ພິທີສະເຫຼີມສະຫຼອງ ແບບທາງໄກ ເນື່ອງໃນໂອກາດ ຄົບຮອບ 72 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2021, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ຈ່ຽງ ຈາຍ ຕຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມນີ້ກໍມີບັນດາແຂກທີ່ຖືກເຊີນ, ຄົນເຊື້ອຊາດຈີນ ແລະ ຄົນຈີນຕ່າງດ້າວທີ່ອາໄສຢູ່ ສປປ ລາວ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະ 72 ປີ ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ສາມາດຍາດມາໄດ້ຜົນສຳເລັດອັນໃຫຍ່ຫຼວງຢ່າງຮອບດ້ານ ໃນການສ້າງສັງຄົມນິຍົມທີ່ທັນສະໄໝ ຕາມສີສັນພິເສດ ຂອງຈີນ, ເຮັດໃຫ້ ສປ ຈີນ ມີຄວາມກ້າວໜ້າທາງດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ຊີວິດການເປັນຢູ່ຂອງປະຊາຊົນຈີນໄດ້ຮັບການພັດທະນາໃຫ້ດີຂຶ້ນເປັນກ້າວໆ, ເຫດການທີ່ພົ້ນເດັ່ນກໍຄື ການປະກາດຜົນສໍາເລັດໃນການຫຼຸດພົ້ນອອກຈາກຄວາມທຸກຍາກຂອງ ສປ ຈີນ ໃນຕົ້ນປີ 2021 ຜ່ານມາ, ຊຶ່ງໃນນັ້ນປະຊາຊົນເກືອບ 100 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຊຶ່ງຖືເປັນເຫດການອັນມະຫັດສະຈັນໜຶ່ງ ອັນໄດ້ເຮັດໃຫ້ຖານະບົດບາດຂອງ ສປ ຈີນ ໄດ້ສູງເດັ່ນຂຶ້ນຢ່າງປະຈັກຕາ ໃນເວທີພາກພື້ນ ແລະ ສາກົນ ແລະ ໄດ້ກາຍເປັນແບບຢ່າງອັນດີເດັ່ນໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາໃນໂລກ. ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ໃຫ້ຄວາມສຳຄັນເປັນພິເສດ ຕໍ່ການພົວພັນຮ່ວມມື ກັບ ລັດຖະບານ ແລະ ປະຊາຊົນ ສປ ຈີນ, ຊຶ່ງການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືໃນໄລຍະໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ ແລະ ຈີນ ໃຫ້ນັບມື້ນັບຫຼາຍຂື້ນ. ປີ 2021 ບໍ່ພຽງແຕ່ເປັນປີທີ່ມີຄວາມໝາຍປະຫວັດສາດສໍາລັບພັກກອມມູນິິດຈີນ ແລະ ປະຊາຊົນຈີນ ທີ່ສະເຫຼີມສະຫຼອງ 100 ປີ ຂອງການສ້າງຕັ້ງພັກກອມມູນິດຈີນ ເທົ່ານັ້ນ, ແຕ່ຍັງເປັນປີທີ່ມີຄວາມໝາຍສໍາຄັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຊຶ່ງເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ເປັນປີມິດຕະພາບ ລະຫວ່າງ ລາວ-ຈີນ. ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນອ້າຍນ້ອງ ໄດ້ເພີ່ມທະວີຄວາມຮັກແພງສາມັກຄີ ນັບມື້ນັບເລິກເຊິ່ງ ຈາກໄລຍະການຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ຈົນຮອດໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ໃນປັດຈຸບັນ, ການພົວພັນຮ່ວມມືສອງຝ່າຍໄດ້ຮັບການຍົກສູງຂຶ້ນເປັນກ້າວໆມາ ທັງໃນລວງກວ້າງ ແລະ ລວງເລິກ ຈາກການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ກ້າວຂຶ້ນສູ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ. ການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໄດ້ຮັບການຂະຫຍາຍຕົວຢ່າງກວ້າງຂວາງ ຊຶ່ງໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນສອງຊາດ ລາວ-ຈີນ. ໃນນີ້, ສິ່ງທີ່ເອກອ້າງ ແລະ ພູມໃຈເປັນພິເສດ ກໍ່ຄືຜົນສໍາເລັດຂອງການສ້າງເສັ້ນທາງດ່ວນລົດໄຟ ລາວ-ຈີນ, ຊຶ່ງຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 2021 ນີ້, ອັນຈະເປັນໂຄງການສັນຍາລັກຂອງການຮ່ວມມືຕົວຈິງ ລະຫວ່າງສອງຊາດ ລາວ-ຈີນ ແລະ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ ແລະ ໂຄງການດັ່ງກ່າວຍັງເປັນຕົວແບບໃນການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ປະທານ ສີ ຈິ້ນຜິງ ທີ່ພວກເຮົາສາມາດເຫັນໄດ້ຢ່າງປະຈັກຕາ ແລະ ມີຄວາມໝາຍສຳຄັນທາງປະຫວັດສາດ.
ພ້ອມດຽວກັນນີ້, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈ ທີ່ຕະຫຼອດໄລຍະຜ່ານມາ ພັກ-ລັດ ແລະ ປະຊາຊົນຈີນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຫຼວງຫຼາຍ, ພິເສດແມ່ນການຊ່ວຍເຫຼືອອັນລໍ້າຄ່າດ້ານການແພດ, ການສົ່ງຊ່ຽວຊານມາຊ່ວຍເຫຼືອ ໃນໄລຍະການແຜ່ລະພາບຂອງພະຍາດໂຄວິດ-19, ການຊ່ວຍເຫຼືອໃນການສະໜອງວັກແຊັງຕ້ານໂຄວິດ-19 ຈໍານວນຫຼາຍລ້ານໂດສ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ.
ໃນໂອກາດດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ຈ່ຽງ ຈາຍ ຕຸ່ງ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ໃຫ້ຄວາມສໍາຄັນພິເສດຕໍ່ການພົວພັນຮ່ວມມື ຈີນ-ລາວ. ພ້ອມນັ້ນ, ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໃນການຮ່ວມຈັດພິທີສະເຫຼີມສະຫຼອງ ຄົບຮອບ 72 ປີ ແຫ່ງການສະຖາປະນາ ສປ ຈີນ ແບບທາງໄກ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງ ຕໍ່ທັດສະນະຂອງຝ່າຍລາວ ພ້ອມທັງຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມືກັບພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ໂດຍຖືເອົາການສ້າງສາຍພົວພັນການທູດ ລະຫວ່າາງ ຈີນ-ລາວ ຄົບຮອບ 60 ປີ ແລະ ປີມິດຕະພາບຈີນ-ລາວ ເປັນກາລະໂອກາດໃນການເພິ່ມທະວີຄວາມສາມັກຄີ ແລະ ເປີດກວ້າງການຮ່ວມມືກັນ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ລາວ-ຈີນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ນຳເອົາສິດຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດຈີນ-ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.