ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີ ເປີດວັນສົ່ງເສີມວຽກໂພສະນາການ ຂອງໂຄງການຊົນລະກະເສດ ແລະການຜະລິດເປັນສິນຄ້າຂະຫນາດນ້ອຍ ໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 22 ທັນວາ 2022 ທີ່ໂຮງຮຽນ ມສ. ປ່າໄລ່ ເມືອງປາກລາຍ ແຂວງໄຊຍະບູລີ ໂດຍການເຂົ້າຮວ່ມຂອງທ່ານ ກອງສີ ວົງສີ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງໆປາກລາຍ,ມີທ່ານ ນາງ ບຸນທຽນ ວົງເກສອນ ຮອງຫົວໜ້າກົມຊົນລະປະທານກະຊວງກະສິກໍາ ແລະ ປ່າໄມ້,ທ່ານ ບຸນຫຼາຍ ຄໍາພູມີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມແຂວງ ,ມີຫົວໜ້າຮອງຫົວໜ້າຫ້ອງການທີກຽ່ວຂ້ອງ ນາຍບ້ານ ຄູອາຈານນ້ອງນ້ອຍນັກຮຽນເຂົ້າຮວ່ມ.
ໃນພິທີພາຍຫຼັງທີ່ທ່ານເຈົ້າເມືອງໆປາກລາຍກ່າວເປີດພິທີຢ່າງເປັນທາງການແລ້ວ ຈາກນັ້ນທ່ານ ສຸລິຈັນ ສີປະມວນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກໍໄດ້ການລາຍງານຜົນສໍາເລັດ ການຈັດຕັງປະຕິບັດບັນດາກິດຈະກໍາດ້ານໂພຊະນາການ ວຽກໂພສະນາການຂອງໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ແມ່ນເພື່ອເນໃສ່ເຮັດໃຫ້ ສປປລ ອຸດົມຮັງມີ, ປະຊາຊົນມີສຸຂະພາບແຂງແຮງ, ມີການຄໍ້າປະກັນດ້ານສະບຽງອາຫານ, ມີໂພຊະນາການທີ່ດີ, ຫຼຸດຜ່ອນການຂາດສານອາຫານ ແລະ ຄວາມທຸກຍາກ, ສ້າງສະພາບແວດລ້ອມທີ່ເອຶ້ອອໍານວຍ ໃນການຫຼຸດຜ່ອນການຂາດສານອາຫານໃນທຸກຮູບແບບ ຢູູ່ໃນ ສປປລາວ ເພື່ອຫຼຸດຜ່ອນການຂາດສານອາຫານແມ່ຍິງ ແລະ ເດັກນ້ອຍ, ປັບປຸງໂພຊະນາການ ຂອງປະຊາຊົນບັນ ດາເຜົົ່າໃຫ້ດີຂຶ້ນເພື່ອໃຫ້ມີສຸຂະພາບແຂງ ແຮງ ຊີວິດທີ່ດີ ແລະ ສາມາດປະ ກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາ ທາງດ້ານເສດຖະ ກິດ- ສັງຄົມແຫ່ງຊາດພາຍໃນປີ 2025. ສໍາລັບເມືອງປາກລາຍມີບ້ານເປົ້າໝາຍໂຄງການທັງໝົດ 14 ບ້ານ ມີ 3.878 ຄອບຄົວ ໃນປີ 2021 -2022ໄດ້ສຸມໃສ່ວຽກໂພຊະນາການ 6 ບ້ານ ແລະ 6 ໂຮງຮຽນຄື: ບ້ານປ່າໄລ່ ໂຮງຮຽນ ມສ ປ່າໄລ່,ບ້ານວັງຍາວ ປະຖົມວັງຍາວ,ບ້ານບົວບານ ປະຖົມ ບົວບານ,ບ້ານນາຄານ ປະຖົມນາຄານ,ບ້ານ ນາຕຸງ ມ.ຕົ້ນ ນາຕຸງ ແລະ ບ້ານຫ້ວຍງູ ປະຖົມຫ້ວຍງູ ເຊິ່ງບ້ານ ໂຮງຮຽນ ແລະ ຄອບຄົວທີ່ໄດ້ຮັບໂຄງການແມ່ນໄດ້ຮັບການຝຶກອົບຮົມເຕັກນິການປູກຜັກສວນຄົວ,ການລຽ້ງສັດນ້ອຍໃນຄອບຄົວໂຄ ສະນາດ້ານສຸຂະສຶກສາສຸຂະພາບ ການຈະເລີນພັນຂອງເດັກ ແລະ ໂຄງການປະກອບທຶນຈໍານວນໜຶ່ງ ເພື່ອປະກອບເຂົ້າໃນການປູກພືດແບບປະສົມປະສານກັບການລຽ້ງສັດ ເຮັດໃຫ້ຄອບຄົວມີອາຫານໄວບໍລິໂພກຕະຫຼອດປີ ແລະ ກິນອາຫານທີ່ຫຼາກຫຼາຍໃນແຕ່ລະມື້ ເພື່ອເຮັດໃຫ້ສະມາຊິກພາຍໃນຄອບຄົວມີສຸຂະພາບແຂງແຮງ ຈາກນັ້ນຜູ້ເຂົ້າຮວ່ມກໍໄດ້ຢ່າງຊົມບັນດາກິດຈະກໍາໂພຊະນາການເຊັ່ນ: ການສາທິດປຸງແຕ່ງອາຫານ, ການໂຄສະນາສຸຂະສືກສາ, ຜົນຜະລິດທາງດາ້ນກະສິກຳຂອງກຸ່ມແມ່ຍິງ ແລະ ທຽ່ວຊົມສວນຄົວຂອງໂຮງຮຽນ,ຂອງຄອບຄົວ ຈາກນັ້ນກໍຍັງໄດ້ໄປຕິດຕາມເບິ່ງຈຸດປິດ- ເປີດນໍ້າ ຄອງເໝືອງທີ່ຈະໄດ້ສ້ອມແປງຄືນຂອງຊົນລະປະທານຝາຍນໍ້າຍາງ3 ແລະ ນໍ້າປອນຕຶ່ມອີກ.
ຂ່າວ: ກ່າ ຄຸດທະວົງສັກ
May be an image of 10 people, people standing and outdoors
May be an image of 12 people, people standing and outdoors
May be an image of 7 people and people standing
May be an image of 5 people, people standing, tree and body of water
May be an image of 12 people, child, people sitting and people standing