ໃນວັນທີ 24 ສິງຫາ 2023 ທີ່ອົງການກາແດງແຫ່ງຊາດລາວ, ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ຮ່ວມກັບ ສຳນັກງານຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດຣາຊະອານາຈັກໄທ ເຊິ່ງເປັນຕົວແທນນຳເອົາເຄື່ອງຊ່ວຍເຫຼືອຈາກນໍ້າໃຈພີ່ນ້ອງຄົນໄທ ມາຊ່ວຍເຫຼືອພີ່ນ້ອງຄົນລາວທີ່ປະສົບໄພນໍ້າຖ້ວມ ຕາງໜ້າຮັບໂດຍແມ່ນ ສຈ. ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ,
ເຄື່ອງຊ່ວຍເຫຼືອປະກອບມີ ເຄື່ອງນຸ່ງຫົ່ມ 570 ຜືນ, ນ້ຳດື່ມ 900 ແພັກ, ເຂົ້າສານຈຳນວນ 2,25 ໂຕນ, ປາກະປ໋ອງ 2,030 ກະປ໋ອງ ອາຫານແຫ້ງ, ນົມຖົ່ວເຫຼືອງ, ສິ່ງຂອງເຄື່ອງໃຊ້, ຢາປົວພະຍາດ ແລະ ອື່ນໆ, ເຄື່ອງຊ່ວຍເຫຼືອດັ່ງກ່າວ ອົງການກາແດງແຫ່ງຊາດລາວ ຈະນຳໄປມອບຕໍ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ປີ2023 ນີ້.





