ໃນຕອນເຊົ້າ ຂອງວັນທີ 08 ກຸມພາ 2021, ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດ ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ ຊຸດທີ V ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຂອງກະຊວງການຕ່າງປະເທດ ແລະຄະນະພົວພັນຕ່າງປະເທດສູນກາງພັກ ຂຶ້ນ ຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC). ຊຸດຝຶກອົບຮົມດັ່ງກ່າວ ຈະໄດ້ດໍາເນີນນັບແຕ່ວັນທີ 08 ກຸມພາ ຈົນເຖິງ 09 ເມສາ 2021, ໂດຍມີຜູ້ເຂົ້າຮ່ວມທັງໝົດຈໍານວນ 50 ສະຫາຍ, ຍິງ 18 ສະຫາຍ.
ໃຫ້ກຽດເປັນປະທານພິທີເປີດໃນຄັ້ງນີ້ ມີທ່ານ ຕິ່ງ ສຸກສັນ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການຕ່າງປະເທດ ແລະ ປະທານຮ່ວມມີທ່ານປອ ນ. ໄກສອນ ຈັນສີນາ, ຄະນະປະຈໍາພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກແລະບັນດາຜູ້ເຂົ້າຮ່ວມຝຶກອົບຮົມຢ່າງພ້ອມພຽງ.
ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດໄດ້ຂຶ້ນລາຍງານກ່ຽວກັບແຜນການຝຶກອົບຮົມ, ຊຶ່ງໄດ້ແຈ້ງໃຫ້ຮູ້ວ່າໃນຕະຫຼອດໄລຍະເວລາຂອງການຝຶກອົບຮົມ 45 ວັນຜູ້ເຂົ້າຝຶກອົບຮົມ ຈະໄດ້ຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະ ການປົກຄອງ, ໄດ້ຄົ້ນຄ້ວາຮ່ຳຮຽນທິດສະດີມາກ-ເລນິນ, ແນວທາງການປ່ຽນແປງໃໝ່ຂອງພັກໃນແຕ່ລະໄລຍະ. ນອກຈາກນັ້ນແລ້ວ ການຝຶກອົບຮົມນີ້ຍັງ ແນ່ໃສ່ເພື່ອໃຫ້ພະນັກງານນຳພາ-ຄຸ້ມຄອງ, ພະນັກງານສືບທອດ ກໍຄືສະມາຊິກພັກພະນັກງານຫຼັກແຫຼ່ງມີວິທີການເຮັດວຽກທີ່ຖືກຕ້ອງ ແລະ ຮູ້ໝູນໃຊ້ບັນດາບົດຮຽນດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນ.
ໃນພິທີດັ່ງກ່າວ, ທ່ານຕິ່ງ ສຸກສັນ, ປະທານພິທີໄດ້ໃຫ້ຄຳໂອ້ລົມແລະທິດຊີ້ນຳໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຝຶກອົບຮົມເທື່ອນີ້ ແມ່ນການຜັນຂະຫຍາຍມະຕິຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 14ແລະ ແຜນພັດທະນາຂອງກະຊວງການຕ່າງປະເທດໄລຍະ 2021-2025 ກໍຄື ການຈັດຕັ້ງປະຕິບັດວຽກງານພາຍໃນຂອງກະຊວງການຕ່າງປະເທດໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າຕາມຄຳຂວັນຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 14 ວາງອອກຄື: ເພີ່ມທະວີປະສິດທິພາບ ການຈັດຕັ້ງປະຕິບັດ ຜົນການເຄື່ອນໄຫວການຕ່າງປະເທດ ໃຫ້ປະກົດຜົນເປັນຮູບປະທຳ. ພ້ອມດຽວກັນນີ້, ກໍເພື່ອສ້າງໃຫ້ບັນດາສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງມີທັດສະນະຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດແລະມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສແລະມີວິທີການເຮັດວຽກທີ່ຖືກຕ້ອງ. ນອກຈາກນັ້ນ, ກໍເພື່ອປະຕິບັດ ແຜນພັດທະນາຊັບພະຍາກອນມະນຸດຂອງກະຊວງການຕ່າງປະເທດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໃນໂອກາດນີ້, ທ່ານປະທານພິທີຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດຮຽນກໍຄື ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານພ້ອມດ້ວຍຄູອາຈານທີ່ມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ໃນການກະກຽມຈັດຊຸດຝຶກອົບຮົມນີ້ຂຶ້ນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ.
ກົມການຂ່າວ, ກະຊວງການຕ່າງປະເທດ