ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 24 ກຸມພາ 2023, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດການຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງ ສະຖາບັນການຕ່າງປະເທດ ຄົບຮອບ 30 ປີ ແລະ ການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດ. ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດພິທີໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ກິດຈະກໍາດັ່ງກ່າວໄດ້ດໍາເນີນພາຍໃຕ້ການນໍໍາພາຂອງ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໂດຍມີຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມກິດຈະກໍາດັ່ງກ່າວຈາກ ອະດີດຄະນະນໍາ ແລະ ພະ ນັກງານ ສະຖາບັນການຕ່າງປະເທດ, ແລະ ກົມກອງຕ່າງໆພາຍໃນກະຊວງການຕ່າງປະເທດ ທັງໝົດຈໍານວນ 85 ທ່ານ.
ຈຸດປະສົງຂອງການຈັດກິດຈະກໍາຄັ້ງນີ້ ແມ່ນເພື່ອເປັນການສ້າງກິດຈະກໍາສະ ເຫຼີມສະຫຼອງວັນສ້າງຕັ້ງ ສະຖາບັນການຕ່າງປະເທດ ຄົບຮອບ 30 ປີ, ສ້າງໂອ ກາດໃຫ້ມີການພົບປະແລກປ່ຽນ ລະ ຫວ່າງ ອະດີດຄະນະນຳ ແລະ ພະນັກງານ ຂອງສະຖາບັນການຕ່າງປະເທດ. ພ້ອມດຽວກັນນີ້, ຍັງຈະໄດ້ຮັບຟັງປະຫວັດຄວາມເປັນມາຂອງ ສະຖາບັນການຕ່າງປະເທດ ໃນແຕ່ລະໄລຍະທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານສະຖາບັນການຕ່າງປະເທດ ໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດອັນໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ.
ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 10 ກຸມພາ 1993. ຕະຫຼອດໄລຍະ 30 ປີຜ່ານມາ, ສະຖາບັນການຕ່າງປະເທດ ໄດ້ປະຕິບັດຕາມພາລະບົດບາດຢ່າງຕັ້ງໜ້າ ແລະ ສາມາດຍາດໄດ້ຜົນສໍາເລັດຫຼາຍຢ່າງ ເຊິ່ງສະແດງອອກໃນຂົງເຂດວຽກງານຝຶກອົບຮົມ, ວຽກຄົ້ນຄວ້າ, ວຽກຮ່ວມມືສາກົນ, ວຽກອາຊຽນ-ໄອຊິດ, ວຽກຈັດປາຖະກາຖາ, ສໍາມະນາ, ເຂົ້າຮ່ວມກອງປະຊຸມພາຍໃນ ແລະ ຕ່າງປະເທດ ແລະ ວຽກອື່ນໆ. ຄຽງຄູ່ກັນນັ້ນ, ສະຖາບັນການຕ່າງປະເທດ ຍັງມີການພົວພັນ ແລະ ຮ່ວມມືກັບສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງປະເທດເພື່ອນມິດ ແລະ ປະເທດສະມາຊິກອາຊຽນ ກໍຄື ອາຊຽນ+3. ນອກນີ້, ສະຖາບັນການຕ່າງປະເທດ ກໍ່ໄດ້ມີກົນໄກການຮ່ວມມື ແລະ ແລກປ່ຽນທາງດ້ານວິຊາການ ທີ່ໄດ້ຮັບການສ້າງຕັ້ງ ຢູ່ ສະຖາບັນການຕ່າງປະເທດ ເຊັ່ນ: ສະໂມສອນນັກການທູດລາວ; ສູນຄົ້ນຄວ້າແມ່ນໍ້າຂອງສາກົນ; ໂຄງການຄົ້ນຄວ້າຮ່ວມລາວ-ຈີນ ແລະ ອື່ນໆ.
ຕະຫຼອດໄລຍະປີ 2023 ນີ້, ສະຖາບັນການຕ່າງປະເທດ ມີແຜນຈະຈັດກິດຈະກໍາຕ່າງໆ ເພື່ອລະລຶກເຖິງຜົນງານຂອງ ຄະນະນໍາສະຖາບັນການຕ່າງປະເທດ ກໍຄືພະນັກງານສະຖາບັນການຕ່າງປະເທດ ທີ່ປະກອບສ່ວນເຂົ້າໃນວຽກງານຂອງສະ ຖາບັນການຕ່າງປະເທດ ພ້ອມທັງເພື່ອໂຄສະນາເຜີຍແຜ່ຜົນສໍາເລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຖາບັນການຕ່າງປະເທດ ທີ່ຍາດມາໄດ້ໃນໄລຍະ 30 ປີຜ່ານມາໃນແຕ່ລະໄລຍະ ເປັນຕົ້ນ: ການຂຽນບົດຄວາມປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດ; ຈັດພິທີເປີດການຈັດກິດຈະກໍາຕ່າງໆໃນປີ 2023 ແລະ ຮັບຟັງການເລົ່າມູນເຊື້ອປະ ຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດ ຈາກອະດີດຫົວໜ້າສະຖາ ບັນການຕ່າງປະເທດ; ຈັດກອງປະຊຸມວິຊາການແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຄົ້ນຄວ້າ; ຈັດກອງປະຊຸມວິທະຍາສາດ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ; ຈັດພິທີເປີດຕົວປື້ມ 30 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນ ແລະ ກິດຈະກໍາອື່ນໆ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ