ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ ແລະ ອາເມຣິກາ
ໃນຕອນຄໍ່າຂອງວັນທີ 8 ທັນວາ 2021, ທີ່ ໂຮງແຮມ Best Westen Surestay ໄດ້ມີພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສປປ ລາວ ແລະ ອາເມຣິກາ.
ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີດັ່ງກ່າວ ມີ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນ ຕີກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມ ວິຫານ, ຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະກົມ ແລະ ພະ ນັກງານກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານ ສະຫະລັດ ອາ ເມຣິກາ ມີ ທ່ານ Peter Heymond, ເອກອັກຄະລັດຖະທູດ ສະຫະລັດ ອາເມ ຣິກາ ປະຈໍາ ສປປ ລາວ ແລະ ບັນດາ ນັກການທູດ ສະຫະລັດ ອາເມຣິກາ ປະຈຳລາວ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີທີ່ມີຄວາມໝາຍສຳຄັນນິ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນ ກ່າວຄຳເຫັນໂດຍໄດ້ສັງເກດຕີລາຄາ ເຖິງການຮ່ວມມືສອງຝ່າຍ ລາວ-ອາເມຣິກາ ຕະ ຫຼອດໄລຍະເວລາ 65 ປີ ທີ່ຜ່ານມາ, ຊຶ່ງສອງລັດຖະບານ ແລະ ປະຊາຊົນ ລາວ ແລະ ອາເມຣິກາ ໄດ້ມີຄວາມພະຍາຍາມຢ່າງສູງ ໃນການຮັກສາ ແລະ ສົ່ງເສີມການພົວພັນອັນດີນຳກັນຢ່າງຕໍ່ເນື່ອງເຖິງວ່າມີບາງໄລຍະທີ່ຫຍຸ້ງຍາກແຕ່ສອງປະເທດກໍ່ໄດ້ເອົາໃຈໃສ່ສ້າງສາຍພົວພັນ ແລະ ການຮ່ວມມືຈົນກ້າວໄປເຖິງການຍົກລະດັບການເປັນຄູ່ຮ່ວມມືແບບກວມລວມໃນໂອກາດການມາຢ້ຽມຢາມລາວໃນປີ 2016 ຂອງປະທານາທິບໍດີ ບາລັກ ໂອບາມາ ແລະ ຈາກນັ້ນ ໄດ້ມີການແລກ ປ່ຽນການຢ້ຽມຢາມຂອງເຈົ້າໜ້າທີ່ຂັ້ນສູງນຳ ກັນຫຼາຍລະດັບ ເພື່ອເສີມຂະຫຍາຍການພົວພັນ ແລະ ການຮ່ວມມືສອງຝ່າຍ ລາວ-ອາເມຣິກາ ໄດ້ກວມເອົາ ໃນຫຼາຍຂົງເຂດວຽກງານ ເປັນຕົ້ນ ວຽກງານຊອກຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມ ຣິກາ ທີ່ຫາຍສາບສູນໃນປາງສົງ ຄາມຢູ່ລາວ (MIA), ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ການຮ່ວມມືດ້ານການສຶກສາ, ສາທາລະນະ ສຸກ, ການຄ້າ, ການລົງທຶນ, ກົດໝາຍ ແລະ ອື່ນໆ, ນອກຈາກຮ່ວມມືໃນຂອບສອງຝ່າຍ, ລາວ-ອາເມຣິກາ ຍັງຮ່ວມມື ກັນໃນຂອບຫຼາຍຝ່າຍ ເປັນຕົ້ນ: ສປຊ, ອາຊຽນ, ຂອບການຮ່ວມມືປະເທດລຸ່ມແມ່ນໍ້າຂອງ (Mekong-US Partnership) ແລະ ອື່ນໆ ອັນພົ້ນເດັ່ນແມ່ນໄລຍະ 2018-2021 ລາວໄດ້ເປັນປະເທດປະສານງານ ອາຊຽນ-ອາເມຣິກາ ຊຶ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມຮັດແໜ້ນ ການພົວພັນ ແລະ ການຮ່ວມມື ອາຊຽນ-ອາເມຣິກາ ໃຫ້ຂະຫຍາຍ ຕົວຢ່າງຕັ້ງໜ້າ. ໃນປີ 2021 ນີ້ເປັນປີຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ລາວ ແລະ ອາເມຣິກາ, ຊຶ່ງສອງຝ່າຍໄດ້ຕັ້ງໜ້າສືບຕໍ່ເສີມຂະຫຍາຍການຮ່ວມມືກັນໃນຂົງເຂດວຽກງານຕ່າງໆຢ່າງຕໍ່ເນື່ອງເຖິງແມ່ນວ່າຢູ່ ໃນສະພາບມີການແຜ່ລະບາດຂອງພະ ຍາດ ໂຄວິດ-19 ຢູ່ຫຼາຍປະເທດໃນໂລກ ກໍຄືຢູ່ ສປປ ລາວ ແລະ ສ.ອາເມຣິກາ. ສອງປະເທດກໍໄດ້ມີການຮ່ວມກັນໃນການຕໍ່ຕ້ານ ແລະ ສະກັດກັັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ. ນະໂອ ກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ກໍຄືປະຊາຊົນລາວ ກ່າວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ກໍຄືປະຊາຊົນອາ ເມຣິກາ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຫວັງຢ່າງຍິ່ງວ່າ ສ.ອາເມຣິກາ ຈະສືບຕໍ່ຊ່ວຍເຫຼືອລາວ ໃນການຄວບຄຸມ ແລະ ສະກັດກັ້ນພະຍາດດັ່ງກ່າວ.
ໃນໂອກາດນີ້ ທ່ານ Antony J. Blinken, ລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ກ່າວຄໍາເຫັນໃນ ພິທີສະຫຼອງວັນສຳຄັນດັ່ງກ່າວ ຜ່ານທາງວີດີໂອ ໂດຍສະແດງຄວາມຊົມເຊີຍ ຕໍ່ການຈັດງານດັ່ງກ່າວ ກໍ່ຄືຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ ໂດຍສະເພາະໃນໄລຍະ 5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສະ ຫະລັດ ອາເມຣິກາ ແລະ ສປປ ລາວ ທີ່ສອງຜູ້ນໍາຂອງສອງປະເທດຮັບຮອງໃນປີ 2016 ບົນພື້ນຖານບົນພື້ນຖານ ການເຄົາລົບ ແລະ ນັບຖືເຊີ່ງກັນ ແລະ ກັນ, ຜົນປະໂຫຍດຮ່ວມກັນ ແລະ ວິໄສທັດຮ່ວມກັນໃນອານາຄົດຂ້າງໜ້າ, ເຊິ່ງໄດ້ນໍາມາສູ່ການຮ່ວມມືຂອງສອງປະເທດ ໃນຫຼາຍຂະແໜງການ ລວມທັງດ້ານສຸຂະ ພາບ, ການສຶກສາ, ການສະກັດກັ້ນປາບປາມ ຢາເສບຕິດ ແລະ ການສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19. ທ່ານ Blinken ຍັງໄດ້ສະແດງຄວາມເຫັນວ່າ ໃນອານາຄົດ ສະຫະລັດ ອາເມຣິກາ ຈະສະໜັບສະໜູນ ສປປ ລາວ ໃນການຟື້ນຟູທາງດ້ານເສດຖະກິດ ແລະ ການຂະຫຍາຍການຮ່ວມມືໃນດ້ານການຄ້າ ແລະ ເຕັກໂນໂລຊີ; ພ້ອມດຽວກັນ ກໍ່ສະແດງຄວາມມຸ້ງໝັ້ນຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນຊຸມປີຕໍ່ໜ້າ ບົນຈິດໃຈຂອງການເປັນຄູ່ຮ່ວມມືແບບກວມລວມຂອງສອງປະເທດ.
ນອກຈາກນີ້, ທ່ານ Peter Heymond, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໄດ້ກ່າວຄຳເຫັນ ໂດຍຕີລາຄາສູງເຖິງການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ແລະ ຢືນຢັນ ຈະສືບຕໍ່ຮ່ວມມືກັບ ຝ່າຍລາວ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນຂົງເຂດຕ່າງໆໃນອະນາຄົດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂື້ນ, ພ້ອມທັງ ຈະສືບຕໍ່ໃຫ້ການສະໜັບ ສະໜຸນ ສປປ ລາວ ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະການຟື້ນຟູເສດຖະກິດໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມ ມືແບບກວມລວມ ລະຫວ່າງ ສປປ ລາວ ແລະ ອາເມຣິກາ ໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ທ່າມກາງການ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດສູນກາງວາງອອກຢ່າງເຂັ້ມງວດ.
ຂ່າວ;ພາບ: ກົມຂ່າວ ກະຊວງການຕ່າງປະເທດ