ວັນທີ 09 ມີນາ 2022 ເມືອງຊະນະຄາມໄດ້ຈັດພິທີ ສັກຢາກັນພະຍາດ ແຫ່ງຊາດ (ວສຊ) ປ້ອງກັນໂຄວິດ-19 ໃຫ້ບັນດາ ນັກ ຮຽນໃນກຸ່ມເປົ້າໝາຍ ແຕ່ອາຍຸ 06-11 ປີ ຢູ່ທີ່ໂຮງຮຽນມັດທະ ຍົມຕອນຕົ້ນ ບ້ານປາກພາງ ເມືອງຊະນະຄາມ ແຂວງວຽງຈັນໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສະໝານ ວິເສດຍະພົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຊະນະຄາມ, ມີທ່ານ ໂພຄຳ ແສງລະດີ ກຳມະ ການພັກເມືອງ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ, ມີກຳມະ ການພັກເມືອງ, ຄູອາຈານ ແລະນ້ອງນັກຮຽນກໍເປັນກຽດເຂົ້າ ຮ່ວມ ຢ່າງພ້ອມພຽງ.
ຈຸດປະສົງໃນການລົງເຄື່ອນ ໄຫວໃນຄັ້ງນີ້ກໍເພື່ອເປັນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ບັນດາກຸ່ມເປົ້າໝາຍເດັກອາຍຸແຕ່ 06-11 ປີ ເພື່ອສ້າງພູມຄຸ້ມກັນໃນຮ່າງກາຍ ຕ້ານກັບພະຍາດໂຄວິດ-19 ບໍໃຫ້ມີຄວາມຮຸນແຮງ,ຫຼຸດຜ່ອນຄວາມສ່ຽງການເສຍຊີວິດ ປິ່ນປົວໄດ້ງ່າຍ, ເປົ້າໝາຍໃນການຮັບວັກຊິນໃນຄັ້ງນີ້ມີນ້ອງນັກຮຽນທັງໝົດ 221 ຄົນ, ແລະບັນດາປະຊາຊົນພາຍໃນບ້ານປາກພາງ ທີ່ຍັງບໍ່ທັນໄດ້ຮັບ ວັກຊິນຕ້ານໂຄວິດ-19 ໃນເຂັມທີ່ 1 ກໍສາມາດມາໃຊ້ບໍລິ ການຮັບວັກຊິນໄດ້ ໂດຍບໍ່ໄດ້ເສຍຄ່າ, ພ້ອມນີ້ທາງຫ້ອງການສາທາ ລະນະສຸກເມືອງກໍຈະໄດ້ມີການສືບຕໍ່ລົງສັກວັກຊິນຕ້ານໂຄວິດ-19 ໃຫ້ກຸມເປົ້າໝາຍແຕ່ລະໂຮງຮຽນໃນທົ່ວເມືອງຊະນະຄາມ ໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
Loading...