ໃນວັນທີ 31 ມີນາ 2022, ທີ່ ກະຊວງການຕ່າງປະເທດ ສປປ ລາວ ແລະ ອິນເດຍ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອມອບ-ຮັບ ການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ເຊິ່ງໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ດິນກາ ອາດສ໌ທານາ, ເອກອັກຄະລັດຖະທູດ ແຫ່ງສາທາລະນະ ລັດ ອິນເດຍ ປະຈຳ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານອິນເດຍ, ຜູ້ຮ່ວມລົງນາມບົດບັນທຶກໃນຄັ້ງນີ້ຕາງໜ້າໃຫ້ຝ່າຍລາວແມ່ນຄະນະຮັບຜິດຊອບໂຄງການຈາກພະແນກການກ່ຽວຂ້ອງຂອງບັນດາແຂວງທີ່ໄດ້ຮັບໂຄງການ ແລະ ຕາງໜ້າຝ່າຍອິນເດຍແມ່ນ ທ່ານ ຫົວໜ້າຫ້ອງການສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດອິນເດຍ ປະຈໍາ ສປປ ລາວ.
ການຮ່ວມລົງນາມບົດບັນທຶກຄັ້ງນີ້ແມ່ນ ເພື່ອຈັດຕັ້ງປະ ຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະ ບານ ອິນເດຍ ຈໍານວນ 4 ໂຄງການ, ລວມມູນຄ່າທັງໝົດ 184,677 ໂດລາສະຫະລັດ ຄື: 1. ໂຄງການກໍ່ສ້າງສຸກສາລາ, ບ້ານ ວຽງໄຊເມືອງ ພູວົງ, ແຂວງ ອັດຕະປື (Construction of a Healthcare Center in Viengxay Village, Phouvong District, Attapue Province), 2. ໂຄງການກໍ່ສ້າງຫ້ອງຮຽນ ທີ່ ໂຮງຮຽນປະຖົມກະແຫຼ່ງພູ, ເມືອງ ນອງ, ແຂວງ ສະຫວັນນະເຂດ (Construction of school Building at Kalangphou Primary School, Nong District, Savannakhet Province), 3. ໂຄງການປັບປຸງການຜະລິດກາເຟອິນຊີ ແລະ ຄວາມຫຼາກຫຼາຍຂອງເສດຖະກິດຊົນນະບົດ ແລະ ການສ້າງຂີດຄວາມສາມາດຂອງຊາວບ້ານ, ບ້ານ ນໍ້າວັງ, ເມືອງ ວຽງພູຄາ, ແຂວງຫຼວງນໍ້າທາ (Enhancement of Organic Coffee production and Diversification of the Rural Economy and Capacity Building of the Villager in Namvang Village, Viengphouka District, Luang Namtha Province) ແລະ 4. ໂຄງການກໍ່ສ້າງຫ້ອງຮຽນ ທີ່ ໂຮງຮຽນມັດທະຍົມກະລຶມ, ແຂວງ ເຊກອງ (Construction of classroom bulding at Kaleum Secondery School, Sekong Province).
ໃນໂອກາດນີ້, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ທ່ານ ເອກອັກຄະລັດຖະທູດ ດິນກາ ອາດສ໌ທານາ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ຄວາມສໍາຄັນຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະ, ແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກສູງຄຸນນະພາບຊີ ວິດການເປັນຢູ່ຂອງປະຊາຊົນໃນຂັ້ນທ້ອງຖິ່ນໃຫ້ນັບມື້ນັບດີຂຶ້ນ. ພ້ອມນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ໃຫ້ຄຳໝາຍໝັ້ນວ່າ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ອິນເດຍ ໃນຖານະການເປັນປະ ທານຮ່ວມກອງປະຊຸມຂອບການຮ່ວມມືແມ່ນໍ້າຂອງ -ແມ່ນໍ້າຄົງຄາ ໃນປີ 2022. ອິນເດຍໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາສະຫະລັດ ຕໍ່ປີ ໃຫ້ແກ່ປະເທດ ສະມາຊິກ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50,000 ໂດລາສະຫະລັດ ຕໍ່ 1 ໂຄງການ. ນັບຕັ້ງແຕ່ທີ່ມີການສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 11 ໂຄງການ, ລວມມູນຄ່າ 532.677 ໂດລາສະຫະລັດ.




