ພິທີເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟ ລາວ-ຈີນ
ໃນຕອນເຊົ້າຂອງ ວັນທີ 2 ທັນວາ 2021, ທີ່ສະຖານີລົດໄຟນະຄອນຫລວງວຽງຈັນ, ບ້ານໄຊ ເມືອງໄຊທານີ ໄດ້ມີພິທີເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟລາວ-ຈີນ, ໂດຍມີການນຳພັກ-ລັດ ນຳໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພຸດທະ ສາສະນິກກະຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າ ຮ່ວມ.
ໃນພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນໄຕ້ທູບທຽນບູຊາພຣະຣັດຕະນະໄຕ ຈາກນັ້ນລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ. ຫລັງຈາກນັ້ນ, ໄດ້ມິພິທີໄຫວ້ພຣະຣັດຕະນະໄຕ ຮັບສິນ, ສູດປະຣິດ ຕະມະຫາມຸງຄຸນໄຊຫລວງ (ສູດມະຫາໄຊຍະມຸງຄຸນຫລວງ), ຟັງທຳມະເທດສະໜາບັນຍາຍ 1 ກັນ, ກ່າວຄຳຖວາຍສັງຂະທານ, ເຄນກັນບູຊາທຳມະເທດສະໜາ, ເຄນບ້າງປັດໄຈບູຊາທຳ, ຄາລະ ວະ-ຮັບພອນ-ຢາດນ້ຳ ແລະ ຕາງໜ້າຄະນະພະສົງພົມນ້ຳມົນສະຖານີ ແລະ ລົດໄຟ ເພື່ອເປັນສິຣິມຸງຄົນ ເອົາໂຊກເອົາໄຊ.
ພິທີເບີກໂຊກໄຊຍະມຸງຄຸນ ແມ່ນພິທີ ທີ່ມີຄວາມສຳຄັນທາງສາສະໜາ, ໃນພິທີຈະມີການສູດ ປະຣິດຕະມະຫາມຸງຄຸນໄຊຫລວງ (ສູດມະຫາໄຊຍະມຸງຄຸນຫລວງ) ການສູດດັ່ງກ່າວ, ເພື່ອກຳກັດປັດເພີກສິ່ງບໍ່ດີທີ່ ຢູ່ໃນສະຖານີທີ່ວັດຖຸ, ບຸກຄົນນັ້ນໆໃຫ້ອອກໄປ ເພື່ອເປັນສິຣິມຸງຄຸນໃນການດຳເນີນໄປໄດ້ຢ່າງລາບລື້ນ ແລະ ສັນຕິສຸກ ເພື່ອເສີມສ້າງບຸນຍາປາຣະມີ ໃຫ້ແກ່ຜູ້ທີ່ເຂົ້າຮ່ວມໃນພິທີດັ່ງກ່າວ.