ພິທີແຫ່ນາກຈາກພະທາດຈອມສີປີນີ້ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວເປັນຢ່າງດີ.

ກິດຈະກຳການແຫ່ນາກ ຈາກພະທາດຈອມສີລົງສູ່ໜອງເທີເກດ ບໍລິເວນຫໍພິພິທະພັນແຫ່ງຊາດ ຫຼື ພະລາດສະວັງເກົ່າ ຂອງອານາຈັກລາວລ້ານຊ້າງ ແມ່ນໄດ້ຈັດຂື້ນເປັນປະຈຳທຸກປີ ໂດຍມີການສະແດງ ຂອງນັກສະແດງຈາກໂຮງລະຄອນພະລັກພະລາມ ຢູ່ໜ້າຫໍພະບາງ ເພື່ອເປັນການເຜີຍແຜ່ວັດທະນະທຳອັນດີງາມ ທັງເປັນການປະຕິບັດຕາມພິທີກຳທາງສາສະໜາ ກ່ອນທີ່ຈະມີການອັງເຊີນອົງພະບາງລົງຫົດສົງຢູ່ວັດໃໝ່ ສຸວັນນະພູມມາລາມ. ການແຫ່ນາກຈາກພະທາດຈອມສີ ລົງສູ່ໜອງເທີງເກດ ໃນບໍລິເວນຫໍພິພິດທະພັນແຫ່ງຊາດ ຫຼື ພະລາດສະວັງເກົ່ານັ້ນ ແມ່ນມີຄວາມເປັນມາຕາມການເລົ່າຂານກັນມາວ່າ: ແມ່ນມູນເຫດຈາກທ້າວໃຈຈຳນົງຮັກສາພະບາດ ສີສັກຕະນາກເຈົ້າຢູ່ເຝົ້າຈອມສີ ກົງທະນາບໍດີເປັນເຄົ້າ, ໝາຍເຖີງວ່າຕົນນີ້ໃຫຍ່ກວ່າເພີ່ນ ດັ່ງນັ້ນ ໃນມື້ສັງຂານຂື້ນຈະຕ້ອງໄດ້ແຫ່ຈາກພະທາດຈອງສີລົງມາສູ່ໜອງເທີງເກດ, ອີກດ້ານໜື່ງ ແມ່ນການສືບສານປະເພນີ ແລະພິທີກຳ ທີ່ຄະນະໜ່ວຍຝື້ນຝູ ຂອງໂຮງລະຄອນພະລັກພະລາມ ໄດ້ຈັດຂື້ນ ກ່ອນມື້ອັງເຊີນອົງພະບາງລົງຫົດສົງຢູ່ວັດໃໝ່ສຸວັນນະພູມມາລາມ ນອກຈາກ ການແຫ່ນາກຈາກພະທາດຈອມສີລົງສູ່ໜອງເທີງເກດແລ້ວ ແມ່ນໄດ້ຈັດໃຫ້ມີການສະແດງສີນລະປະວັນນະຄະດີ ເຊີ່ງສີ່ງທີ່ຂາດບໍ່ໄດ້ຄືການຟ້ອນລຳໂຄມເພື່ອສະຫຼອງນາກ, ຟ້ອນອວຍພອນ ແລະໃນປີນີ້ ແມ່ນໄດ້ຈັດການສະແດງລະຄອນພະລັກ-ພະລາມບາງຕອນ ຈາກນັ້ນ ແມ່ນການຟ້ອນຍັກ, ຟ້ອນລີງ ແລະຟ້ອນນາງແກ້ວ. ແຕ່ລະບົດຟ້ອນ ແມ່ນມີປະຫັວດຄວາມເປັນມານັບແຕ່ສັດຕະວັດທີ່ 14 ສະໄໝພະເຈົ້າຟ້າງຸ່ມມະຫາລາດ ເຕົ້າໂຮມອານາຈັກລາວລ້ານຊ້າງ, ເຊີ່ງໄດ້ຮັບການຟື້ນຟູຄືນໃໝ່ ໂດຍຄະນະຮັບຜິດຊອບການຟືນຟູ ຂອງໂຮງລະຄອນພະລັກ-ພະລາມ ແລະໃນປັດຈຸບັນ ແມ່ນຍັງຄົງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍໄດ້ເປັນຢ່າງດີ.

ນອກຈາກ ການສະແດງຢູ່ໜ້າຫໍພະບາງແລ້ວ ໂຮງລະຄອນພະລັກພະລາມ ຈະໄດ້ຈັດການສະແດງຢູ່ວັດໃໝ່ສຸວັນນະພູມມາລາມ ເປັນເວລາ 3 ຄໍ່ຄືນ ນັບແຕ່ວັນທີ່ 17 – 20 ເມສານີ້. ເຂົ້າຮ່ວມຊົມການແຫ່ນາກຈາກພະທາດຈອມສີ ລົງສູ່ໜອງເທີງເກດ ແລະ ການສະແດງສີລະປະ ທີ່ໜ້າຫໍພະບາງໃນປີນີ້ ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍການນຳຂອງແຂວງ, ມວນຊົນ, ແຂກທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ຂ່າວ;ພາບ: ອາພຸດເດດ ບຸບຜາ