ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 13 ເມສາ 2023 ນີ້, ຢູ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ໄດ້ຈັດພິທີແຫ່ຊ້າງຮຽງເກີຍ ເຊິ່ງເປັນພິທີກໍາ ຄອບລາ ຫລື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫລື ສັງກາດປີໃໝ່ ຕາມຄວາມເຊື່ອຖືມາແຕ່ບູຮານນະການ ໃນພິທີແຫ່ຊ້າງຮຽງເກີຍນີ້ ຖືວ່າເປັນພິທີສ່ຽງ-ທວາຍ ໃນປີນັ້ນວ່າ ເປັນປີທີ່ດິນຟ້າອາກາດສະ ພາບການບ້ານເມືອງ ຈະອຳນວຍຄວາມສະ ດວກ ຫລື ຫຍຸ້ງຍາກຫຍັງແດ່, ຈະເກີດ ຂຶ້ນ ກັບບ້ານເມືອງ ແລະ ບັນດາພົນລະ ເມືອງ ເພື່ອຈະອາໄສ ດິນຟ້າອາກາດໃນການ ເຮັດກະສິກຳ ເພື່ອຈະກະກຽມຮັບມືກັບເຫດການທີ່ຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ).

ຄວາມໝາຍຄຳວ່າຊ້າງຮຽງເກີຍ ສະໄໝກ່ອນແມ່ນການແອບຊ້າງກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍນັ້ນວ່າ: ສັງກາດ ສັງຂານໃໝ່ ເຈົ້າຜູ້ໃຫຍ່ ຖ້າຍປີ ຖ້າຍເດືອນ ເຈົ້າມຶງ ໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່ ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍໜ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ, ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ.


ທ່ານ ຫຸມພັນ ປະທານແນວລາວສ້າງຊາດ ບ້ານຊຽງທອງ-ຄີລີ ໄດ້ໃຫ້ສຳພາດວ່າ: ພິທີແຫ່ຊ້າງຮຽງເກີຍ ເປັນປະເພນີທີ່ປະຊາຊົນລາວ ໄດ້ສືບທອດກັນມາຫລາຍເຊັ່ນຄົນ ເພາະປະເທດລາວເຄີຍເປັນອາ ນາຈັກລາວລ້ານຊ້າງມາກ່ອນ ແລະ ໄດ້ນຳໃຊ້ຊ້າງເຂົ້າໃນການສູ້ຮົບ ປ້ອງກັນການຮຸກຮານຂອງສັດຕູ ຈຶ່ງມີພິທີການບອກສອນຊ້າງ ໃຫ້ຮູ້ຈັກເຊື່ອຟັງເຈົ້າຂອງ.

ສຳລັບພິທີຊ້າງຮຽງເກີຍ ຈະມີພຶດພັນທັນ ຍາຫານຫລາຍຢ່າງ ໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ, ກ້ວຍ, ອ້ອຍ, ຖົ່ວ, ງາ, ເຫລົ້າ, ເຂົ້າຕົ້ມ, ເຂົ້າໝົມ, ເຂົ້າໂຄບ, ເຂົ້າຂຽບ ແລະອື່ນໆຕາມຄວາມເຊື່ອ ຖ້າປີໃດຊ້າງກິນຫຍ້າ, ກິນກ້ວຍ, ກິນອ້ອຍ ກໍຈະພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ກໍຈະສະຫງົບສຸກ, ຮົ່ມເຢັນ, ນ້ຳຟ້ານ້ຳຝົນກໍຈະອຸດົມສົມບູນ, ຖ້າປີນັ້ນຊ້າງກິນເຫລົ້າ ກໍຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ. ສະເພາະປີນີ້ ໄດ້ມີຂະບວນແຫ່ເລີ່ມຈາກໜ້າຫ້ອງວ່າການແຂວງ ແລ້ວນຳຊ້າງມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ພ້ອມທັງຈັດພິທີສູ່ຂັວນຊ້າງ ແລະ ແຫ່ຂະບວນໄປສືບຕໍ່ທຳພິທີ ຢູ່ລານເກີຍຊ້າງວັດຊຽງທອງ ຕື່ມອີກ ໂດຍມີມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມຢ່າງຫລວງ ຫລາຍ.