ພິທີລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອຈາກລັດຖະ ບານຍີ່ປຸ່ນ ເພື່ອສະໜອງອຸປະ ກອນອໍານວຍຄວາມສະດວກໃຫ້ແກ່ ສະໜາມບິນສາກົນຂອງລາວ ໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2021 ທີ່ກະຊວງການຕ່າງປະເທດ. ຕາງໜ້າຝ່າຍລາວຮ່ວມລົງນາມໃນຄັ້ງນີ້ ໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ໂດຍ ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ການຊ່ວຍເຫຼືອໃນຄັ້ງນີ້, ແມ່ນໂຄງການຊ່ວຍເຫຼືອ ນອກໂຄງ ການ (Non-Project) ເພື່ອສະໜອງອຸປະກອນອໍານວຍຄວາມສະດວກ ໃຫ້ແກ່ ສະໜາມບິນສາກົນຂອງລາວ, ມູນຄ່າ 1 ຕື້ເຢນ ຫຼື ປະມານ 8,77 ລ້ານໂດລາ. ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ສະ ແດງຄວາມຂອບໃຈ ແລະ ຕີລາ ຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດມາ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ຊຶ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ, ສະແດງຄວາມຂອບໃຈມາຍັງ ພາກສ່ວນກ່ຽວຂ້ອງຂອງຍີ່ປຸ່ນ ທີ່ຍາມໃດກໍໄດ້ຄົ້ນຄວ້າ ແລະ ຂົນຂວາຍຍາດແຍ່ງການຊ່ວຍເຫຼືອຂອງລັດຖະ ບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ຢ່າງຕັ້ງໜ້າ ຊຶ່ງເປັນການຊ່ວຍ ເຫຼືອທີ່ມີປະສິດທີພາບ, ປະສິດທິຜົນ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ; ລັດຖະບານລາວ ຈະນຳໃຊ້ການຊ່ວຍເຫຼືອຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບຄວາມສາມາດດ້ານການໃຫ້ບໍລິການ ແລະ ຮັບປະກັນຄວາມພ້ອມຢູ່ສະໜາມບິນສາກົນຂອງລາວ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ເວົ້າສະເພາະ, ເວົ້າລວມ ກໍແມ່ນການອໍານວຍຄວາມສະດວກໃຫ້ແກ່ການຜັນຂະຫຍາຍຍຸດທະ ສາດການເຊື່ອມໂຍງກັບຂົງເຂດ ແລະ ພາກພື້ນ ຂອງ ສປປ ລາວ ໃຫ້ມີບາດກ້າວໝັ້ນທ່ຽງຍິ່ງໆຂຶ້ນ ແລະ ຫວັງວ່າ ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະ ແໜງການອື່ນໆເພີ່ມຕື່ມໃນຕໍ່ໜ້າ.

ທ່ານ ເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຄັ້ງນີ້ ແລະ ເຊື່ອ ໝັ້ນວ່າ ໂຄງການດັ່ງກ່າວ ຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງ ສປປ ລາວ ກໍຄື ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ-ພາບ: ກະຊວງການຕ່າງປະເທດ