ໂດຍອີງຕາມການຕົກລົງເຫັນດີຂອງ ລັດ ຖະບານ ແຫ່ງ ສປປ ລາວ ແລະ ຮົງກາຣີ ກ່ຽວກັບ ການເຫັນດີເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະ ຈຳ ຮົງກາຣີ ຄືນໃໝ່, ໃນວັນທີ 03 ພະຈິກ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ໄດ້ເປັນກຽດເຂົ້າຮ່ວມພິທີເປີດຄືນສະ ຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ຢ່າງເປັນທາງການ, ໂດຍມີບັນດາທູຕານຸທູດ, ຄະນະກົມ, ຄະ ນະພະແນກ, ພະນັກງານວິຊາການຂອງສອງຝ່າຍ ແລະ ແຂກຖືກເຊີນຈາກພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ກ່າວຄຳເຫັນ ໂດຍຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ລະ ຫວ່າງ ສອງປະເທດ ລາວ-ຮົງກາຣີ, ບົນພື້ນຖານເປັນຄູ່ຮ່ວມມືຍຸດທະສາດນຳກັນ ສືບຕໍ່ຮັກສາໄດ້ສາຍພົວພັນມິດຕະພາບອັນດີ, ຄວາມເຂົ້າອົກເຂົ້າໃຈ ແລະ ການສະໜັບສະຫນູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ການເປີດຄືນສະ ຖານທູດລາວ ປະຈຳ ຮົງກາຣີ ນີ້ໄດ້ສະແດງໃຫ້ເຫັນເຖິງໝາກຜົນຂອງການຮ່ວມມືອັນດີໃນໄລຍະຜ່ານມາ ແລະ ເພື່ອເປັນການສືບຕໍ່ຊຸກຍູ້ໃຫ້ແກ່ການພົວພັນຮ່ວມມື ລະ ຫວ່າງ ລາວ ແລະ ຮົງກາຣີ ໂດຍສະເພາະ ການອຳນວຍຄວາມສະດວກໃຫ້ແກ່ການປະສານງານໃນດ້ານຕ່າງໆ ລວມທັງ ການຊຸກຍູ້ການພົວພັນຮ່ວມມື ດ້ານເສດຖະ ກິດ, ການຄ້າ-ການລົງທຶນ, ການທ່ອງ ທ່ຽວ, ການສຶກສາ, ວັດທະນະທໍາ ແລະ ດ້ານອື່ນໆ ຂະຫຍາຍຕົວສູ່ບາດກ້າວອັນໃຫມ່ໃນອະນາຄົດ. ການເປີດຄຶນສະຖານ ທູດລາວ ປະຈຳ ຮົງກາຣີ ໃນຄັ້ງນີ້ ແມ່ນໄດ້ມີຂຶ້ນໃນທ່າມກາງທີ່ປະຊາຊົນສອງປະເທດ ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາຣີ ຄົບຮອບ 60 ປີ (12 ກັນຍາ 1962 – 12 ກັນຍາ 2022).


ໃນຂະນະດຽວກັນ, ທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະ ເທດ ລາວ ແລະ ຮົງກາຣີ ຕະຫຼອດໄລຍະຜ່ານມາ, ເຊິ່ງການເປີດຄືນສະຖານ ທູດລາວ ທີ່ ນະຄອນຫຼວງ ບູດາແບສ ໃນຄັ້ງນີ້ ເປັນການຢັ້ງຢືນເຖິງຜົນສຳເລັດຂອງການປະຕິບັດວຽກຮ່ວມກັນ ລະຫວ່າງ ພາກ ສ່ວນກ່ຽວຂ້ອງສອງຝ່າຍ ລາວ-ຮົງກາຣີ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ການປະສານງານ ແລະ ການຮັດແໜ້ນການພົວພັນຮ່ວມມືບົນພື້ນຖານຄູ່ຮ່ວມມືຍຸດທະສາດນຳກັນ ເພື່ອສືບຕໍ່ນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນຂອງທັງສອງປະ ເທດ ລາວ-ຮົງກາຣີ ໃນອະນາຄົດ.

ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ