ວັນທີ 8 ພະຈິກ 2022. ທີ່ຫໍປະຊຸມບ້ານ ຜາລຽບ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີເປີດປ້າຍສວນອານຸລັກຊີວະນາໆພັນຢາພື້ນເມືອງ ໂດຍການເປັນກຽດເຂົ້າຮວ່ມຂອງທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດການຢາພື້ນເມືອງລາວກະຊວງສາທາລະນະສຸກ,ມີທ່ານ ບຸນພະລັງ ວິໄລສັກຮອງເຈົ້າເມືອງໆປາກລາຍ, ທ່ານ ລາດສະວົງ ລັດສະໝີ ຮອງຫົວໜ້າພະແນກສາທາ ລະນະສຸກ ມີຫົວໜ້າຮອງຫົວໜ້າຫ້ອງ ການ ມີອົງການປົກຄອງບ້ານອອ້ມຂ້າງ ອົງການປົກຄອງບ້ານຜາລຽບພ້ອມດ້ວຍພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮວ່ມ.
ໃນພິທີທ່ານ ສີສຸພັນ ຈັນສະຫວັດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງໄດ້ລາຍງານການສ້າງສວນສວນອານຸລັກຊີວະນາໆພັນຢາພື້ນເມືອງຢູ່ບ້ານຜາລຽບໃນຄັ້ງນີ້ວ່າ: ສວນດັ່ງກ່າວຕັ້ງຢູ່ບ້ານຜາລຽບເມືອງປາກລາຍຫາງຈາກເທດ ສະບານເມືອງໄປທາງທິດຕາເວັນອອກສຽ່ງເໜືອປະມານ68ກິໄລແມັດ ມີເນື້ອທີ່ 38,15ແຮັກຕາ ຜ່ານການລົງສໍາຫຼວດມາແຕ່ປີ2019ເປັນຕົ້ນມາ ເຊິ່ງເຂດດັ່ງກ່າວເຫັນວ່າມີຄວາມອຸດົມສົມບູນໄປດວ້ຍພູຜາ ມີປ່າໄມ້ໃຫຍ່ທີ່ຂຽວງາມ ມີແມ່ນໍ້າຫວ້ຍທີໄຫຼຕາມຮ່ອມພູຕະຫຼອດປີໂດຍສະເພາະແມ່ນຫວ້ຍເຫຼັກ ແລະ ເປັນເຂດທີອຸດົມສົມບູນໄປດວ້ຍພຶດພັນທີ່ເປັນຢາພືນເມືອງນາໆຊະນິດຫຼາຍກວ່າ 253 ລາຍການ ຈາກນັນກໍ່ໄດ້ມີຄວາມເປັນເອກະພາບກັນກໍານົດເອົາເຂດດັ່ງກາວ ເປັນສວນອານຸລັກຊີວະນາໆພັນຢາພື້ນເມືອງບ້ານຜາລຽບເມືອງປາກລາຍ ພ້ອມທັງສ້າງປ້າຍບອກສວນ,ຂໍ້ຫ້າມ ແລະ ລະບຽບການຕ່າງໆ.
ໃນໂອກາດດັ່ງກ່າວທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດການຢາພື້ນເມືອງລາວກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍຂະແໜງການທີ່ກຽ່ວຂ້ອງທຸກພາກສວ່ນ ທີ່ໄດ້ຊຸກຍູ້ ສົ່ງເສີມ ການສ້າງສວນອານຸລັກດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບ້ານຜາລຽບ ແລະ ບ້ານໃຫຍ່ພັດທະນາເມືອງປາທີ່ຢູ່ໃນເຂດອານຸລັກ ຂະແໜງການທີ່ກຽ່ວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ມີສວ່ນຮ່ວມໃນການອານຸລັກຊັບພະຍາກອນທໍາມະຊາດທີ່ເປັນຢາ ໃຫ້ຢືນຍົງຕະຫຼອດໄປ ການສ້າງສວນອານຸລັກຊີວະນາໆພັນທີ່ເປັນຢາໃນຄັ້ງນີ້ ບໍ່ພຽງແຕ່ເປັນການອານຸລັກ ຊັບພະຍາກອນທີ່ເປັນຢາເທົ່ານັ້ນ ແຕ່ຍັງເປັນການປົກປັກຮັກສາສິງແວດລ້ອມທີ່ດີ ແລະ ສາມາດພັດທະນາຕິດພັນກັບການທ່ອງທຽ່ວທໍາມະຊາດ ແລະ ຍັງເປັນບ່ອນສຶກສາຄົ້ນຄົ້ວຢາພື້ນເມືອງເຂົ້າໃນການປິ່ນປົ່ວຄົນເຈັບໃຫ້ເຊັ່ນລູກເຊັ່ນຫຼານຈາກລຸ້ນສູ່ຫຼຸ້ນໃນອານາຄົດຕື່ມອີກ.
ຂ່າວ: ກ່າ ຄຸດທະວົງສັກ

