ໃນວັນທີ 23 ທັນວາ 2019, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອລ້າດ້ານອຸປະກອນເພື່ອປະກອບເຂົ້າໃນວຽກງານກຽມພ້ອມ, ໂຕ້ຕອບ ແລະ ຟື້ນຟູ ຫຼັງໄພພິບັດ ຢູ່ ສປປ ລາວ ຈາກລັດຖະບານຍີ່ປຸ່ນ, ຊຶ່ງຕາງໜ້າຝ່າຍລາວ ຮ່ວມລົງນາມໃນເອກະສານ ແລະ ກ່າວຮັບໂຄງການໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ຮ່ວມລົງນາມໃນເອກະສານ ແລະ ກ່າວມອບໂດຍ ທ່ານ ເຄໂຊ ທາເກວາກະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.
ການອະນຸມັດໂຄງການຊ່ວຍເຫຼືອດັ່ງກ່າວ ເປັນໂຄງການໜຶ່ງທີ່ສໍາຄັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ວຽກງານກຽມພ້ອມ, ໂຕ້ຕອບ ແລະ ຟື້ນຟູຂົງເຂດທີ່ເກີດໄພພິບັດໃນ ສປປ ລາວ ໃຫ້ທັນການ.ໂຄງການຊ່ວຍເຫຼືອດັ່ງກ່າວ ລວມມີມູນຄ່າ 1 ຕື້ເຢນ ຫຼື ປະມານ 9,1 ລ້ານໂດລາສະຫະລັດ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ,
ໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ, ເວລາປະສົບໄພພິບັດທໍາມະຊາດ ສອງປະເທດ ລາວ ແລະ ຍີ່ປຸ່ນ ກໍໄດ້ໃຫ້ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງຕັ້ງໜ້າ, ໂດຍສະເພາະໃນປີນີ້ ເຖິງແມ່ນວ່າຍີ່ປຸ່ນຈະປະສົບກັບໄພພິບັດຫຼາຍຄັ້ງຢ່າງໜັກໜ່ວງກໍຕາມ ແຕ່ກໍໄດ້ສືບຕໍ່ຮ່ວມມືຊ່ວຍເຫຼືອ ສປປ ລາວ. ພ້ອມນີ້ ທ່ານຮອງລັດຖະມົນຕີ ກໍ່ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ໂຄງການຊ່ວຍເຫຼືອຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດໃນການການພັດທະນາ ສປປ ລາວ. ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ໄດ້ອວຍພອນໃຫ້ສາຍພົວພັນການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

