ພິທີລົງນາມສັນຍາສອງຝ່າຍວ່າດ້ວຍແລກປ່ຽນທີ່ດິນ ແລະ ເຮືອນຂອງສໍານັກງານຜູ້ຕາງໜ້າສະຖານທູດ ລະຫວ່າງ ສປປ ລາວ-ສ.ກູບາ
ວັນທີ 10 ທັນວາ 2021 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ, ນະຄອນຫລວງວຽງຈັນ
ລັດຖະບານແຫ່ງ ສປປ ລາວ, ຕາງໜ້າໂດຍ ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະ ບານ ສ. ກູບາ, ທ່ານ ປາໂບຼ ອານໂຕນີໂອ ໂຣດີເກດສ ບີດານ (Pablo Antonio Rodriguez Vidal ), ເອກອັກຄະລັດ ຖະທູດ ວິສາມັນຜູ້ມີອໍານາດເຕັມ ສ. ກູບາ ປະຈຳ ສປປ ລາວ ໄດ້ຮ່ວມລົງນາມສັນຍາສອງຝ່າຍວ່າດ້ວຍແລກປ່ຽນທີ່ດິນ ແລະ ເຮືອນຂອງສໍານັກງານຜູ້ຕາງໜ້າສະຖານທູດທີ່ມີສຳນັກງານຂອງແຕ່ລະຝ່າຍ ຕັ້ງຢູ່ ນະຄອນຫລວງວຽງຈັນ ແລະ ນະຄອນຫລວງ ລາຮາວານ.
ພິທີລົງນາມໄດ້ຈັດຂຶ້ນໃນວັນທີ 10 ທັນ ວາ 2021 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ, ກະຊວງການຕ່າງປະ ເທດ. ສປປ ລາວ ແລະ ສ.ກູບາ ເປັນປະ ເທດເພື່ອນມິດຍຸດທະສາດ ຊຶ່ງສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ວັນທີ 4 ພະຈິກ 1974 ໂດຍມີຫ້ອງການຕາງໜ້າແນວລາວຮັກຊາດປະ ຈຳຢູ່ ນະຄອນຫລວງ ລາຮາວານ ແລະ ໄດ້ຍົກລະດັບຂຶ້ນເປັນສະຖານທູດ ໃນ ປີ 1975 ຊຶ່ງມີສາຍພົວພັນ ຄົບຮອບ 47 ປີ. ພິທີລົງນາມດັ່ງກ່າວ ແມ່ນຈັດຂຶ້ນດ້ວຍຄວາມຕັ້ງໃຈຂອງສອງລັດຖະບານ ເພື່ອຢາກຮັດແໜ້ນສາຍພົວພັນມິດຕະພາບ ແລະ ຮັບປະກັນເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ການພັກເຊົາ ແລະ ການປະຕິບັດໜ້າທີ່ສໍາລັບພະນັກງານການທູດຂອງສອງປະເທດ ບົນພື້ນຖານການຕອບສະໜອງຊຶ່ງກັນ ແລະ ກັນ.
ທ່ານ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ຕິ່ງ ສຸກສັນ ໄດ້ຕີລາຄາສູງ ແລະ ສະແດງຂອບໃຈຢ່າງຈິງໃຈຕໍ່ການຮ່ວມມືຂອງລັດຖະບານ ສ.ກູບາ ໂດຍອີງຕາມແນວທາງການເສີມຂະ ຫຍາຍການພົວພັນ ແລະ ການຮ່ວມມືຂອງສອງຝ່າຍ ສປປ ລາວ ແລະ ສ.ກູບາ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານບົນພື້ນຖານອຸດົມການຂອງສັງຄົມນິຍົມ ແລະ ຍຶດໝັ້ນແນວທາງອັນສະເໝີຕົ້ນສະເໝີປາຍ ແລະ ສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນຢູ່ໃນເວທີພາກພື້ນ ແລະ ສາກົນ.
ຂ່າວ;ພາບ:ກົມຂ່າວກະຊວງການຕ່າງປະເທດ
Loading...