ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີດັ່ງກ່າວໄດ້ຈັດຂຶ້ນ ວັນທີ 3 ພະຈິກ 2023 ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຝ່າຍລາວນໍາໂດຍທ່ານ ສຸວັນ ວິໄລແສງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ຝ່າຍຈີນນຳໂດຍ ທ່ານ ນາງ ເຊິນກຸ່ຍ (ZHENG KUI – Depurty Editor-in-Chief) ຮອງຫົວໜ້າບັນນາທິການ ວິທະຍຸ-ໂທລະພາບ ກວາງຊີ ສປ ຈີນ.
ໂອກາດນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂອງຕົນໃນໄລຍະຜ່ານມາ ແລະ ລາຍງານການຮ່ວມມືດ້ານການເຄື່ອນໄຫວຮ່ວມກັນລະຫວ່າງວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບ ເຂດປົກຄອງຂອງຕົນເຜົ່າຈ້ວງກວາງຊີ ສປ ຈີນ.
ການເຊັນສັນຍາຄັ້ງນີ້ເປັນການຮ່ວມມືຜະລິດລະຄອນຈີນ ທາງວິທະຍຸ ໂດຍໂຄງການດັ່ງກ່າວມີຊື່ວ່າ “ໂຮງລະຄອນວິທະຍຸຈີນ” ເບື້ອງຕົ້ນຈະຮ່ວມກັນຜະລິດລະຄອນເລື່ອງ “ ສາມກົກ ” ເຊິ່ງປະກອບດ້ວຍ 84 ຕອນ ເຊິ່ງຈະອອກອາກາດທາງຄື້ນ: FM 103,7 Mhz, ແລະ AM 567 Khz ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຄວາມຍາວ 30 ນາທີ ກະຈາຍອາທິດລະ 4 ຄັ້ງ. ນອກນີ້ໃນອະນາຄົດ ທາງວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບ ເຂດປົກຄອງຂອງຕົນເຜົ່າຈ້ວງກວາງຊີ ສປ ຈີນ ຈະມີການພົວພັນຮ່ວມມືປະສານສົມທົບວຽກງານໂຄສະນາປະຊາສຳພັນຜ່ານທັງສື່ເກົ່າ, ສື່ໃໝ່ ແລະ ວຽກງານອື່ນໆ ໃຫ້ກວ້າງຂວາງຕື່ມອີກ.
ພາບ-ຂ່າວ :ພ.ບົວທອງ
May be an image of 7 people and text
May be an image of 9 people and text