ໃນຕອນເຊົ້າຂອງ ວັນທີ 22 ພະຈິກ 2021, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນລາວ-ອົດສະຕຣາລີ (Laos-Australia Institute) ໄດ້ຈັດພິທີເປີດຝຶກອົບຮົມໃນຫົວຂໍ້ “ ການຂຽນບົດຄົ້ນຄວ້າ (Research Methodology) ” ຢູ່ສະຖາບັນການຕ່າງປະເທດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ Matthew Banks, ເລຂານຸການເອກຂອງສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ, ຊຶ່ງມີຜູ້ຕາງໜ້າຈາກສະຖານທູດອົດສະຕາລີ, ສະຖາບັນລາວ-ອົດສະຕຣາລີ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ ຈຳນວນ 20 ທ່ານ, ຍິງ 11 ທ່ານ ທີ່ມາຈາກບັນດາກົມຕ່າງໆພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ. ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດຳເນີນໄປແຕ່ວັນທີ 22-26 ພະຈິກ 2021, ເຊິ່ງໄດ້ຮັບການສະໜັບສະໜູນຈາກສະຖາບັນລາວ-ອົດສະຕຣາລີ (LAI) ໂດຍມີຈຸດປະສົງເຮັດໃຫ້ຜູ້ເຂົ້າຝຶກອົບຮົມ ສາມາດພັດ ທະນາທັກສະການຂຽນບົດຄົ້ນຄວ້າ ເປັນພາສາອັງກິດ ໃຫ້ມີລັກສະນະວິຊາການ (Academic Writing) ແລະ ໄດ້ມາດຕະຖານສາກົນ. ນອກຈາກນັ້ນ, ຍັງເປັນໂອກາດອັນດີໃນການຮຽນຮູ້ວິທີການຊອກຫາແຫຼ່ງຂໍ້ມູນ ເພື່ອປະກອບໃສ່ບົດຄົ້ນຄວ້າ ແລະ ຂຽນບົດລາຍງານອື່ນໆອີກດ້ວຍ.
ຕະຫຼອດໄລຍະເວລາ 5 ວັນ, ຊຸດຝຶກອົບຮົມໄດ້ຮັບຟັງການນໍາສະເໜີບົດຈາກວິທະຍາກອນຕ່າງປະເທດ ທີ່ມາຈາກວິທະຍາໄລວຽງຈັນ (Vientiane College) 2 ທ່ານ ແລະ ທ່ານທູດອາວຸໂສ 2 ທ່ານ ທີ່ມາຈາກສະໂມສອນນັກການທູດລາວ ຂອງກະຊວງການຕ່າງປະເທດ ເຊິ່ງເປັນຜູ້ທີ່ມີປະສົບການໃນການເຮັດວຽກ ແລະ ຄົ້ນຄວ້າສູງ. ຊຶ່ງວິທີການຝຶກອົບຮົມແມ່ນຈະໄດ້ລົງເລິກຮຽນຮູ້ອົງປະກອບຕ່າງໆຂອງການຂຽນບົດຄົ້ນຄ້ວາ, ການວິເຄາະວິໄຈຂໍ້ມູນ ແລະ ການໃຫ້ທັດສະນະພ້ອມທັງຕີລາຄາບັນຫາທ່າອ່ຽງ ແລະ ທ່າຂະຫຍາຍຂອງເຫດການທີ່ເກີດຂຶ້ນນັ້ນ.
ໃນພິທີດັ່ງກ່າວ, ທ່ານ ທູດ ໄມ ໄຊຍະວົງສ໌, ປະທານພິທີ ໄດ້ສະແດງຄວາມຊົມເຊີຍ ແລະ ໃຫ້ທິດຊີ້ນໍາແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ເພີ່ມຄວາມເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ ພ້ອມທັງປະ ຕິບັດລະບຽບວິໄນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ນໍາເອົາບົດຮຽນທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນ ເພື່ອເປັນພື້ນຖານໃນການສືບຕໍ່ຄົ້ນຄວ້າຮ່ຳຮຽນໃນຂັ້ນຕໍ່ໄປ ແລະ ເປັນເສນາທິການທີ່ມີຄຸນນະພາບໃຫ້ແກ່ການນຳໃນການວາງແນວທາງນະໂຍບາຍຂອງພັກ-ລັດ ຕໍ່ບັນຫາທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ໃຫ້ມີປະສິດທິຜົນສູງຂຶ້ນ.
