ພິທີການນໍາສະເໜີແອັບ ບຸກແນ່ (Booknea) ແລະ ການຮ່ວມມືລະຫວ່າງ ບໍລິສັດ ບຸກແນ່ ອິນສ໌ຈໍາກັດ ກັບ ກະຊວງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຂຶ້ນຢ່າງເປັນທາງການ, ໃນວັນ ທີ26 ກັນຍາ 2022 ທີ່ໂຮງແຮມ ລາວພາຊາ ນະ ຄອນຫລວງວຽງຈັນ,ໂດຍການໃຫ້ກຽດເຂົ້າ ຮ່ວມ ຂອງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ , ທ່ານນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸລະກິດທ່ອງທ່ຽວ ພ້ອມດ້ວຍບັນດາ ຫົວໜ້າກົມ, ຮອງກົມ, ແຂກ ພ້ອມ ສ່ືມວນຊົນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງ ທຸລະກິດການທ່ອງທ່ຽວ ໄດ້ມີຄຳເຫັນວ່າ: ຂໍຊົມເຊີຍໃນຄວາມຕັ້ງໃຈ, ເຊິ່ງແນວທາງ ແລະ ແຜນ ການຂອງທາງບໍລິສັດແມ່ນໄປໃນທາງທີ່ຊັດເຈນ, ມີເປົ້າໝາຍໃນການ ພັດທະນາຂະແໜງການທ່ອງທ່ຽວໃນຍຸກປະຈຸບັນ,ຖ້າມີການຮ່ວມມືກັນລະຫວ່າງພາກລັດແລະເອກະຊົນນີ້ຈະຊ່ວຍກະຈາຍ, ໂຄສະນາ ເຜີຍແຜ່ ຂໍ້ມູນຂ່າວສານທາງດ້ານການທ່ອງ ທ່ຽວ ສົ່ງເສີມການທ່ອງທ່ຽວຂອງເຮົາໃຫ້ ພັດທະນາດີຍິ່ງໆຂຶ້ນໃນຍຸກດີຈີຕອນ, ບຸກຂະລາກອນໂຮງແຮມ, ທີ່ພັກ ຖືເປັນການຮ່ວມມືທີ່ດີໃນການສົ່ງເສີມຂະແໜງການທ່ອງທ່ ຽວ ກໍຄືການພັດທະນາເສດຖະກິດສັງຄົມ ແລະ ໃນຕໍ່ໜ້າເຮົາຈະມີການຮ່ວມ ມືກັນ ແນວໃດ, ມີນະໂຍບາຍຫຍັງແມ່ນຈະຕ້ອງໄດ້ ມີການປະສານງານກັນຢູ່ ສະເໝີໃຫ້ ໄປຕາມແຜນ, ຕາມລະບົບ ແລະ ຖືກ ຕ້ອງ. ເພາະການທ່ອງທ່ຽວແມ່ນມີຫຼາຍຢ່າງ ຫຼາຍຂະແໜງການທີ່ປິ່ນອ້ອມ ບໍ່ວ່າຈະເປັນວັດທະນະທໍາອາຫານການກິນ, ຜະລິດຕະພັນຂອງຄົນລາວ ເຊື່ອແນ່ນອນວ່າເຮົາຈະໄດ້ ຫຼາຍໆກວ່າການແນະນໍາໃນການກະຈາຍເຜີຍແຜ່ ທ່ີຫຼາຍກວ່າການທ່ອງທ່ຽວໃນຕໍ່ໜ້າ.
ທ່ານ ສົມຫວັງ ສຸກສະຫວັດ ຜູ້ອໍານວຍການ ບໍລິຫານ ບໍລິສັດ ບຸກແນ່ ອິນ ຈໍາກັດ ໄດ້ຂຶ້ນກ່າວລາຍງານ ວ່າ: ປັດຈຸບັນມີ 5 ຜະລິດຕະພັນ ບໍ່ວ່າຈະເປັນ ບໍລິການຈອງ ທີ່ພັກໂຮງແຮມ, ບໍລິການຈອງປີ້ລົດໄຟ, ບໍລິການຈອງປີ້ລົດເມ, ການຈອງປີ້ຄອນເສີດ ຫລືກິດຈະກໍາຕ່າງໆ ແລະ ການຈອງປີ້ເຮືອບິນພາຍໃນ. ໃນອານາຄົດຈະເພີ່ມອີກ 4 ຜະລິດຕະພັນ ຫລັກ ແລະ 4 ຜະລິດຕະພັນຍ່ອຍ.
ໃນຕອນທ້າຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສ່ືມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຍັງໄດ້ ຂຶ້ນ ປະກອບຄໍາຄິດເຫັນ ແນະນໍາເພີ່ມ ເຕີມກ່ຽວກັບ ບໍລິສັດ ບຸກແນ່ ອິນສ໌ຈໍາກັດ ແລະ ການຮ່ວມມືກັບ ກະຊວງທະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍທ່ານໄດ້ ກ່າວວ່າ ບໍລິສັດ ບຸກແນ່ ອິນສ໌ຈໍາກັດ ເປັນບໍລິສັດໃຫ້ ບໍລິການດ້ານການທ່ອງທ່ຽວ ເພຣດຟອມອອນລາຍ ເປັນຂອງຄົນ ລາວ 100ສ່ວນຮ້ອຍ, ເປັນບໍລິສັດນ້ອງໃໝ່ ຂອງໄວໜຸ່ມ ໄຟແຮງທ່ີຮ່ວມກັນກໍ່ຕັ້ງ ແລະ ມີຈດຸ ມຸ້ງໝາຍດຽວກັນກໍຄືການພັດທະນາການທ່ອງທ່ຽວໃນ ຍຸກສະໄໝໃໝ່ ຜ່ານລະບົບອອນລາຍ ຫຼືອີເລັກໂທນິກ, ແນ່ ນອນວ່າຕອນນີ້ແມ່ນເລີ່ມຈາກພາຍໃນປະເທດ ໃນອານາຄົດ ຄົນຕ່າງປະເທດກໍຈະໄດ້ ໃຊ້ແລະ ຮູ້ ຈັກຫລາຍຂຶ້ນເພື່ອເປັນສ່ອງທາງນການບໍລິການອໍານວຍຄວາມສະດວກໃນການທ່ອງທ່ຽວ ກໍຄືການພັດທະນາເສດຖະກິດ ສັງຄົມໃນປະຈຸບັນ ແລະ ອານາຄົດ.