ວັນທີ 22 ກຸມພາ 2022 ນີ້, ທີ່ຫ້ອງປະຊຸມພະແນກໂຍທາທິ ການ ແລະ ຂົນສົ່ງ ແຂວງອັດຕະປື ໄດ້ມີພິທີເຊັນ ສັນຍາວຽກກໍ່ ສ້າງ- ສ້ອມແປງ ຂະໜາດນ້ອຍ ໃນ 4 ເມືອງຂອງແຂວງອັດຕະປື ພາຍ ໃຕ້ໂຄງການຟື້ນຟູພື້ນຖານ ໂຄງລ່າງແຂວງພາກໃຕ້ຂອງປະເທດລາວ ໂດຍການເຂົ້າຮ່ວມຂອງທ່ານ ລັດຕະພອນ ເທບສຸວັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື,ມີທ່ານ ວົງເດືອນ ສີພັນລາວົງ ຫົວໜ້າໂຄງການຟື້ນຟູໂຄງລ່າງ ພື້ນຖານແຂວງພາກໃຕ້ຂອງປະເທດລາວ,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວົງເດືອນ ສີພັນລາວົງ ຫົວ ໜ້າ ໂຄງການ ຟື້ນຟູພື້ນຖານໂຄງລ່າງແຂວງພາກໃຕ້ຂອງລາວ ໄດ້ລາຍງານຫຍໍ້ ກ່ຽວກັບຄວາມເປັນມາຂອງໂຄງການ: ວຽກກໍ່ສ້າງ- ສ້ອມແປງຂະໜາດນ້ອຍ ພາຍໃນ 4 ຕົວເມືອງຂອງແຂວງ ອັດຕະປືຄື: ເມືອງສະໜາມໄຊ,ເມືອງສາ ມັກຄີໄຊ,ເມືອງໄຊ ເສດຖາ ແລະ ເມືອງຊານໄຊ ແມ່ນໂຄງການໜຶ່ງທີ່ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກປະຊາຊົນ ແລະ ລັດຖະບານເຢຍ ລະມັນ ເພື່ອຊ່ວຍເຫຼືອແກ່ລັດຖະ ບານ ແລະ ປະຊາຊົນລາວ ໃນການຟື້ນຟູພື້ນຖານໂຄງລ່າງດ້ານຄົມມະນາຄົມຢູ່ແຂວງພາກໃຕ້ຂອງລາວ ກໍ່ຄືຢູ່ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນສົກປີ 2018 ທີ່ຜ່ານມາ ເປັນຕົ້ນ ແມ່ນຢູ່ ເມືອງສະໜາມໄຊ ເຊີ່ງໄດ້ຮັບຜົນກະທົບໜັກຈາກເຫດການເຂື່ອນ ເຊປຽນ-ນໍ້ານ້ອຍ ແຕກຫັກ ໃນຄັ້ງ ວັນທີ 23 ກໍລະກົດ ປີ 2018 ຜ່ານມາ, ນອກຈາກຊ່ວຍປັບປຸງເສັ້ນທາງ ແລ້ວ,ໂຄງການຍັງໄດ້ຊ່ວຍກໍ່ ສ້າງ-ສ້ອມແປງ ໂຮງຮຽນ,ໂຮງໝໍ, ສຸກສາລາ ຫ້ອງການບ້ານ ແລະ ວຽກຂະໜາດນ້ອຍອື່ນໆໃນຂອບເຂດໃກ້ຄຽງຂອງໂຄງການ ເພື່ອປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ. ສໍາລັບງົບປະມານທີ່ລັດຖະບານເຢຍລະມັນຊວຍເຫຼືອລັດຖະບານ ລາວ ເພື່ອຟື້ນຟູພື້ນຖານໂຄງລ່າງ ແຂວງພາກໃຕ້ຂອງປະເທດລາວ ໃນຄັ້ງນີ້ ມີມູນຄ່າ 10 ລ້ານ 4 ແສນເອີໂຣ: ສໍາລັບຢູ່ ແຂວງອັດ ຕະປື ທີ່ຈະເຊັນສັນຍາໃນຄັ້ງ ນີ້ມີ 3 ສັນຍາ ຄື: ສັນຍາທີ 1 ກໍ່ສ້າງ- ສ້ອມແປງ ໂຮງຮຽນ ປະຖົມດອນມ່ວງ ແລະ ທ່າອວນ,ໂຮງຮຽນ ມັດທະຍົມທົ່ງແທ,ກໍ່ສ້າງສຸກສາລາບ້ານ ໄຊດອນໂຂງ ແລະ ສ້ອມແປງ ໂຮງໝໍ ເມືອງສະໜາມໄຊ ລວມມູນຄ່າ 2 ຕື້ 500 ລ້ານກວ່າກີບ ຈະໄດ້ເຊັນສັນຍາ ກັບ ບໍລິສັດ ຊະນະໄຊ ພັດທະນາ ກໍ່ສ້າງ ຈຳກັດຜູ້ດຽວ ທີ່ໄດ້ຊະນະການປະມູນ, ສ່ວນສັນຍາທີ່ 2 ສັນຍາປະກອບມີວຽກ ກໍ່ສ້າງໂຮງຮຽນປະຖົມ ບ້ານ ສາມັກຄີ ແລະ ບ້ານ ໂພໄຊ,ສ້ອມແປງ ສຸກສາລາ ບ້ານມູນ,ສຸກສາລາບ້ານສະແຄະ ແລະ ສຸກສາລາ ບ້ານສະປວນ, ລວມມູນຄ່າ 3 ຕື້ 700 ລ້ານກວ່າກີບ ສັນຍາ ກັບ ບໍລິສັດ ວັນນະວົງ ກໍສ້າງຈຳກັດຜູ້ດຽວ ທີ່ໄດ້ຊະນະການປະມູນ ແລະ ສັນ ຍາທີ່ 3 ປະກອບ ມີວຽກກໍ່ສ້າງໂຮງຮຽນປະຖົມ ບ້ານ ດາກກຽດ, ກໍ່ສ້າງໂຮງຮຽນປະຖົມ ບ້ານ ມີ ໄຊ, ສ້ອມແປງໂຮງຮຽນປະຖົມ ບ້ານ ສົມບູນ,ສ້ອມແປງໂຮງຮຽນ ປະຖົມ ບ້ານ ດາກຮຽດ ແລະ ສ້ອມແປງໂຮງໝໍ ເມືອງຊານໄຊ ລວມມູນຄ່າ 4 ຕື້ 400 ລ້ານກວ່າກີບ,ຈະໄດ້ ເຊັນສັນຍາ ກັບບໍລິສັດ ຈະເລີນດີ ກໍ່ສ້າງຈຳກັດຜູ້ດຽວ ທີ່ໄດ້ຊະນະການປະມູນ.
ຂ່າວ: ສິດທິພອນ

