ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງ ວັນທີ 28 ສິງຫາ 2023, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (ອົງການ UNDP) ປະຈຳລາວ ໄດ້ຈັດພິທີເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ (Gov-X) ຂື້ນທີ່ໂຮງແຮມ ຄຣາວພລາຊ່າ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານເປີດພິທີໂດຍ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໂດຍມີຄະນະຜູ້ບໍລິຫານຈາກອົງການ UNDP ປະຈຳ ລາວ , ບັນດາທ່ານ ຄະນະລັດຖະມົນຕີ, ຫົວໜ້າ ແລະ ຄະນະຫ້ອງການ ຈາກບັນດາກະຊວງ ແລະ ອົງການຈັດຕັ້ງທຽບເທົ່າ, ຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາບໍລິ ສັດໂທລະຄົມ, ຄະນະຫ້ອງການ ແລະ ກົມທຽບເທົ່າ ຂອງກະຊວງ ຕສ ແລະ ບໍລິສັດຜູ້ພັດທະນາລະບົບ ບໍລິການພາກລັດປະຕູດຽວ (Gov-X) ເຂົ້າຮ່ວມ 130 ທ່ານ.
ລະບົບບໍລິການພາກລັດປະຕູດຽວ (Gov-X) ເປັນລະບົບທີ່ພັດທະນາຂຶ້ນ ພາຍໃຕ້ໂຄງການສະໜັບສະໜຸນການຫັນເປັນລັດຖະບານດິຈິຕອນ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຂອງ ອົງການ UNDP ເຊິ່ງພາຍໃຕ້ໂຄງການຊ່ວຍເຫຼືອດັ່ງກ່າວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ກໍ່ໄດ້ສຳເລັດການສຳຫຼວດ ແລະ ປະເມີນຄວາມພ້ອມຂອງການຫັນເປັນລັດຖະບານດິຈິຕອນ (DMA – Digital Maturity Assessment) ບັນດາກະຊວງ ແລະ ແຂວງ/ນະຄອນຫຼວງ ທົ່ວປະເທດ ເຮັດໃຫ້ສາມາດຮັບຮູ້ໄດ້ເຖິງຄວາມພ້ອມຂອງ ສປປ ລາວ ໃນການທີ່ຈະຫັນພາກລັດເປັນດິຈິຕອນ ແລະ ປະຈຸບັນ ກຳລັງຮ່າງແຜນແມ່ບົດຫັນເປັນລັດຖະບານດິຈິຕອນ (Digital Government Master Plan) ເພື່ອໃຫ້ຮູ້ໄດ້ເຖິງໜ້າວຽກຈຸດສຸມທີ່ພັກ-ລັດ ຈະຕ້ອງໄດ້ສຸມໃສ່ໃນໄລຍະ 5 ປີຕໍ່ໜ້າ. ພ້ອມນັ້ນ, ໃນໂຄງການຮ່ວມມືດັ່ງກ່າວ, ກະຊວງ ຕສ ໄດ້ຮ່ວມມືກັບ UNDP ໃນການພັດທະນາ ໂຄງການລິເລີ່ມ ບໍລິການພາກລັດປະຕູດຽວ ຫຼື Gov-X ຊຶ່ງໄດ້ເຮັດວຽກຮ່ວມມກັບ UNDP ແລະ ຂະແໜງການກ່ຽວຂ້ອງ ເປັນຕົ້ນ ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນການພັດທະນາ ແລະ ເຊື່ອມໂຍ່ງ ບັນດາບໍລິການພາກລັດ ເຂົ້າກັບລະບົບ Gov-X.
Gov-x ເປັນລະບົບສູນລວມຂໍ້ມູນ ແລະ ການບໍລິການຂອງພາກລັດ ເພື່ອສ້າງເງື່ອນໄຂໃຫ້ ປະຊາຊົນ, ທຸລະກິດ ແລະ ພະນັກງານທີ່ເຮັດການບໍລິການສາທາລະນະ ໃນການເຂົ້າຫາຂໍ້ມູນ ແລະ ການບໍລິການຂອງພາກລັດຜ່ານປະຕູດຽວ ເທິງເຄື່ອງໂທລະສັບມືຖືສະມາດໂຟນ, ໂດຍປະກອບມີລະບົບບໍລິການເບື້ອງຕົ້ນດັ່ງນີ້:
• ລະບົບລົງທະບຽນເລກໝາຍໂທລະສັບດ້ວຍຕົນເອງ (3 ແກຣັບ), ແມ່ນແອັບທີ່ໃຫ້ປະຊາຊົນ ສາມາດລົງທະບຽນເລກໝາຍໂທລະສັບດ້ວຍຕົນເອງໄດ້ຜ່ານລະບົບອອນລາຍ ຕະຫຼອດ 24 ຊົ່ວໂມງ.
• ລະບົບກວດສອບຂໍ້ມູນບັດປະກັນສັງຄົມ (LSSO) ເຊິ່ງຜູ້ນຳໃຊ້ບໍລິການສາມາດເຂົ້າໄປກວດສອບຂໍ້ມູນບັດປະກັນສັງຄົມຂອງຕົນໂດຍການປ້ອນລະຫັດບັດເຂົ້າແລ້ວ ລະບົບຈະສະແດງຂໍ້ມູນພື້ນຖານປະກັນສັງຄົມເຊັ່ນ: ຊື່ໂຮງໝໍ ແລະ ຂໍ້ມູນປະກັນສັງຄົມຂອງຄອບຄົວ.
• ລະບົບຄັງປັນຍາລາວ ເປັນລະບົບສື່ການສອນແບບອອນລາຍ, ຜູ້ໃຊ້ສາມາດເຂົ້າໄປຮຽນວິຊາຕ່າງໆຕັ້ງແຕ່ລະດັບ ປໍ1 ໄປຈົນຮອດ ມໍ7 ແລະ ມີຫຼັກສູດສຳລັບການເພີ່ມທັັກສະໃນການສອນໃຫ້ກັບອາຈານ ໂດຍບໍ່ເສຍຄ່າ.
• ລະບົບລວມສູນແບບຟອມ ແລະ ເອກະສານທາງການ ເພື່ອໃຫ້ປະຊາຊົນ ສາມາດ download ແລ້ວປະກອບເອກະສານຕ່າງໆ ໄດ້ຢ່າງວ່ອງໄວ ໂດຍບໍ່ຈຳເປັນເດີນທາງໄປປ່ອງບໍລິການ.
• ລະບົບຂໍ້ມູນວິສາຫະກິດແຫ່ງຊາດ (NED) ເພື່ອກວດສອບທະບຽນວິສາຫະກິິດຂອງບັນດາບໍລິສັດວິສາຫະກິດ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ວ່າໄດ້ຈົດທະບຽນວິສາຫະກິດແລ້ວຫຼືບໍ່.
• ລະບົບໃບຂັບຂີ່ດິຈິຕອນ (e-Driving License) ເພື່ອລົງທະບຽນໃບຂັບຂີ່ໃຫ້ເປັນຮູບແບບດິຈິຕອນ, ປະຈຸບັນ ແມ່ນກຳລັງດຳເນີນການປະສານສົມທົບກັບກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃນການເຊື່ອມຕໍ່ຂໍ້ມູນກັບລະບົບຖານຂໍ້ມູນໃບຂັບຂີ່.
ລະບົບ Gov-X ຈະເປັນຊ່ອງທາງໃນການໂຄສະນາ, ສົ່ງເສີມ ແລະ ຊຸກຍູ້ໃຫ້ປະຊາຊົນມີການນຳໃຊ້ລະບົບຕ່າງໆທີ່ທາງພາກລັດໄດ້ເປີດໃຫ້ບໍລິການ, ເປັນລະບົບທີ່ຮວບຮວມເອົາບັນດາລະບົບຕ່າງຂອງພາກລັດທີ່ບໍລິການໃຫ້ປະຊາຊົນໄວ້ຢູ່ບ່ອນດຽວ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງບໍລິການຕ່າງໆໄດ້ງ່າຍດ້ວຍແອັບດຽວ ຊຶ່ງສາມາດດາວໂຫຼດໄດ້ທີ່ App Store ແລະ Play Store ແລະ ຍັງມີຫຼາຍການບໍລິການຂອງພາກລັດທີ່ຈະເຊື່ອມໂຍ່ງຕື່ມໃນອານາຄົດ.
May be an image of 8 people and text