ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບ-ຮັບ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມແມ່ນໍ້າເຊບັ້ງໄຟ ບໍລິເວນວັດຕຸ້ມພະວັງ, ບ້ານນາວາງໃຫຍ່, ເມືອງໜອງບົກ, ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 10 ມີນາ 2022 ໂດຍການໃຫ້ກຽດເຂົ້າ ຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ; ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄຳມ່ວນ; ມີບັນດາທ່ານ ຮອງລັດຖະມົນຕີກະຊວງທີ່ກ່ຽວ ຂ້ອງ, ຮອງເຈົ້າແຂວງຄຳມ່ວນ, ຜູ້ຕາງໜ້າພະແນກການກ່ຽວຂ້ອງຂອງແຂວງ, ການນຳເມືອງໜອງບົກ, ຜູ້ຮັບເໝົາກໍ່ສ້າງ ແລະ ປະ ຊາຊົນ ບ້ານນາວາງໃຫຍ່ ເຂົ້າ ຮ່ວມ.
ທ່ານ ນາງ ດວງຕາ ມາດມະນີສອນ, ປະທານກຸ່ມບໍລິສັດ ດີເອັມ ຈຳກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ ໂຄງການນີ້ ໄດ້ເຊັນສັນຍາ ແລະ ເລີ່ມກໍ່ສ້າງໃນທ້າຍເດືອນເມສາ 2021, ກຳນົດການກໍ່ສ້າງ 12 ເດືອນ ແລະ ສໍາເລັດການກໍ່ສ້າງ 100% ໃນວັນທີ 2 ກໍລະ ກົດ 2021 (ໃຊ້ເວລາກໍ່ສ້າງຕົວຈິງປະມານ 3 ເດືອນ, ຊຶ່ງສໍາເລັດກ່ອນແຜນການທີ່ວາງໄວ້ ປະມານ 9 ເດືອນ), ມູນຄ່າການກໍ່ສ້າງທັງໝົດ 7,95 ຕື້ກວ່າກີບ ໂດຍແມ່ນພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ດີເອັມ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ. ການກໍ່ສ້າງ ບໍລິສັດໄດ້ເລັ່ງໃສ່ໃຫ້ສຳເລັດກ່ອນລະດູຝົນ ໂດຍໄດ້ສຸມເວລາ, ພາຫະ ນະ-ກົນຈັກຮັບໃຊ້, ພະນັກງານວິຊາການ ໂດຍບໍ່ໄດ້ພັກເຊົາ ໃນມື້ທີ່ຄວນຈະພັກ, ເຮັດວຽກເລີ່ມແຕ່ 6 ໂມງເຊົ້າ ແລະ ເລີກວຽກ 8 ໂມງແລງ ເປັນຫຼັກ ບວກກັບຄວາມເອົາໃຈ ໃສ່ຊຸກຍູ້ ແລະ ໃກ້ຊິດຕິດແທດ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ການກໍ່ສ້າງສໍາເລັດໄວກ່ອນເວລາທີ່ກຳນົດໄວ້. ນອກຈາກໜ້າວຽກ ທີ່ໄດ້ລະບຸໄວ້ໃນສັນຍາການກໍ່ສ້າງແລ້ວ, ທາງບໍລິສັດ ພ້ອມດ້ວຍໝູ່ຄູ່, ອົງການປົກຄອງ ແລະ ປະ ຊາຊົນ ພາຍໃນບ້ານ ຍັງໄດ້ສາມັກຄີກັນເຫຼື້ອມໃສສັດທາ ໂຮມກຳລັງຊັບ ແລະ ເຫື່ອແຮງ ກໍ່ສ້າງ, ປັບ ປຸງ-ຕົບແຕ່ງ ຕື່ມບາງຈຸດ ທີ່ຢູ່ພາຍໃນວັດຕຸ້ມພະວັງ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຈົບງາມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຊົມໃຊ້ ເປັນຕົ້ນ ຖົມເດີ່ນວັດ-ປັບພື້ນໃຫ້ຮາບພຽງ, ພ້ອມທັງປູເບຕົງ, ກໍ່ສ້າງຫ້ອງນໍ້າ 4 ຫ້ອງ, ຍ້າຍພະພຸດທະ ຮູບ ໄວ້ບ່ອນທີ່ເໝາະສົມ, ປູກດອກໄມ້ປະດັບ ແລະ ອື່ນໆ.
ເຫດຜົນ ທີ່ຕ້ອງກໍ່ສ້າງປ້ອງກັນຕາຝັ່ງເຈື່ອນນີ້, ທ່ານ ຫົວໜ້າພະ ແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ໃຫ້ຮູ້ວ່າ ໃນລະດູຝົນປີ 2020 ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ນ້ຳເຊບັ້ງໄຟເພີ່ມຂຶ້ນສູງຢ່າງໄວວາ ແລະ ໄຫຼແຮງ ໄດ້ສົ່ງຜົນກະທົບຕໍ່ຕາຝັ່ງແຄມນ້ຳເຊບັ້ງໄຟຫຼາຍຈຸດ, ໃນນີ້ ເຂດຈຸດບ້ານນາວາງໃຫຍ່ ແມ່ນອີກຈຸດໜື່ງ ທີ່ໄດ້ຮັບຜົນກະທົບ ຊຶ່ງເປັນຈຸດທີ່ຕິດກັບພະທາດຕຸ້ມພະວັງ ແລະ ສິມເກົ່າແກ່ ທີ່ເປັນຊັບ ສົມບັດ, ເປັນມໍລະດົກທາງດ້ານປະຫວັດ ສາດ ມາແຕ່ດຶກດໍາບັນ ຂອງແຂວງຄຳມ່ວນ, ເປັນພະທາດເກົ່າແກ່ ມີຄວາມສຳຄັນທາງດ້ານສາສະໜາ, ປະຊາຊົນບັນດາ ເຜົ່າເຄົາລົບບູຊາ ແລະ ນັບຖື ມາເປັນເວລາຫຼາຍເຊັ່ນຄົນ. ຈາກຜົນກະທົບ ແລະ ຄວາມສຳຄັນດັ່ງກ່າວ, ໜ່ວຍງານທີ່ກ່ຽວຂ້ອງ ຈຶ່ງໄດ້ຊອກຫາແຫຼ່ງທຶນ ມາກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ເພື່ອຮັກສາອົງພະທາດ ໃຫ້ມີຄວາມຍືນຍົງຕໍ່ໄປ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນ ຕີ ໄດ້ມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າ ຮ່ວມ, ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ບໍລິສັດ ດີເອັມ ຈຳກັດຜູ້ດຽວ ກໍ່ຄືຜູ້ຮັບເໝົາກໍ່ສ້າງ ທີ່ໄດ້ເອົາໃຈໃສ່ ໃນການກໍ່ສ້າງຢ່າງຫ້າວຫັນ ເຮັດໃຫ້ການກໍ່ສ້າງສຳເລັດກ່ອນເວລາທີ່ກຳນົດໄວ້. ອັນສຳຄັນ ທ່ານ ໄດ້ເນັ້ນໜັກໃຫ້ອົງການປົກຄອງ ແລະ ປະຊາຊົນ ບ້ານນາວາງໃຫຍ່ ສືບຕໍ່ເອົາໃຈໃສ່ຜະລິດກະສິກຳ ປູກຝັງ-ລ້ຽງສັດ ໃຫ້ເປັນຂະບວນການແຂງແຮງ, ກາຍເປັນສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວໃຫ້ສູງຂຶ້ນ ໂດຍມອບໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງ ລົງຊຸກຍູ້ທາງດ້ານເຕັກນິກວິຊາການ, ວິ ທີການ, ຂັ້ນຕອນໃນການຜະລິດ ລວມເຖິງການຊອກຫາຕະຫຼາດ ເພື່ອຮອງຮັບການຈໍາໜ່າຍ ຜົນຜະລິດດັ່ງກ່າວ; ສືບຕໍ່ປັບປຸງວຽກງານກໍ່ສ້າງຮາກຖານການເມືອງຂັ້ນບ້ານ ໃຫ້ມີຄວາມແຂງ ແຮງ, ຍູ້ແຮງທາງດ້ານການພັດທະນາເສດຖະກິດ ແກ້ໄຂຊີວິການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ; ກວດກາ ແລະ ປັບປຸງລະບົບການຈັດຕັ້ງບ້ານ ໃຫ້ສອດຄ່ອງຕາມນິຕິກຳ ໄດ້ກຳນົດໄວ້ ເພື່ອນຳພາບໍລິຫານບ້ານ ໃຫ້ມີຄວາມເຂັ້ມແຂງ; ສືບຕໍ່ເອົາໃຈ ໃສ່ ປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອບໍ່ໃຫ້ຊາວໜຸ່ມ-ໄວໜຸ່ມ ກໍ່ຄືລູກຫຼານ ທີ່ເປັນໜໍ່ແໜງ ແລະ ອະ ນາຄົດຂອງຊາດ ຖືກເບື່ອເມົາດ້ວຍຢາເສບຕິດ. ໂອກາດຽວກັນ, ທ່ານຮອງນາຍົກ ຍັງ ໄດ້ມອບເງິນຈຳນວນໜຶ່ງ ໃຫ້ແກ່ບ້ານນາວາງໃຫຍ່ ເພື່ອເປັນທຶນ ສືບຕໍ່ພັດ ທະນາບ້ານ ໃຫ້ນັບມື້ຈະເລີນກ້າວ ໜ້າ, ຊີວິດການເປັນຢູ່ຂອງປະຊາ ຊົນ ພາຍໃນບ້ານ ນັບມື້ໄດ້ຮັບການປັບປຸງດີຂຶ້ນ ເປັນກ້າວໆ.
May be an image of 11 people and people standing
May be an image of 2 people and people standing