ໃນວັນທີ 22 ມີນາ 2021 ທີ່ຜ່ານມາ, ຢູ່ສະໂມສອນ, ກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ຈັດພິທີໂຮມຊຸມນຸມເພື່ອສະເຫຼີມສະຫຼອງວັນຊ່ຽວຊານຕຳຫຼວດຫວຽດນາມ ຢູ່ ລາວ ຄົບຮອບ 60 ປີ (ວັນທີ 22/03/1961-22/032021). ຕາງໜ້າຝ່າຍລາວ ເຂົ້າຮ່ວມໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ແລະ ຄະນະນໍາສະຖານທູດທີ່ກ່ຽວຂ້ອງ, ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຂອງລາວ ປະຈໍາ ຫວຽດນາມ ພ້ອມດ້ວຍນັກຮຽນນັກສຶກສາທີ່ກຳລັງສຶກສາຢູ່ໂຮງ ຮຽນຕຳຫຼວດ. ສ່ວນຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນເອກ ໂຕ ເລີມ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ພ້ອມດ້ວຍການນໍາກະຊວງຕຳຫຼວດ ແລະ ຜູ້ຕາງໜ້າການນໍາກະຊວງ, ຄະນະ, ຂະແໜງການ, ບັນດາສະຫາຍອະດີດພະນັກງານຊ່ຽວຊານຕຳຫລວດຫວຽດນາມຢູ່ລາວ.
ໃນໂອກາດນີ້, ສະຫາຍ ພົນເອກ ໂຕ ເລີມ ໄດ້ເນັ້ນໜັກວ່າ ບົນພື້ນຖານສາຍພົວພັນພິເສດລະຫວ່າງສອງຊາດ, ຮ່ວມສຳພັນສູ້ຮົບລະຫວ່າງສອງກຳລັງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສຳຄັນຂອງສາຍພົວພັນສອງປະເທດລາວ-ຫວຽດນາມ. ຄະນະຊ່ຽວຊານຕຳຫຼວດຫວຽດນາມໄດ້ຄຽງບ່າຄຽງໄຫຼ່ ແລະ ປະກອບສ່ວນອັນໃຫຍ່ຫຼວງໃນບາດກ້າວການເຕີບໃຫຍ່, ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫົງບ ສປປ ລາວ ໃນໄລຍະຜ່ານມາ. ຍ້ອນຄວາມສະໜິດຕິດພັນຢ່າງໃກ້ຊິດລະຫວ່າງສອງກຳລັງປ້ອງກັນຄວາມສະຫງົບສອງປະເທດ ເປັນພື້ນຖານກຳລັງແຮງອັນໃຫຍ່ຫຼວງໃນການເສີມຂະຫຍາຍການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ. ນອກຈາກນີ້, ສະຫາຍ ກໍຍັງໄດ້ຍົກໃຫ້ເຫັນວ່າ ຕະຫຼອດໄລຍະ 60 ປີ ທີ່ຜ່ານມາ, ບັນດາຊ່ຽວຊານຕຳຫຼວດຫວຽດ ນາມ ຢູ່ ລາວ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນໝາກຜົນລວມຂອງກະຊວງຕຳຫຼວດຫວຽດນາມໃນການຮ່ວມມືຮອບ ດ້ານກັບກຳລັງປ້ອງກັນຄວາມສະຫງົບສອງປະເທດ. ຫວຽດນາມໄດ້ສົ່ງພະນັກງານ, ຊ່ຽວຊານທີ່ດີເດັ່ນ, ຜູ້ທີ່ມີປະສົບການ ແລະ ລູກຮັກຫຼານແພງຂອງຕົນໄປຊ່ວຍເຫຼືອລາວ ຊຶ່ງບັນດາພະນັກງານທີ່ຖືກສົ່ງໄປເຫຼົ່ານັ້ນລ້ວນຄວາມສະໝັກໃຈ, ບໍ່ຫວັ່ນໄຫວຕໍ່ຄວາມຫຍຸ້ງຍາກອັນຂ້ຽວຂາດ, ມີຄວາມພ້ອມທີ່ຈະເສຍສະຫຼະ ແລະ ມີຄວາມຕັດສິນໃຈສູງໃນການຜ່ານຜ່າອຸປະສັກນາໆປະການ ເພື່ອການຮ່ວມມື, ປະສານສົມທົບກັນຢ່າງແໜ້ນແຟ້ນກັບພາກສ່ວນທີ່ກ່ຽວ ຂ້ອງຂອງລາວ ໂດຍສະເພາະແມ່ນກຳລັັງປ້ອງກັນຄວາມສະຫງົບລາວ. ສຳລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອແນ່ໃສ່ສືບຕໍ່ຮັກສາ ແລະ ເສີມຂະຫາຍການພົວພັນຮ່ວມມືຮອບດ້ານຢ່າງມີປະສິດທິຜົນລະຫວ່າງກຳລັງປ້ອງກັນຄວາມສະຫງົບປະຊາຊົນສອງປະເທດ, ສະຫາຍ ພົນເອກ ໂຕ ເລີມ ສະເໜີສອງຝ່າຍສືບຕໍ່ຮ່ວມມືກັນຢ່າງໜັກແໜ້ນຢູ່ທຸກຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະ ໃຫ້ຄຳໝັ້ນສັນຍາວ່າ: ກຳລັງປ້ອງກັນຄວາມສະຫງົບຫວຽດນາມຈະຮ່ວມກັບກຳລັງປ້ອງກັນຄວາມສະຫງົບຂອງລາວ ຈະເຮັດສຸດຄວາມສາມາດໃນການປົກປັກຮັກສາສາຍພົວພັນສອງປະເທດໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ, ເພື່ອສັນຕິພາບ, ຄວາມເປັນເອກະລາດຂອງສອງປະເທດ ແລະ ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ ແລະ ສາກົນ. ພ້ອມກັນນີ້, ສະຫາຍ ພົນເອກ ໂຕ ເລີມ ກໍຕາງໜ້າພັກ, ລັດ, ກຳລັງປ້ອງກັນຄວາມສະຫງົບ, ປະຊາຊົນຫວຽດນາມ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດ, ກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຢູ່ຄ່ຽງບາຄ່ຽງໄຫຼ່ກັບກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນ ສສ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືໃນສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕາງໜ້າພັກ, ລັດ, ກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ, ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອແບບໝົດຈິດໝົດໃຈແກ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ພ້ອມນີ້ຕີລາຄາສູງການປະກອບສ່ວນອັນສຳຄັນຂອງຊ່ຽນຊານຕຳຫລວດຫວຽດນາມ ທີ່ຕິດພັນກັບການເຕີບໃຫຍ່ເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຕະຫລອດໄລຍະ 60 ປີ ຜ່ານມາ, ສິ່ງດັ່ງກ່າວເປັນການສະແດງເຖິງມິດຈິດມິດໃຈອັນສະໜິດສະໜົມ, ນ້ຳໃຈຖານສະຫາຍອ້າຍນ້ອງອັນດູດດຶ່ມ ແລະ ຄວາມມີຊີວິດຊີວາຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ເຊິ່ງການຮ່ວມມືດ້ານການປ້ອງກັນຄວາມສະຫງົບກໍ່ມີຂຶ້ນເປັນເວລາດົນນານ, ຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານຊຸດທຳອິດໄປຊ່ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຢູ່ເຂດທີ່ໝັ້ນການປະຕິວັດລາວ ທີ່ເມືອງວຽງໄຊ, ແຂວງຫົວພັນ ແຕ່ວັນທີ 23 ມີນາ 1961 ເປັນຕົ້ນມາ, ຊຶ່ງຄະນະຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມ ໄດ້ຊ່ວຍເຫລືອຮອບດ້ານນັບທັງການຊ່ວຍກໍ່ຕັ້ງກຳລັງປ້ອງກັນຄວາມສະຫງົບຂອງລາວ ໃນວັນທີ 5 ເມສາ 1961 ເພື່ອເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດປົດປ່ອຍ ແລະ ເຂດທີ່ໝັ້ນການປະຕິວັດໃຫ້ມີຄວາມສະຫງົບເປັນຢ່າງດີ. ຕະຫລອດໄລຍະ 60 ປີຜ່ານມາ, ຜົນສຳເລັດໃນການຮ່ວມມືລະຫວ່າງສອງກະຊວງ ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ,ວັດທະນະທຳ-ສັງຄົມ ຢູ່ແຕ່ລະປະເທດ.
(ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ)

