກອນພັກການເພື່ອລໍຖ້າຮັບອຸດໜູນບໍານານຕາມລະບຽບຫຼັກການ ແລະ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກການຕ່າງປະເທດ, ເຈົ້າແຂວງ ໄຊຍະບູລີ ຕົກລົງເຫັນດີໃຫ້ ທ່ານ ປອ ລືໄຊ ພະດວງເດດ ເລຂາໜ່ວຍພັກ, ຫົວໜ້າພະແນກການຕ່າງປະເທດພັກການເພື່ອລໍຖ້າຮັບອຸດໜູນບໍານານ, ແຕ່ງຕັ້ງ ທ່ານ ຄໍາແພງ ຕັດສະຫວັດ ເປັນຫົວໜ້າພະແນກການຕ່າງປະເທດ, ຜ່ານມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 135/ຄພຂ, ລົງວັນທີ 9 ເມສາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກພະແນກການຕ່າງປະເທດ, ຄະນະປະຈໍາພັກແຂວງ ໄຊຍະບູລີ ຕົກລົງເຫັນດີບົ່ງຕົວແຕ່ງຕັ້ງ ທ່ານ ຄໍາແພງ ຕັດສະຫວັດ ເປັນເລຂາໜ່ວຍພັກພະແນກການຕ່າງປະເທດ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງຈົ່ງເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນແບບຢ່າງ, ປັບປຸງແບບແຜນນໍາພາ, ແບບແຜນວິທີເຮັດວຽກ, ຕ້ອງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບທາງການເມືອງໃຫ້ສູງຂຶ້ນ, ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້, ຄວາມສາມາດ , ເພື່ອເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ມີທັດສະນະມະຫາຊົນຢ່າງແທ້ຈິງ, ສືບຕໍ່ເສີມຂະຫຍາຍຄວາມເປັນເອກະພາບ, ຄວາມສາມັກຄີພາບໃນ-ພາຍນອກ, ລົງເລິກໃກ້ຊິດຕິດແທດກັບອ້າຍນ້ອງພະນັກງານ ແລະ ນໍາພາເຮັດວຽກຕົວຈິງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ