ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາກໍ່ສ້າງ ແລະ ໃຫ້ບໍລິການລະບົບສາງຄົບວົງຈອນ, ຈຸດພັກສິນຄ້າ ແລະ ຄ່ຽນຖ່າຍຕູ້ຄອນເທນເນີ ຂາເຂົ້າ-ຂາອອກ (ICD) ພ້ອມທັງພັດທະນາດ້ານການຄ້າ ແລະ ບໍລິການທີ່ຕິດພັນກັບການສົ່ງເສີມການທ່ອງທ່ຽວ ໃນຂອບເຂດດ່ານສາກົນ ນໍ້າເຫືອງ ເມືອງ ແກ່ນທ້າວ, ດ່ານສາກົນ ພູດູ່ ເມືອງ ປາກລາຍ, ດ່ານສາກົນ ນໍ້າເງິນ ເມືອງ ເງິນ ແລະ ດ່ານສາກົນ ປາງມອນ ເມືອງ ຄອບ ແຂວງ ໄຊຍະບູລີ, ໂດຍມີຈຸດປະສົງເພື່ອພັດທະນາເສດຖະກິດ-ສັງຄົມ, ດຶງດູດນັກລົງທຶນເພື່ອພັດທະນາເຂດເສດຖະກິດໃໝ່ຢູ່ດ່ານສາກົນແຕ່ລະດ່ານຢູ່ຊາຍແດນແຂວງ ໄຊຍະບູລີ ແລະ ເພື່ອສ້າງຄວາມເຂົ້າໃຈລະຫວ່າງ ອົງການປົກຄອງແຂວງ ຊຶ່ງຕາງໜ້າໂດຍພະແນກ ແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ໂຊກໄຊຈະເລີນຂົນສົ່ງຈໍາກັດ, ເພື່ອຈະໄດ້ສຶກສາຄວາມເປັນໄປໄດ້ໃນການພັດທະນາກໍ່ສ້າງ ແລະ ໃຫ້ບໍລິການລະບົບສາງຄົບວົງຈອນ, ຈຸດພັກສິນຄ້າ ແລະ ຄ່ຽນຖ່ານຕູ້ຄອນເທນເນີ ຂາເຂົ້າ-ຂາອອກ (ICD) ພ້ອມທັງພັດທະນາດ້ານການຄ້າ ແລະ ບໍລິການທີ່ຕິດພັນກັບການສົ່ງເສີມການທ່ອງທ່ຽວ ໃນຂອບເຂດດ່ານສາກົນດັ່ງກ່າວ, ພິທີເຊັນບົດບັນທຶກ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 22 ກຸມພາ 2022 ທີ່ຫ້ອງວ່າການແຂວງ ໄຊຍະບູລີ, ຝ່າຍອົງການປົກຄອງແຂວງລົງນາມໂດຍທ່ານ ຄໍາເຜີຍ ສິດທະວົງ ຮອງຫົວໜ້າ ພະແນກ ແຜນການ ແລະ ການລົງທຶນ ແລະ ຝ່າຍບໍລິສັດ ລົງນາມໂດຍ ທ່ານ ໂຊກໄຊ ສົມໃຈນຶກ ອໍານວຍການບໍລິສັດ ໂຊກໄຊຈະເລີນຂົນສົ່ງຈໍາກັດ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ໄຊຍະບູລີ ພ້ອມພະນັກງານວິຊາການຈາກພະແນກການທີ່ກ່ຽວຂ້ອງ ແລະ ບໍລະສັດເຂົ້າຮ່ວມ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ