ພິທີເປີດການນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ຈັດຂຶ້ນໃນຕອນບ່າຍມື້ນີ້ (3.12.21). ສໍາລັບຢູ່ລາວຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ສ່ວນຝ່າຍຈີນຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ສະຫາຍ ສີ ຈິ້ງຜິງ ເລຂາທິການໃຫຍ່, ປະທານປະເທດຈີນ, ບັນດາການນໍາພັກ-ລັດຂັ້ນສູງຂອງລາວ ແລະ ຈີນ, ທູຕານຸທູດ, ແຂກຮັບເຊີນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງລາວ ແລະ ຈີນ.
ພິທີເລີ່ມຕົ້ນດ້ວຍການຮັບຟັງການລາຍງານກ່ຽວກັບການກະກຽມເປີດການນໍາໃຊ້ທາງລົດໄຟ ລາວ-ຈີນ ຈາກ ທ່ານ ລູ໋ຕົ່ງຝູ, ຫົວໜ້າກຸ່ມບໍລິສັດ ທາງລົດໄຟ ແຫ່ງປະເທດ ຈີນ ແລະ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຕາງໜ້າຄະນະຮັບຜິດຊອບຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຕາມລໍາດັບ. ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ. ທັງສອງທ່ານໄດ້ຍົກໃຫ້ເຫັນໂດຍຫຍໍ້ກ່ຽວກັບຄວາມເປັັນມາ ແລະ ສະພາບການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ເລີ່ມຈັດຕັ້ງປະຕິບັດໃນປີ 2016 ແລະ ປະສົບກັບຄວາມຫຍຸ້ງຍາກຫລາຍສົມຄວນ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ແຕ່ຍ້ອນຄວາມເອົາໃຈໃສ່ຊີ້ນໍາຂອງສອງພັກ-ສອງລັດຖະບານ ລາວ ແລະ ຈີນ ເຮັດໃຫ້ການກໍ່ສ້າງໄດ້ສໍາເລັດຕາມແຜນການທີ່ວາງໄວ້ ເຊີ່ງມີຄວາມຍາວທັງໝົດ 422 ກິໂລແມັດ ແລະ ເປັນສັນຍາລັກປະຫວັດສາດສໍາຄັນຂອງການພົວພັນຮ່ວມມືລະຫວ່າງລາວ-ຈີນ, ຈີນ-ລາວ, ເປັນການເຊື່ອມໂຍງຍຸດທະສາດຂອງລາວໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໄປສູ່ປະເທດເຊື່ອມໂຍງ ແລະ ເຊື່ອມຈອດກັບຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຂອງຈີນໄດ້ເປັນຢ່າງດີ.
ຫລັງຈາກນັ້ນ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ກ່າວປາໄສ ວ່າ: ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ມີຄວາມໝາຍສໍາຄັນທີ່ສຸດທາງປະຫວັດສາດ, ເປັນການໄຂສັກກະຫລາດໃໝ່ແຫ່ງການພັດທະນາພື້ນຖານໂຄງລ່າງຂອງລາວ, ເປັນຄວາມເອກອ້າງທະນົງໃຈ, ທັງເຮັດໃຫ້ຄວາມຝັນ ແລະ ຄວາມຄອງຄອຍຂອງປະຊາຊົນລາວບັນດາເຜົ່າເປັນຈິງ. ນີ້ຖືເປັນຂອງຂັວນອັນລໍ້າຄ່າໃຫ້ແກ່ປະ ຊາຊົນລາວໃນໂອກາດສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ສະແດງຄວາມເຊື່ອໝັ້ນວ່າ ລົດໄຟສາຍປະຫວັດສາດທີ່ເກີດຂຶ້ນຢູ່ລາວໃນຄັ້ງນີ້ ຈະສ້າງເງື່ອນໄຂໃມ່ໃຫ້ແກ່ການພັດທະນາຮອບດ້ານຢູ່ລາວໃຫ້ນັບມື້ດີຂຶ້ນກວ່າເກົ່າ.
ສ່ວນ ທ່ານ ສີ ຈິ້ງຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ກ່າວປາໄສ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມກັບ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເຂົ້າຮ່ວມພິທີເປີດນໍາໃຊ້ລົດໄຟ ຈີນ-ລາວ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງ ສປປ ລາວ ຄົບຮອບ 46 ປີ, ພ້ອມທັງໄດ້ຕາງໜ້າພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນ ສະ ແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ການເປີດນໍາໃຊ້ລົດໄຟຈີນ-ລາວ ແລະ ສະແດງຄວາມນັບຖືຢ່າງສູງມາຍັງບັນດາຜູ້ກໍ່ສ້າງທາງລົດໄຟຈີນ-ລາວທັງສອງປະເທດ. ທ່ານ ສີ ຈິ້ງຜິງ ກ່າວຕື່ມວ່າ: ໃນປີ 2015 ຂ້າ ພະເຈົ້າໄດ້ຮ່ວມກັບການນໍາລາວບັນລຸຂໍ້ຕົກລົງອັນຍິ່ງໃຫຍ່ດ້ານການຮ່ວມມືກໍ່ສ້າງທາງລົດໄຟຈີນ-ລາວ. 5 ປີ ມານີ້ ສອງຝ່າຍໄດ້ຮ່ວມຈິດຮ່ວມໃຈປະສານສົມທົບຢ່າງໃກ້ສິດ ພົບພູສ້າງທາງ, ພົບນໍ້າສ້າງຂົວສໍາເລັດໜ້າທີ່ກໍ່ສ້າງຢ່າງມີຄຸນນະພາບສູງ, ການຮ່ວມມືຕົວຈິງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖີງການຮ່ວມມືທີ່ສ້າງຜົນປະໂຫຍດຮ່ວມກັນຂອງສອງປະເທດ. ພາຍຫລັງລົດໄຟຈີນ-ລາວເປີດນໍາໃຊ້ ແລະ ເຊື່ອມຕໍ່ກັບລົດໄຟຈີນແລ້ວ, ແຕ່ນະຄອນຄຸນໜິງ ຫາ ນະຄອນຫລວງວຽງຈັນ ພູຜາຈະບໍ່ສູງ ແລະ ຫົນທາງຈະບໍ່ຍາວອີກ. ໃນຕໍ່ໜ້ານີ້ ສອງຝ່າຍຕ້ອງໄດ້ພະຍາຍາມສູ້ຊົນຮ່ວມກັນຮັກສາ ແລະ ນໍາໃຊ້ລົດໄຟ, ກໍ່ສ້າງ ແລະ ພັດທະນາແລວທາງລົດໄຟໃຫ້ໄດ້ດີ ເພື່ອສ້າງເສັ້ນທາງລົດໄຟເປັນເສັ້ນທາງເງິນຄໍາ ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນທັງສອງຊາດ. ເສັ້ນທາງລົດໄຟຈີນ-ລາວ ເປັນສັນຍາລັກຂອງການກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ເຊີ່ງໄດ້ສ້າງໂອກາດໃໝ່ໃນການພັດທະນາເສດຖະກິດໂລກ ແລະ ເຮັດໃຫ້ປະເທດທີ່ເຂົ້າຮ່ວມໂຄງການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ປະທານປະເທດຈີນ ຢືນຢັນວ່າ: ໃນຕໍ່ໜ້າ ຈີນ ຍິນດີຮ່ວມກັບປະເທດລາວ ແລະ ປະເທດລຽບຕາມ ໜຶ່ງແລວ ໜຶ່ງເສັ້ນທາງ ພ້ອມກັນເລັ່ງລັດສ້າງສາສາຍພົວພັນຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງໃຫ້ນັບມື້ແໜ້ນແຟ້ນ ແລະ ພ້ອມກັນຊຸກຍູ້ສ້າງສາຄູ່ຮ່ວມສະຕາກໍາຂອງມວນມະນຸດ. ຈີນ ຈະສືບຕໍ່ຊ່ວຍເຫລືອລາວໃນການສ້າງຊັບພະຍາກອນມະນຸດ ເພື່ອສືບທອດມິດຕະພາບສອງປະເທດຈີນ-ລາວ ໃຫ້ນັບມື້ມັ້ນຄົງທະນົງແກ່ນຕະຫລອດໄປ.
ພາຍຫລັງ ທັງສອງປະທານປະເທດ ກ່າວປາໄສສໍາເລັດ. ປະທານປະເທດລາວ ໄດ້ສັ່ງໃຫ້ລົດໄຟອອກເດີນທາງ ແລະ ເຄື່ອນອອກຈາກສະຖານີລົດໄຟນະຄອນຫລວງວຽງຈັນ ໄປຍັງດ່ານສາກົນບໍ່ເຕ່ນ, ສ່ວນປະທານປະເທດຈີນ ໄດ້ສັ່ງໃຫ້ລົດໄຟອອກເດີນທາງ ແລະ ເຄື່ອນອອກຈາກສະຖານີທີ່ຄຸນມິງ ມາຍັງດ່ານສາກົນບໍ່ເຕ່ນ, ແຂວງຫລວງນໍ້າທາ. ສໍາລັບລົດໄຟລາວຖ້ຽວປະຖົມມະລຶກໃນຄັ້ັ້ງນີ້ ນໍາພາໂດຍ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ເຊີ່ງທ່ານ ແລະ ຄະນະໄດ້ນັ່ງລົດໄຟໄປຮອດສະຖານີວັງວຽງໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະ ແລະ ມວນຊົນຊາວຈໍານວນໜຶ່ງ. ໂອກາດນີ້ ທ່ານ ພັນຄໍາ ວິພາວັນ ໄດ້ຢ້ຽມຊົມສະຖານີວັງວຽງທີ່ຕັ້ງຢູ່ບ້ານພູດິນແດງ, ມີເນື້ອທີ່ກໍ່ສ້າງທັງຫມົດ 5 ກິໂລຕາແມັດ, ສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 600 ຄົນ.



