ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເປີດງານບຸນອູຍມານີເຕ ຫລື ງານບຸນມະນູດສະທຳ ( la fete de l’humanite ) ປະຈຳປີ 2022, ຄັ້ງທີ 87 ຈັດຂຶ້ນໃນວັນທີ 9, 10 ແລະ 11 ກັນຍາ, ຢູ່ la Base 217 du Plessis-Pâté, ທີ່ນະຄອນຫລວງປາຮີ, ປະເທດຝຣັງ,ໄດ້ໄຂຂື້ນຢ່າງເປັນທາງການ ໂດຍການກ່າວເປີດງານຂອງທ່ານ Fabien Gay ຝາບຽງ ເກ , ຜູ້ອໍານວຍການໜັງສືພີມ ອູຍມານີເຕ ມີບັນດາທູດແລະຕານຸທູດ, ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ງານບຸນນີ້ ເປັນງານບຸນທີ່ຈັດຂື້ນທຸກປີ ແລະ ເປັນງານທີ່ໄດ້ຮັບຄວາມນິຍົມຫລາຍຂອງຊາວຝຣັງ. ງານບຸນນີ້ ຫລືເອີນເປັນພາສາຝຣັງ ແຝດເຕີເດີລຸຍມານີເຕ The Fête de l’Humanité, ເປັນທີ່ຮູ້ຈັກທົ່ວໄປໃນນາມ ແຝດເຕີເດີລຸຍມາ Fête de l’Huma ເປັນເຫດການທີ່ຈັດຂຶ້ນໃນທຸກໆປີໂດຍຫນັງສືພິມ L’Humanité ອຸຍມານີເຕ , ໃນທ້າຍອາທິດທີສອງຂອງເດືອນກັນຍາ, ເປັນເວລາສາມມື້, ສ້າງໂດຍ Marcel Cachin, ຜູ້ອໍານວຍການຫນັງສືພີມອຸຍມານີເຕ L’Humanité, ຄັ້ງທໍາອິດໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 1930 ທີ່ Bezons. La Fête de l’Humanité ແມ່ນປະເພນີການເຕົ້າໂຮມຂອງນັກເຄື່ອນໄຫວ ແລະຜູ້ສະໜັບສະໜູນຂອງພັກຝ່າຍຊ້າຍໃນປະເທດຝຣັ່ງແຕ່ຍັງມີສະຫະພັນ, ກຳມະບານ,ກຳມະກອນຊາວຜູ້ອອກແຮງງານ ແລະຫຼາຍສະມາຄົມ, ສື່ມວນຊົນ ຫຼືອົງການທີ່ບໍ່ຂື້ນກັບລັດຖະບານ. ບຸນອຸຍມານີເຕນີ້ແມ່ນບຸນການເມືອງແລະວັດທະນະທຳທີ່ລາກຫລາຍ.
ເຊີ່ງໃນງານມີການຂາຍສີ້ນຄ້າແລະອາຫານການກີນ, ສະແດງຄອນເສີດ, ການວາງສະແດງສີນລະປະ, ມີການໂຕ້ວາທີສະແດງຄວາມຄິດເຫັນກ່ຽວກັບເລື່ອງ ແລະກອງປະຊຸມຕ່າງໆ.
ສຳລັບປີນີ້ມີຫລາຍພາກສ່ວນເຂົ້າຮ່ວມຈາກພັກຄອມມຸຍນິດຫລາຍປະເທດ ແລະທາງພາກສ່ວນປະເທດລາວກໍ່ໄດ້ເຂົ້າຮ່ວມ ໂດຍມີ ສະຖານທູດແຫ່ງສປປລາວ ປະຈຳປະເທດຝຣັງ ແລະສະມາຄົມສໍາພັນຄົນລາວທີ່ປະເທດຝຣັງ ກໍໄດ້ນຳເອົາວາລະສານແລະເຄື່ອງຂອງຕ່າງກ່ຽວກັບພັກປະຊາຊົນປະຕິວັດລາວ ມາວາງສະແດງ ແລະເຄືອງທີ່ນຳມາວາງສະແດງນີ້ແມ່ນສະແດງເຖີງການຂະຫຍາຍຕົວຂອງພັກປະຊາຊົນປະຕີວັດລາວ ແລະຂາຍອາຫານ ແລະເຄື່ອງດື່ມເຊີ່ງສະແດງໃຫ້ເຫັນວັດທະນະທຳທາງດ້ານອາຫານທີ່ເປັນ ເອກະລັກຮີດຄອງປະເພນີຂອງຄົນລາວ.
ຂ່າວ;ພາບ: ພຽນທອງ