ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 07 ມີນາ 2022, ທີ່ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີເປິດຊຸດຝຶກອົບຮົມພະນັກ ງານໃໝ່ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຊຸດທີ 24 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ , ໂດຍມີບັນດາຫົວໜ້າກົມ, ຄະນະກົມ , ຄະນະຮັບຜິດຊອບ, ນັກວິທະຍາກອນ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 50 ກວ່າ ທ່ານ. ຊຸດຝຶກອົບຮົມພະນັກງານໃໝ່, ຊຸດທີ 24 ນີ້ ມີຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 28 ທ່ານ, ຍິງ 15 ທ່ານ ໂດຍຈະດໍາເນີນໄປເປັນເວລາ 1 ເດືອນ ນັບແຕ່ວັນທີ 07 ມີນາ – 08 ເມສາ 2022.
ໃນພິທີ, ທ່ານ ໄມໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະ ເທດ ໄດ້ລາຍງານເນື້ອໃນຫຼັກສູດ, ກົດລະບຽບ ແລະ ຂໍ້ແຂ່ງຂັນ ຂອງຊຸດຝຶກອົບຮົມ. ສຳລັບເນື້ອໃນໂຄງການຫຼັກສູດຂອງຊຸດຝຶກອົບຮົມນີ້ ແມ່ນຈະໄດ້ຮຽນຮູ້ກ່ຽວກັບພາລະບົດບາດຂອງກະຊວງການຕ່າງປະເທດ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ເປັນຕົ້ນ: ການພົວພັນການທູດສອງຝ່າຍ ແລະ ຫຼາຍຝ່າຍ, ວຽກງານຊາຍແດນແຫ່ງຊາດ, ວຽກງານກົງສຸນ, ວຽກ ງານພິທີການ, ວຽກງານການຂີດຂຽນເອກະສານທາງການທູດ ແລະ ວິຊາອື່ນໆ. ໃນແຕ່ຕ່ລະວິຊາຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນເອົານັກວິທະຍາກອນ ຈາກຫຼາຍພາກສ່ວນມາຂຶ້ນຫ້ອງບັນຍາຍເປັນຕົ້ນ: ມະຫາວິທະ ຍາໄລແຫ່ງຊາດ, ບັນດາທ່ານທູດອາວຸໂສບຳນານ, ກະຊວງພາຍໃນ, ກະຊວງແຜນການ ແລະ ການລົງທຶນ, ຄະນະພົວພັນຕ່າງປະ ເທດສູນກາງພັກ ແລະ ກົມຕ່າງໆ ພາຍໃນກະຊວງການຕ່າງປະ ເທດ.
ໃນໂອກາດເຂົ້າຮ່ວມພິທີເປີດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ໃຫ້ກຽດຂື້ນປາຖະກະຖາ ໃນຫົວຂໍ້ “ ບົດຮຽນການເຄື່ອນໄຫວການທູດ: ການຈັດຕັ້ງປະຕິບັດການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດ ຊາດ ” ເຊິ່ງທ່ານໄດ້ເນັ້ນໃຫ້ເຫັນຄຸນລັກສະນະຂອງນັກການທູດທີ່ດີຄວນປະກອບດ້ວຍ 6 ມາດ ຖານ ຕາມແບບຜູ້ນຳຮຸ້ນກ່ອນສ້າງໄວ້ ໂດຍສະເພາະຂອປະທານ ໄກ ສອນ ພົມວິຫານ ແລະ ປະທານ ສຸພານຸວົງ. ພ້ອມກັນນັ້ນ, ທ່ານກໍໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນໃນການເຄື່ອນໄຫວການທູດຂອງ ສປປ ລາວ ໃນແຕ່ລະໄລຍະ ໂດຍສະເພາະການເຄື່ອນໄຫວການທູດປ້ອງກັນເຫດ ເພື່ອບຸກທະລຸໃນການປົກປັກຮັກສາ ແລະ ສາ້ງສາພັດທະນາປະເທດ ທີ່ມີຄວາມສຳຄັນຍິ່ງ ເພື່ອນໍາພາປະ ເທດກ້າວສູ່ຄວາມສີວິໄລຖາວອນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.
ຂ່າວ;ພາບ: ກົມຂ່າວ ກະຊວງການຕ່າງປະເທດ