ພິທີລົງນາມບົດບັນທຶກວ່າດ້ວຍການຮ່ວມມື ແລະການປະສານງານ ລະຫວ່າງກຳມາທິການເສດ ຖະກິດເຕັກໂນໂລຊີ ແລະສິ່ງແວດລ້ອມ ສະພາແຫ່ງຊາດ ກັບກະຊວງ ອຸດສາຫະກຳ ແລະການຄ້າຈັດຂຶ້ນໃນວັນທີ 14 ທັນວາ 2022 ທີ່ສະພາແຫ່ງຊາດ ຮ່ວມລົງນາມໃນສັນຍາຄັ້ງນີ້ ລະຫວ່າງທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້ທ່ານ ລິນຄຳ ດວງສະຫວັນ ມີຄໍາເຫັນວ່າ: ບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະ ສານງານ ລະ ຫວ່າງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ ສະພາແຫ່ງຊາດກັບກະ ຊວງອຸດສາຫະກຳ ແລະການຄ້າ ເປັນບົດບັນທຶກສະບັບທໍາອິດ ທີ່ສະພາແຫ່ງຊາດ ແລະກະຊວງອຸດສະ ຫະກຳ ແລະການຄ້າ ໄດ້ລົງນາມຮ່ວມກັນເປັນລາຍລັກອັກສອນ ເຖິງວ່າໄລຍະຜ່ານມາກຳມາທິການ ແລະ ກະຊວງໄດ້ມີການພົວພັນ, ປະສານງານ ແລະເຮັດວຽກຮ່ວມກັນຢ່າງໃກ້ສິດມາໂດຍຕະຫຼອດ ໂດຍສະເພາະການຄົ້ນຄວ້າບັນຫາຕ່າງໆ ກ່ອນນຳເຂົ້າພິຈາລະນາໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ, ສະໄໝວິສາມັນຂອງສະພາແຫ່ງຊາດ ແຕ່ຍັງບໍ່ມີນິຕິກໍາສະເພາະທີ່ເປັນບ່ອນອີງໃນການພົວພັນປະສານງານເຊິ່ງກັນ ແລະກັນ.
ບົດບັນທຶກວ່າດ້ວຍການຮ່ວມມື ແລະການປະສານງານສະບັບນີ້ ຍັງຈະເປັນເຄື່ອງມືໜຶ່ງ ປະກອບສ່ວນຊ່ວຍໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານ-ລັດຖະກອນຂອງກຳມາທິການເສດ ຖະກິດເຕັກໂນໂລຊີ ແລະສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ກະຊວງ ອຸດສາຫະກຳ ແລະການຄ້າໃຫ້ມີຄວາມໃກ້ສິດ, ສະໜິດສະໜົມ ແລະ ເພີ່ມຄວາມສາມັກຄີຮັກແພງ ລະຫວ່າງສອງພາກສ່ວນໃຫ້ຫລາຍຂຶ້ນກວ່າເກົ່າ.

