ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 13 ພຶດສະພາ 2022, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດ “ໂຄງການປັບປຸງຫ້ອງສະໝຸດສະຖາບັນການຕ່າງປະເທດ ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ”, ໃນມູນຄ່າ 142,642,000 ກີບ ໂດຍມີແຂກເຂົ້າຮ່ວມຈາກ ຫ້ອງການກະຊວງ, ກົມອາຊີ-ປາຊີຟິກ ແລະ ອາຟິກກາ, ກົມການຂ່າວ, ຄະນະສະຖາບັນ, ຄະນະພະແນກ ກໍຄື ພະນັກງານສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ທັງໝົດປະມານ 30 ທ່ານ.
ຈຸດປະສົງຂອງການຈັດພິທີເປີດ ໂຄງການປັບປຸງຫ້ອງສະໝຸດສະຖາບັນການຕ່າງປະເທດ ໃນຄັ້ງນີ້ແມ່ນ ເພື່ອເປີດນໍາໃຊ້ຫ້ອງສະໝຸດຄືນໃໝ່ຢ່າງເປັນທາງການພາຍຫຼັງທີ່ໄດ້ປິດມາໄລຍະໜຶ່ງເພື່ອມີການປັບປຸງຈັດລຽງ,ຊັບຊ້ອນຈັດຊື້ປຶ້ມປະເພດຕ່າງໆ ແລະ ອຸປະກອນ ເຂົ້າໃສ່ເປັນທີ່ຮຽບຮ້ອຍເປັນສ່ວນໃຫຍ່ ເຊິ່ງເປົ້າໝາຍຂອງໂຄງການປັບປຸງຫ້ອງສະໝຸດນີ້ ແມ່ນເພື່ອເປັນສູນລວມແຫ່ງການຮຽນຮູ້ໃນການຊອກຫາຂໍ້ມູນຂ່າວສານຕ່າງໆທາງດ້ານພາສາຕ່າງປະເທດ ແລະ ວັດທະນະທໍາທີ່ຍາວນານຂອງ ສປ ຈີນ. ພ້ອມກັນນີ້, ກໍເພື່ອເປັນການ ສະແດງໃຫ້ເຫັນຜົນງານການພົວພັນຮ່ວມມື ລາວ-ຈີນ, ຈີນ-ລາວ ດ້ວຍການສຶກສາຄົ້ນຄວ້າຜ່ານຈາກການອ່ານປຶ້ມຕ່າງໆ ທີ່ປະ ກອບໃນຫ້ອງສະໝຸດແຫ່ງນີ້ ເຊັ່ນ: ປຶ້ມປະຫວັດສາດການພົວພັນການທູດ, ປຶ້ມຜູ້ນໍາຂອງທັງສອງປະເທດ, ປຶ້ມແບບຮຽນພາສາ ແລະ ວັດທະນະທໍາຕ່າງໆຂອງ ສປ ຈີນໃນແຕ່ລະຍຸກສະໄໝ ແລະ ປຶ້ມອື່ນໆລວມທັງພາສາອັງກິດ.
ໃນພິທີ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຂຶ້ນລາຍງານຜົນສໍາເລັດຂອງໂຄງການປັບປຸງຫ້ອງສະໝຸດສະຖາບັນການຕ່າງປະເທດ, ຊຶ່ງໄດ້ຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມເອົາໃຈໃສ່, ມີນໍ້າໃຈມິດໄມຕີຕໍ່ກັນຂອງສອງປະເທດ ທີ່ໄດ້ສ້າງເປັນຜົນງານຈາລຶກ ເພື່ອຕອບສະໜອງໃຫ້ແກ່ນັກຄົ້ນຄວ້າ, ນັກສຶກສາ ຕະຫຼອດເຖິງບັນດາພະນັກງານລັດຖະກອນໃນຂະແໜງການທີ່ກ່ຽວຂ້ອງໄດ້ໝູນໃຊ້ຂໍ້ມູນຈາກຫ້ອງສະໝຸດນີ້ ເຂົ້າໃນວຽກງານຂອງຕົນ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ