ໃນວັນທີ 29 ຕຸລາ 2022 ບໍລິສັດ ບໍ່ແຮ່ ປຸຍກາລີ ລາວ-ຈີນ ຈໍາກັດຜູ້ດຽວ, ໄດ້ຈັດ ພິທີເປີດໂຄງການຂຸດຄົ້ນແຮ່ ການາລາຍ ແລະ ການປຸງແຕ່ງເປັນໂປຕາສ໌ຊຽມອໍລາຍສ໌, ພາກຂະຫຍາຍ, ຂຶ້ນຢູ່ບ້ານ ທົ່ງມັ່ງ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່, ທ່ານ ຈ້າວເວີນຢູ ທີ່ປຶກສາເສດຖະກິດການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍ ແຂກທັງຝ່າຍລາວ ແລະ ສປ ຈີນ ເຂົ້າຮ່ວມ.
ໃນພິທີ ທ່ານ ຫຼີຢູນເວິນ ປະທານ ບໍລິສັດພັດທະນາ ລົງທຶນບໍ່ແຮ່ລາວ-ຈີນຢຸນນານ ຈໍາກັດໄດ້ມີຄວາມເຫັນວ່າ: ບໍລິສັດ ປຸຍກາລີ ລາວ-ຈີນ ແມ່ນບໍລິສັດລູກ ຂອງບໍລິສັດພັດທະນາລົງທຶນບໍ່ແຮ່ລາວ-ຈີນຢຸນນານ ຈໍາກັດ ຂອງກຸ່ມບໍລິສັດຢຸນທຽນຮວາ, ເຊິ່ງມີໜ້າທີ່ຮັບຜິດຊອບໃນການພັດທະນາກໍ່ສ້າງໂຄງການປຸຍກາລີຢູ່ລາວ,ແລະດຳເນີນກິດ ຈະການ ການຜະລິດ.ປຸຍກາລີ ລາວ-ຈີນໄດ້ເຮັດການຄົ້ນຄ້ວາທົດລອງວິທີການປຸງແຕ່ງ KCl ຈາກແຮ່ເກືອໂປຕາສ, ພັດທະ ນາເຕັກນິກການທົດລອງແບບຈີນ ແລະ ໂຄງການແບບຈຳລອງການນຳໃຊ້ເຕັກນິກອັນທັນສະໄໝໃນການຂຸດຄົ້ນປຸງແຕ່ງແຮ່ເກືອໂປຕາສ ຫົົກແສນຫ້າໝື່ນໂຕນຕໍ່ປີຫຼື KCl ຫ້າໝື່ນໂຕນຕໍ່ປີ ທີ່ມີຄຸນນະພາບສູງ ໄດ້ເປັນອັນສໍາເລັດແລ້ວ. ຜ່ານ ຄົ້ນຄ້ວາມາຫຼາຍປີ, ແມ່ນສາມາດເກັບກຳຂໍ້ມູນທີ່ເປັນບ່ອນອີງທາງດ້ານເຕັກນິກແລະພື້ນຖານການປຸງ ແຕ່ງແລະຂຸດຄົ້ນ, ແລະເປັນບ່ອນອີງທີ່ສະໜອງຂໍ້ມູນຈາກປະສົບການແລະເຕັກນິກໃຫ້ແກ່ການຂຸດຄົ້ນພັດທະນາແລະນຳໃຊ້ແຮ່ເກືອໂປຕາສແບບຂະໜາດໃຫຍ່.
ໂຄງການຂຸດຄົ້ນແຮ່ທີ່ມີສຳນັກງານ ຢູ່ບ້ານ ທົ່ງມັ່ງ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ, ມີຄວາມສາມາດຂຸດຄົ້ນ ການາລາຍ ໄດ້ 4 ລ້ານໂຕນຕໍ່ປີ ແລະ ປຸງແຕ່ງເປັນໂປຕາສຊຽມຄລໍໄຣ ໄດ້ 5 ແສນໂຕນຕໍ່ປີ, ແມ່ນໄດ້ຮັບ ການສະໜັບສະໜູນຢ່າງແຂງແຮງຂອງລັດຖະບານລາວແລະລັດຖະບານຈີນ, ສຳຫຼັບການຂຸດຄົ້ນເກືອໂປຕາສໃນຈີນ ແລະ ລາວ, ບໍລິສັດ ບໍ່ແຮ່ ປຸຍກາລີ ລາວ-ຈີນ ຈໍາກັດຜູ້ດຽວ ຈະສືບຕໍ່ຢຶດຫມັ້ນແນວຄວາມຄິດຂອງ ການ ສ້າງຕັ້ງວິສາຫະກິດສີຂຽວ, ເສີມສ້າງວິສາຫະກິດດ້ວຍນະວັດຕະກຳໃຫມ່, ພັດທະນາວິສາຫະກິດໂດຍການແບ່ງປັນ.
ໂອກາດເຂົ້າຮ່ວມເປີດໂຄງການ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ມີຄວາມເຫັນວ່າ: ໂຄງການຂຸດຄົ້ນ ແຮ່ ການາລາຍ ແລະ ປຸງແຕ່ງເປັນໂປຕາສຊຽມຄລໍໄຣ ໃນ ສປປ ລາວ ໄດ້ມີການສຶກສາສຳຫຼວດ ມາດົນສົມຄວນແລ້ວ ແລະຖຶກກຳນົດໄວ້ໃນແຜນຍຸດທະສາດ ການພັດທະນາວຽກງານປຸງແຕ່ງບໍ່ແຮ່ແຕ່ນີ້ ຮອດປີ 2025. ເຊິ່ງເປັນໂຄງການທີ່ນຳໃຊ້ເຕັກນິກທີ່່ທັນສະໄໝ, ນຳໃຊ້ທຶນກໍ່ສ້າງສູງ, ມີລັກສະນະຄົບວົງຈອນ ແລະເປັນມິດກັບສິ່ງແວດລ້ອມ ແລະຈະເປັນເງື່ອນໄຂ ແລະສ່ວນປະກອບທີ່ສຳຄັນເຂົ້າໃນການພັດທະນາອຸດສະຫະກຳແຮ່ທາດ ກໍ່ຄືການພັດທະນາເສດຖະກິດສັງຄົມຂອງປະເທດຊາດໃນສະເພາະໜ້າແລະຍາວນານ.
ທ່ານ ຈ້າວເວີນຢູ ທີ່ປຶກສາເສດຖະກິດການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ກະໄດ້ໃຫ້ກຽດຂຶ້ນມີຄວາມເຫັນຕໍ່ພິທີ ທ່ານ ກ່າວວ່າ: ການຮ່ວມມື ທາງດ້ານການຂຸດຄົ້ນບໍ່ແຮ່ລະຫວ່າງສອງປະເທດຈີນ-ລາວ ໄດ້ຮັບການພັດທະນາຢ່າງວ່ອງໄວ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຟື້ນຟູເສດຖະກິດຂອງລາວ, ໂດຍສະເພາະການຮ່ວມມືທາງດ້ານບໍ່ແຮ່ ການາລາຍ ແລະ ປຸງແຕ່ງເປັນໂປຕາສຊຽມຄລໍໄຣ ໄດ້ສະແດງໃຫ້ເຫັນການຮ່ວມມືຂອງສອງປະເທດ, ການຮ່ວມມື ທາງດ້ານບໍ່ແຮ່ ການາລາຍ ແລະ ປຸງແຕ່ງເປັນໂປຕາສຊຽມຄລໍໄຣ, ໄດ້ຜ່ານຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ ແຕ່ໄດ້ຮັບການປັບປຸງ ທາງດ້ານເຕັກນິກໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ໃນທີ່ສຸດກໍ່ປະສົບຜົນສຳເລັດ, ໂດຍສະເພາະ ດ້ານເຕັກນິກຮັກສາສິ່ງແວດລ້ອມ ແລະດ້ານເຕັກນິກອື່ນຯຕື່ມອີກ, ຈົນກາຍເປັນຕົວແບບທີ່ດີ ແຫ່ງການຮ່ວມມື ແບບເປັນມິດກັບສິ່ງແວດລ້ອມ.







