ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີສະຫລຸບຜົນງານການເຄື່ອນໄຫວວຽກງານໄລຍະ 5 ປີນັບແຕ່2016 ຫາ 2020 ແລະວາງ ທິດທາງແຜນການນັບແຕ່ 2021ຫາ 2025 ແລະປະດັບຫຼຽນໄຊເເຮງງານ,ຫລຽນກາແຮງງານແລະຍ້ອງຍໍຜົນງານໃຫ້ບຸກຄົນແລະກົມກອງລວມຫມູ່ໃນການເຄື່ອນໄຫວວຽກງານຂອງກອງທຶນໜຶ່ງດວງໃຈບໍລິ ຄໍາໄຊຊ່ວຍເຫຼືອສັງຄົມນັບແຕ່ 2016 ຫາ 2020 ຈັດຂື້ນໃນວັນທີ 19 ສິງຫາ 2021 ຢູ່ສະໂມສອນໃຫຍ່ຂອງ ແຂວງບໍລິຄຳໄຊມີທ່ານກອງແກ້ວໄຊສົງຄາມເຈົ້າແຂວງບໍລິຄໍາໄຊ,ທ່ານນາງເເອັງໄຊສົງຄາມປະທານກອງທືນໜື່ງດວງໃຈບໍລິຄໍາໄຊຊ່ວຍ ເຫລືອ ສັງຄົມ,ມີການນໍາຂອງ ແຂວງ, ເມືອງພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ທ່ານນາງເເອ໋ງ ໄຊສົງຄາມ ຍົກໃຫ້ເຫັນບາງຜົນງານການເຄື່ອນໄຫວ ຂອງກອງທືນຫນື່ງດວງໃຈບໍລິຄໍາໄຊຊ່ວຍເຫລືອສັງຄົມທີ່ເຄື່ອນໄຫວຮັບໃຊ້ສັງຄົມນັບ ເເຕ່2016ຫາ2020ໂດຍສະເພາະດ້ານການສຶກສາທິການແລະກິລາ,ດ້ານສາທາລະນະສຸກລວມເຖິງວຽກງານປີ່ນອ້ອມຈໍານວນຫນື່ງໃນນີ້ສະເພາະການຊ່ວຍເຫລືອສັງຄົມໃນດ້ານການສຶກສາໄລຍະຜ່ານມາກໍ່ຄືປັດຈຸບັນກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມໄດ້ຊ່ວຍເຫຼືອດ້ານການສຶກສາ ທິການແລະກິລາ,ໄດ້ຊ່ວຍເຫຼືອສັງສົມກໍ່ສ້າງແລະສ້ອມແປງໂຮງຮຽນ7ເມືອງທົ່ວແຂວງລວມທັງໝົດ54ຫຼັງນອກນີ້ກອງທຶນໄດ້ປະກອບຊ່ວຍດ້ານວັດຖຸອຸປະກອນການຮຽນການສອນທີ່ ຈໍາເປັນຈໍານວນຫນື່ງເປັນຕົ້ນ: ໂຕະ, ຕັ່ງ, ດອກໄຟ, ພັດລົມ ສໍາລັບໂຮງຮຽນອະນຸບານ ໄດ້ປະກອບເຄື່ອງຫລີ້ນໃນຫ້ອງ ແລະ ນອກຫ້ອງເຊັ່ນ:ຕະລູດ,ໂອນຊາ,ມ້າໝູນ,ແລະຫ້ອງນໍ້າສະອາດລວມມູນຄ່າຫລາຍກວ່າ5ຕື້9ຮ້ອຍ ລ້ານກີບສໍາລັບການຊ່ວຍເຫລືອສັງຄົມດ້ານສາທາລະນະສຸກຂອງກອງທຶນຫນື່ງດວງໃຈບໍລິຄໍາໄຊ ຊ່ວຍເຫລືອສັງຄົມ ທ່ານນາງເເອ໋ງໄຊສົງຄາມໃຫ້ຮູ້ຕື່ມວ່າ:ໄດ້ຊ່ວຍເຫຼືອໂຮງໝໍແຂວງ,ໂຮງໝໍທະຫານແຂວງ, ໂຮງໝໍຊຸມຊົນຢູ່ບັນດາເມືອງຈໍານວນໜຶ່ງ ໃນການປະກອບອຸປະກອນການແພດ, ເຄື່ອງນຸ່ງເຂົ້າຜ່າຕັດ, ເຄື່ອງຟື້ນຟູຊີບເດັກນ້ອຍ 2 ເຄື່ອງ, ເຄື່ອງກວດເລືອດ, ເຄື່ອງກອງນ້ຳ, ສ້າງສາລາພັກຜ່ອນ, ມອບລົດອຳໂບລັງ 2 ຄັນ, ສ້ອມແປງໃຫຍ່ໂຮງໝໍຊຸມຊົນເມືອງຄຳເກີດ, ກໍ່ສ້າງໂຮງເຢັນໃຫ້ໂຮງໝໍຊຸມຊົນເມືອງປາກກະດິງ, ແຈກຢາຍອາຫານທ່ຽງໃຫ້ໂຮງໝໍແຂວງ ແລະ ໂຮງໝໍທະຫານແຂວງ ໃນວັນສຳຄັນຕ່າງໆຂອງຊາດ-ຂອງພັກ,ປະກອບສ່ວນສົມທົບທຶນຕ້ານໂຄວິດ-19 ຂັ້ນສູນກາງ ຈຳນວນ 100 ລ້ານກີບ, ປະກອບສ່ວນຕ້ານໂຄວິດ-19 ນໍາແຂວງ ດ້ວຍການປະກອບ ອຸປະກອນປ້ອງກັນຕ້ານໂຄວິດຈຳນວນໜຶ່ງ ແລະ ແຈກອາຫານໃຫ້ຜູ້ເຝົ້າລະວັງຢູ່ສູນກັກກັນພະຍາດໂຄວິດຂອງແຂວງ ລວມເປັນມູນຄ່າທັງໝົດ 1ຕື້1 ຮ້ອຍລ້ານກີບສ່ວນຂະແໜງການອື່ນໆ ປະກອບທຶນໝູນວຽນ, ຊ່ວຍກໍ່ສ້າງສ້ອມແປງ ແລະ ອຸປະກອນການຝຶກສີມືແຮງງານໃຫ້ສູນບຳບັດໜອງດົງ ຈຳນວນ 120 ລ້ານກີບ, ມອບລົດດັບເພິງໃຫ້ ປກສ ແຂວງ ຈຳນວນ 2 ຄັນ, ສ້າງຂົວອູ່ຢູ່ເມືອງໄຊຈຳພອນ, ຊ່ວຍສູນວັດທະນະທຳເດັກ, ຊ່ວຍນ້ຳຖ້ວມບັນດາແຂວງພາກໃຕ້ 90 ລ້ານກີບ, ຊ່ວຍເຫຼືອຕ້ານໄພໜາວ ຢູ່ບັນດາເມືອງທຸກຍາກ ພາຍໃນແຂວງບໍລິຄໍາໄຊ, ມອບເຄື່ອງຊ່ວຍເຫຼືອຄອບຄົວອານາຖາ ແລະ ຄອບຄົວຖືກອຸທົບກະໄພ ຢູ່ 7 ຕົວເມືອງ ພາຍໃນແຂວງບໍລິຄໍາໄຊ ລວມມູນຄ່າ ຫລາຍກວ່າ1ຕື້5ຮ້ອຍລ້ານ ຕື້ກວ່າກີບ ແລະ ອື່ນໆ.
ຕອນທ້າຍພິທີໄດ້ຈັດພີທີຍ້ອງຍໍສັນລະເສີນຂອງພັກແລະລັດຖະບານໃຫ້ກົມກອງ ລວມຫມູ່ແລະ ຜູ້ທີ່ມີຜົນງານພົ້ນເດັ່ນ ໃນການປະກອບສ່ວນຂອງກອງທຶນ ເຂົ້າໃນການພັດທະນາປະເທດຊາດ ກໍຄືແຂວງບໍລິຄຳໄຊ ເປັນຕົ້ນ:ການຍ້ອງຍໍລວມໝູ່ຂອງກອງທຶນ: ການປະດັບຫຼຽນໄຊແຮງງານຊັ້ນIຈໍານວນ1ໜ່ວຍໃຫ້ກົມກອງລວມຫມູ່ຂອງກອງທືນ,ປະດັບຫລຽນໄຊແຮງງານ ຊັ້ນ2ມີ2ຄົນ,ປະດັບຫລຽນໄຊຊັ້ນ3ມີ7ຄົນໃຫ້ປະດັບຫລຽນກາເເຮງງານມີ8ຄົນ,ມອບໃບຍ້ອງຍໍ ລັດຖະບານຈໍານວນ8ຄົນ,ໃບຍ້ອງຍໍຂັ້ນກະຊວງກະຊວງສຶກສາທິການແລະກິລາ1ໃບ,ກະຊວງສາທາ ລະນະສຸກ1ໃບ,ການຍ້ອງຍໍສູງສຸດຂອງແຂວງ,ເມືອງແລະພະແນກການຈໍານວນ61ໃບໃຫ້ກຽດມອບ ໂດຍການນໍາຂັ້ນສູງຂອງແຂວງ.
ພາບ:ບຸນອຸ້ມ ກອງແກ້ວມະນີວົງ
ຂ່າວ:ເດດອາລຸນ ແກ້ວວິໄລ.
May be an image of 4 people and people standing
May be an image of 6 people and people standing
May be an image of 8 people and people standing