ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 13 ກັນຍາ 2023, ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດໂຄງ ການ ແລະ ກອງປະຊຸມປຶກສາຫາລືພາຍໃນ ເພື່ອກະກຽມຈັດຕັ້ງປະຕິບັດໂຄງການ ໃນຫົວຂໍ້: ການຟື້ນຟູເສດຖະ ກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ (Conference of Post-COVID 19 economic recoveries through bio-circular-green (BCG) economic growth model of Mekong-Lancang Cooperation and Build Green Belt and Road) ທີ່ ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ໂດຍມີຜູ້ເຂົ້າຮ່ວມຈາກບັນດາສະຖານເອກອັກຄະລັດຖະທູດປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳ ສປປ ລາວ (ກໍາປູເຈຍ, ສປ ຈີນ, ມຽນມາ, ໄທ ແລະ ຫວຽດນາມ) ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມລວມທັງໝົດ ຈຳນວນ 80 ທ່ານ. ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ, ປະສົບການດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ເພື່ອວາງແຜນທິດທາງໃນຕໍ່ໜ້າ ກ່ຽວກັບການຟື້ນຟູເສດຖະກິດໃນຮູບແບບການໝູນວຽນເສດຖະກິດສີຂຽວພາຍຫຼັງໂຄວິດ-19 ແລະ ຜົນກະທົບຂອງການຖົດຖອຍເສດຖະກິດໂລກ. ພ້ອມທັງ, ສ້າງຄວາມເຂົ້າໃຈ ກ່ຽວກັບນະໂຍບາຍການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໂດຍສະເພາະການເຊື່ອມໂຍງ-ເຊື່ອມຈອດ, ການຄ້າ ແລະ ການລົງທຶນ ພາຍໃຕ້ຮູບແບບການໝູນວຽນເສດຖະກິດສີຂຽວ; ເພື່ອຮ່ວມກັນບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງ ອົງການສະຫະປະຊາຊາດ (Sustainable Development Goals – SDGs).
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລືແບບກົງໄປກົງມາ ແລະ ມີເນື້ອໃນຄົບຖ້ວນສົມບູນ ໂດຍເນັ້ນໃສ່ການຟື້ນຟູເສດຖະກິດພາຍໃຕ້ຮູບແບບການໝູນວຽນເສດຖະກິດສີຂຽວ (Bio-Circular-Green – BCG) ແລະ ຍັງໄດ້ຊອກຫາຊ່ອງທາງທີ່ເປັນກາລະໂອກາດໃນການຟື້ນຟູເສດຖະກິດ ເຊັ່ນ: ການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດ ພາກພື້ນ ແລະ ສາກົນ, ກາລະໂອກາດ ແລະ ສິ່ງທ້າທາຍ ຕາມທິດທາງຮູບແບບການໝູນວຽນເສດຖະກິດສີຂຽວ, ການຈັດຕັ້ງປະຕິບັດນະໂຍບາຍພະລັງງານສະອາດ ແລະ ຜົນປະໂຫຍດຂອງການນຳໃຊ້ພະລັງງານດັ່ງກ່າວ, ນະໂຍບາຍ ແລະ ມາດຕະການດ້ານສິ່ງແວດລ້ອມຕໍ່ກັບການດຳເນີນທຸລະກິດ ແລະ ການສົ່ງເສີມທາງການຄ້າຕາມທິດທາງການພັດທະນາແບບຍືນຍົງ ເພື່ອສົ່ງເສີມນະໂຍບາຍການຫັນເປັນກະສິກຳສະອາດ ແລະ ທັນສະໄໝ ພ້ອມທັງສົ່ງເສີມການທ່ອງທ່ຽວ ສປປ ລາວ ໃນຮູບແບບການອະນຸລັກທຳມະຊາດ ເພື່ອໃຫ້ການນຳໃຊ້ຮູບແບບເສດຖະກິດໝູນວຽນສີຂຽວ ກາຍເປັນໜຶ່ງໃນກຳລັງແຮງໃນການສົ່ງເສີມເສດຖະກິດໃຫ້ມີການພັດທະນາຢ່າງເປັນບາດກ້າວໃນອະນາຄົດ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ